ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຈົ້າໜ້າທີ່ ສປຊ ລາອອກ ຍ້ອນບໍ່ຍອມ ຖອນລາຍງານ ໂຈມຕີ ອິສຣາແອລ


ຫົວໜ້າ​ກຳມາ​ທິການສະຫະ​ປະຊາ​ຊາດ ​​ໃນ​ເຂດເອ​ເຊຍຕາ​ເວັນ​ຕົກ ຫລື ESCWA ທ່ານນາງ Rima Khalaf.
ຫົວໜ້າ​ກຳມາ​ທິການສະຫະ​ປະຊາ​ຊາດ ​​ໃນ​ເຂດເອ​ເຊຍຕາ​ເວັນ​ຕົກ ຫລື ESCWA ທ່ານນາງ Rima Khalaf.

ຫົວໜ້າ​ກຳມາ​ທິການສະຫະ​ປະຊາ​ຊາດ ໃນ​ເຂດເອ​ເຊຍຕາ​ເວັນ​ຕົກ ​ໄດ້​ລາ​ອອກ​ຈາກ​
ຕໍາ​ແໜ່​ງ ພາຍ​ໃຕ້​ຄວາມ​ກົດ​ດັນ ຫລັງ​ຈາກ​ໄດ້​ປະຕິ​ເສດ​ ບໍ່​ຍອມຖອນ​ລາຍ​ງານ​ທີ່ເປັນ
​ບັນຫາໂຕ້​ແຍ້​ງ ທີ່​ກ່າວ​ວ່າ ອິສຣາ​ແອ​ລ​ໄດ້​ຈັດຕັ້ງ “ອຳນາດ​ການ​ປົກ ຄອງແບ່ງ​ແຍກ
ເຊື້ອຊາດຜີວພັນ” ​ຕ້ານ​ຊາວ​ປາ​ແລ​ສ​ໄຕ​ນ໌.

ທ່ານ​ນາງ Rima Khalaf ຊາວ​ຈໍ​ແດນ ທີ່​ເປັນ​ຫົວໜ້າ​ກຳມາ​ທິການ​ເສດຖະກິດ ​ແລະ​
ສັງຄົມ​ສະຫະ​ປະຊາ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ຕົກ ​ຫລື ESCWA ​ໄດ້​ກ່າວ​ຕໍ່​ບັນ
ດາ​ນັກ​ຂ່າວ ​ທີ່​ນະຄອນ Beirut ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທ່ານ​ນາງບໍ່​ສາ ມາດ​ຮັບ​ເອົາ
ການ​ຮຽກຮ້ອງ ຂອງເລຂາທິການ​ໃຫຍ່​ທ່ານ Antonio Guterres ທີ່​ບອກໃຫ້​ທ່ານ
​ນາງ ​ຖອນ​ລາຍ​ງານນີ້.

ທ່ານ​ນາງ​ກ່າວ​ວ່າ “ຂ້າພະ​ເຈົ້າ​ບອກ​ໃຫ້​ທ່ານທົບ​ທວນ​ການ​ຕັດສິນ​ໃຈ​ຂອງ​ທ່ານ ຄືນ
​ໃໝ່ ທີ່ທ່ານໄດ້ຢືນ​ຢັດ​ບໍ່​ຍອມ ​ເພາະ​ສະ​ນັ້ນ ​ຂ້າພະ​ເຈົ້າ​ຈຶ່ງໄດ້​ຍື່ນ​ໃບ​ລາ​ອອກ​ຂອງ​
ຂ້າພະ​ເຈົ້າ ​ຕໍ່​ອົງການ​ສະຫະ​ປະຊາດ.”

ລາຍ​ງານ​ນີ້ຊື່ວ່າ “ອິສຣາ​ແອ​ລ ປະຕິບັດ​ຕໍ່ປະຊາຊົນ​ປາ​ແລ​ສ​ໄຕ​ນ໌ ​ແລະ​ຄຳ​ຖາມ​ກ່ຽວ​
ກັບ​ການ​ແບ່ງ​ເຊື້ອຊາດ​ແຍກ​ຜີວພັນ” ​ໄດ້ພິມ​ເຜີຍ​ແຜ່ ​ໃນ​ຕົ້ນ​ອາທິດ​ນີ້ ​ແລະ​ໄດ້​ຮັບ​
ການ​ຕິຕຽນທັນ​ທີ​ຈາກບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ ສະຫະລັດແລະ​
ອິສຣາ​ແອ​ລ.

ອົງການ ESCWA ​ແມ່ນ​ນຶ່ງໃນ​ຫ້າ​ກຳມາ​ທິການ ຂອງ​ສະຫະ​ປະຊາ​ຊາດຢູ່​ໃນ ທົ່ວ​
ໂລກ ​ທີ່ໄດ້​ຕັ້ງຂຶ້ນ​ມາໃນ​ປີ 1973 ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ ​ແລະ​ການ​
ຮ່ວມ​ມື​ຢູ່​ໃນ​ປະ​ເທດ​ອາຣັບ. ອົງການ​ນີ້ ມີ​ສະມາຊິກ​ຢູ່ 18 ປະ​ເທ​ດ ອາຣັບນັບ​ແຕ່
Oman ​ໄປຫາ Morocco ​ແລະ​ຮວມທັງປາ​ແລ​ສ​ໄຕ​ນ໌ນຳ​ດ້ວຍ ທີ່​ເປັນ​ສະມາຊິກ
​ຢ່າງ​ສົມ​ບູນ.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Antonio Guterres ກ່າວຕໍ່ບັນດານັກຂ່າວ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Antonio Guterres ກ່າວຕໍ່ບັນດານັກຂ່າວ.

ທ່ານ​ນາງ Khalaf ຜູ້​ທີ່​ຍັງເປັນ​ຮອງ​ເລຂາ​ທິການໃຫຍ່ ກ່າວ​ວ່່າ ​ເອກ​ກະສາ​ນ ນີ້
“​ແມ່ນ​ໄດ້​ສະຫລຸບ​ຜົນ​ທາງ​ດ້ານ​ວິທະຍາສາດ ​ແລະ​ອີງ​ຕາມ​ກົດໝາຍສາກົນ ທີ່​
ອິສຣາ​ແອ​ລ​ໄດ້​ສ້າງ​ຕັ້ງອຳນາດ​ກາ​ນປົກຄອງ​ແບ່ງ​ແຍກເຊື້ອຊາດຜີວພັນ.”

ທ່ານ​ນາງ​ຮ້ອງ​ລາຍ​ງານນີ້​ວ່າ “​ເປັນ​ເທື່ອ​ທຳ​ອິດ​ຂອງລາຍ​ງານ​ແບບນີ້” ຈາກ​ອົງ
ການ​ສະຫະ​ປະຊາ​ຊາດແລະ​ກ່າວ​ວ່າ ​ມັນ​ໄດ້ເປີ​ດ​ເຜິ​ຍ​ເຖິງ “ການ​ກະທຳ​ຜິດ​ຂອງ​
ອິສຣາ​ແອ​ລ ທີ່​ຍັງດຳ​ເນີນ​ຢູ່​ ຕໍ່​ປະຊາຊົນ​ປາ​ແລ​ສ​ໄຕ​ນ໌ ຊຶ່ງ​ເປັນຄວາມ​ຜິດຮ້າຍ
​ແຮງ​ເທົ່າ​ກັນ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳສົງຄາມ​ຕ້ານມະນຸດຊາດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG