ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພຶດຕິກຳ ຂອງກຸ່ມ ລັດອິສລາມ ອາດຮ້າຍແຮງ ເທົ່າກັບ ການຂ້າລ້າງ ເຊື້ອຊາດເຜົ່າພັນ


ພວກອົບພະຍົບ Yazidis ຫຼົບໜີຈາກກຳລັງທີ່ຈົງຮັກພັກດີ ຕໍ່ກຸ່ມລັດອິສລາມ ມຸ້ງໜ້າໄປຍັງຊາຍແດນຊີເຣຍ ວັນທີ 11 ສິງຫາ 2014.
ພວກອົບພະຍົບ Yazidis ຫຼົບໜີຈາກກຳລັງທີ່ຈົງຮັກພັກດີ ຕໍ່ກຸ່ມລັດອິສລາມ ມຸ້ງໜ້າໄປຍັງຊາຍແດນຊີເຣຍ ວັນທີ 11 ສິງຫາ 2014.

ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ​ກ່າວ​ວ່າ ພຶດຕິ​ກຳ​ຕ່າງໆ​
ຂອງ​ກຸ່ມ​ລັດ​ອິສລາມ ​ຕໍ່​ຊົນ​ກຸ່ມ​ນ້ອຍ Yazidi ​ໃນ​ອີຣັກ ອາດມີ
ຄວາມຜິດເທົ່າ ກັນກັບ​ ​ເປັນ “ການພະຍາຍາມ​ ຂ້າລ້າງເຊື້ອ
ຊາດເຜົ່າພັນ​.”

ທ່ານ Ivan Simonovic ຜູ້​ຊ່ອຍ​ເລຂາທິການ​ໃຫຍ່​ວ່າ​ດ້ວຍ​ສິດ
ທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ກ່າວໃນ​ວັນ​ອັງຄານ​ວານ​ນີ້ ຫຼັງ
ຈາກ​ເດີນ ທາງ​ກັບ​ມາ​ຈາກ​ອີຣັກວ່າ ມີ​ຫຼັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​
ວ່າພວກ​ຫົວ​ຮຸນ​ແຮງເຂັ່ນຂ້າ​ຊົນ​ເຜົ່າ Yazidis ທີ່​ບໍ່​ຍອມ​ປ່ຽນ​ສາ
ສະໜາ​ຂອງ​ເຂົາ​ເຈົ້າ​ມາ​ເປັນ​ອິສລາມ​ນັ້ນ.

ພວກ​ນັກ​ຕໍ່ສູ້​ລັດ​ອິສລາມ ​ໄດ້​ສັງຫານ​ພວກ Yazidis ຫຼາຍ​ຮ້ອຍຄົນ ​ແລະ​ຈັບ​ກຸມ​ພວກ​ແມ່ຍິງ​ແລະ​ເດັກ​ຍິງ​ອີກຫຼາຍ​ຮ້ອຍ​ຄົນ ນັບແຕ່​ພວກ​ເຂົາ​ໄດ້​ເຂົ້າ​ຄວບ​ຄຸມ​ໃນ​ເຂດພາກ​ເໜືອ​ຂອງ​ອີຣັກ​ໃນ​ເດືອນ​ສິງຫາ​ແລ້ວ​ນີ້​ເປັນ​ຕົ້ນມາ. ​ພວກເຂົາໄດ້ປິດລ້ອມ Sinjar ​ໃກ້ໆ​ກັບ​ຊາຍ​ແດນ​ຊີ​ເຣຍ ທີ່​ກະ​ຕຸ້ນ​ໃຫ້​ມີ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ຄັ້ງ​ທຳ​ອິດ ​ແລະໃນ​ປັດ
ຈຸບັນນີ້ ​ໄດ້​ຂະຫຍາຍ​ອອກ​ເປັນ​ການ​ໂຈມຕີ​ຂອງ​ແນວ​ໂຮມ​ຫຼາຍຊາດ ທີ່​ແນ​ເປົ້າ​ໝາຍ​ໃສ່
​ພວກ​ຫົວ​ຮຸນ​ແຮງ​ໃນ​ອີຣັກ​ແລະ​ຊີ​ເຣຍນັ້ນ.

​ໃນ​ຕົ້ນ​ສັບປະດາ​ນີ້ ພວກ​ເຮືອບິນ​ບັນທຸກ​ຂອງ​ສະຫະລັດ ກໍ​ໄດ້​ຖິ້ມ​ອາ ວຸດ​ຍຸດ​ໂທ​ປະກອນ​ແລະ​ລູກກະ​ສູນ​ປືນ​ໃຫ້​ພວກ​ນັກ​ຕໍ່ສູ້​ຊາວ​ເຄີ​ດ​ ໃນ ພາກ​ເໜືອ​ຂອງ​ຊີ​ເຣຍ ​ແຕ່​ບັນດາ​ນັກ​ເຄື່ອນ​ໄຫວ ກ່າວ​ວ່າ ຢ່າງ​ໜ້ອຍ ການ​ຖິ້ມ​ເຄື່ອງ​ເຫຼົ່ານີ້​ຖ້ຽວ​ນຶ່ງ ​ໄດ້​ຕົກລົງ​ໃສ່​ກຳມື​ຂອງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ພາບ​ວີ​ດີ​ໂອ​ຈາກ​ກຸ່ມ​ນິຍົດ​ລັດ​ອິສລາມ ສະ​ແດງ​ໃຫ້​ເຫັນ​ນັກ​ຕໍ່ສູ້​ຄົນ​ນຶ່ງ​ທີ່ ໃສ່​ເຄື່ອງ​ປົກ​ໜ້າ ​ພວມ​ກວດກາ​ເບິ່ງລູກ​ລະ​ເບີດ​ມື ລູກ​ກະ​ສູນ​ ແລະລູກ​ປືນ​ຍິງ​ລະ​ເບີດ ​RPG.

ທ່ານ John Kirby ​ໂຄສົກ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​ໃນ​ວັນ​ອັງຄານ ວານ​ນີ້ວ່າ ທາງ​ກອງທັບ​ກຳລັງ​ກວດ​ສອບ​ເບິ່ງ​ວີ​ດີ​ໂອ ​ແລະ​ໝັ້ນ​ໃຈ​ວ່າ ການຖິ້ມ​ອາວຸດ​ຍຸດ​ໂທ​ປະກອນ​ 27 ໃນ​ຈຳນວນ​ທັງ​ໝົດ 28 ຖ້ຽວ​ ໄດ້​ຕົກ​ໃສ່​ມືພວກ​ນັກ​ຕໍ່ສູ້​ຊາວ​ເຄີ​ດຢ່າງສຳ​ເລັດ​ຜົນ ທີ່​ກຳລັງຕ້ານ​ຢັນກັບພວກ​ລັດ​ອິສລາມ​ ທີ່​ພະຍາຍາມ​ຍຶດ​ເອົາ​ເມືອງ​ໂຄ​ບາ​ນີຢູ່ ​ໃນ​ເວລາ​ນີ້.

Young Kurd Artist Contributes in His Way in Struggle for Kobani
please wait

No media source currently available

0:00 0:01:40 0:00

A United Nations official says actions by the Islamic State group against Iraq's Yazidi minority may amount to "an attempted genocide."

Assistant Secretary-General for Human Rights Ivan Simonovic said Tuesday after returning from Iraq that there is evidence the militants were killing Yazidis who refused to convert to Islam.

Islamic State fighters have killed hundreds of Yazidis and captured hundreds of women and girls since sweeping into northern Iraq in August. They besieged Mount Sinjar, near the border with Syria, prompting the first U.S. airstrikes in a campaign that has now expanded to a multi-national coalition targeting the militants in Iraq and Syria.

Earlier this week, U.S. cargo planes also airdropped weapons and ammunition meant for Kurdish fighters in northern Syria, but activists say at least one of the shipments has fallen into the hands of Islamic State militants.

Video from a pro-Islamic State media group shows a masked fighter inspecting the hand grenades, ammunition and rocket-propelled grenade launchers.

Pentagon spokesman John Kirby said Tuesday the military is examining the video, and is confident that 27 of 28 airdrops successfully reached Kurdish fighters who are trying to hold off an attempt to seize the town of Kobani.

U.S. Central Command said in a statement Monday that an airstrike destroyed what it called a "stray resupply bundle," but it is not clear if those weapons are the same as those depicted in the video.

Islamic State militants already possesses a huge trove of American weapons seized from Iraqi soldiers who fled when the militants seized large parts of Iraq.

XS
SM
MD
LG