ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ຖືເອົາວັນທີ 10 ພະຈິກ ເປັນວັນແຫ່ງນາງ Malala (ສະໄລດ໌)


ນາງ Malala Yousafzai ສາວນ້ອຍ ນັກຮຽນປາກິສຖານອາຍຸ 15 ປີ ກໍາລັງຟື້ນຕົວຈາກການໄດ້ຮັບບາດເຈັບຢູ່ໂຮງໝໍແຫ່ງນຶ່ງໃນປະ ເທດອັງກິດ.
ນາງ Malala Yousafzai ສາວນ້ອຍ ນັກຮຽນປາກິສຖານອາຍຸ 15 ປີ ກໍາລັງຟື້ນຕົວຈາກການໄດ້ຮັບບາດເຈັບຢູ່ໂຮງໝໍແຫ່ງນຶ່ງໃນປະ ເທດອັງກິດ.
ອົງການສະຫະປະຊາຊາດໄດ້ຖືເອົາວັນທີ 10 ພະຈິກໃຫ້ເປັນ
ວັນແຫ່ງນາງ Malala ເພື່ອເປັນການໃຫ້ກຽດແກ່ນາງ Malala
Yousafzai ສາວນ້ອຍ ນັກຮຽນປາກິສຖານອາຍຸ 15 ປີ ທີ່ຖືກ ພວກຫົວຮຸນແຮງຍິງໃສ່ຫົວ ຍ້ອນໄດ້ ທໍາການປຸກລະດົມສົ່ງເສີມ
ສິດທິຂອງເດັກຍິງໃຫ້ໄດ້ເຂົ້າໂຮງຮຽນ ແລະຍ້ອນວ່ານາງອອກ ປາກອອກສຽງຕໍ່ຕ້ານກຸ່ມຫົວຮຸນແຮງດັ່ງກ່າວ.

ແຕ່ເຖິງເປັນເຊັ່ນນັ້ນກໍຕາມ ອົງການຂ່າວຂອງຝຣັ່ງລາຍງານວ່າ ໃນຂະນະທີ່ໂລກກໍາລັງ ສະເຫລີມສະຫລອງວັນແຫ່ງນາງ Malala ໃນວັນເສົາມື້ນີ້ ຄວາມຢ້ານກົວວ່າ ຈະບໍ່ປອດ ໄພຢູ່ໃນບ້ານ Mingora ຊຶ່ງເປັນບ້ານເກີດເມືອງນອນຂອງນາງ Malala ນັ້ນ ເຮັດໃຫ້ ພວກໝູ່ຮ່ວມຫ້ອງຮຽນຂອງນາງ ບໍ່ກ້າສະຫລອງເພື່ອໃຫ້ກຽດນາງໄດ້ຢ່າງເປີດເຜີຍ.

ນາງ Malala ກໍາລັງຟື້ນຕົວຈາກການໄດ້ຮັບບາດເຈັບຢູ່ໂຮງໝໍແຫ່ງນຶ່ງໃນປະເທດອັງກິດ ບ່ອນທີ່ພວກທ່ານໝໍເວົ້າວ່າ ພວກທ່ານມີຄວາມຫວັງ ຢ່າງຍິ່ງວ່າ ນາງມີໂອກາດຈະຫາຍ ດີເປັນປົກກະຕິໄດ້.

ອະດີດນາຍົກລັດຖະມົນຕີອັງກິດ ທ່ານ Gordon Brown ໄດ້ເດີນທາງໄປປາກິສຖານ ໃນ
ວັນເສົາວານນີ້ ເພື່ອນຳເອົາຄໍາຮ້ອງທີ່ມີລາຍເຊັນຂອງ 1 ລ້ານກວ່າຄົນໄປມອບໃຫ້ປະທາ ນາທິບໍດີປາກິສຖານ ທ່ານ Asif Zardari ເພື່ອຮຽກຮ້ອງ ປາກິສຖານ ອຳນວຍໃຫ້ພວກ ເດັກນ້ອຍປາກິສຖານທຸກໆຄົນໄດ້ຮັບການສຶກສາ.

ເບິ່ງສະໄລດ໌ປະວໃນພາບກ່ຽວກັບນາງ Malala Yousafzai

XS
SM
MD
LG