ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ຮຽກຮ້ອງໃຫ້ ອີຢູ ຮັບອົບພະຍົບ ໄປຕັ້ງຖິ່ນຖານ ຂະໜາດໃຫຍ່


ທ້າວ Adnan Shanan (ກາງ) ອົບພະຍົບຈາກຊີເຣຍ ພວມຊີ້ໄມ້ຊີ້ມື ໃນລະຫວ່າງການປະທ້ວງ ຢູ່ທີ່ສະຖານີລົດໄຟ Bicske ປະເທດຮັງກາຣີ. (4 ກັນຍາ 2015)
ທ້າວ Adnan Shanan (ກາງ) ອົບພະຍົບຈາກຊີເຣຍ ພວມຊີ້ໄມ້ຊີ້ມື ໃນລະຫວ່າງການປະທ້ວງ ຢູ່ທີ່ສະຖານີລົດໄຟ Bicske ປະເທດຮັງກາຣີ. (4 ກັນຍາ 2015)

ຂ້າຫຼວງໃຫຍ່ດ້ານອົບພະຍົບ ຂອງສະຫະປະຊາຊາດ ຮຽກຮ້ອງ
ໃຫ້ສະຫະພາບຢູໂຣບຫຼືອີຢູຮັບເອົາອົບພະຍົບທີ່ມີຈຳນວນຫຼາຍ
ເຖິງ 200,000 ຄົນ ເຂົ້າໃນໂຄງການ ຕັ້ງຖິ່ນຖານຂະໜາດໃຫຍ່
ເພື່ອຊ່ອຍບັນເທົາ ການຫຼັ່ງໄຫຼຂອງອົບພະຍົບຢູ່ຕາມຊາຍແດນ
ຂອງສະຫະພາບຢູໂຣບທີ່ຊອກສະແຫວງຫາບ່ອນພັກພາອາໄສ.

ທ່ານ Antonio Guterres ອອກຖະແຫຼງການສະບັບນຶ່ງໃນວັນ
ສຸກມື້ນີ້ ຮ້ອງຂໍໃຫ້ສະຫະພາບຢູໂຣບ ຈັດຕັ້ງປະຕິບັດ ໂຄງການ
ທີ່ຈະບັງຄັບ ໃຫ້ທຸກປະເທດສະມາຊິກ ຂອງສະຫະພາບຢູໂຣບ
ເຂົ້າຮ່ວມ ເພື່ອຊ່ອຍເຫລືອ ພວກອົບພະຍົບ ທີ່ມີຄວາມຈຳເປັນ
ຕ້ອງໄດ້ຮັບການປົກປ້ອງຄຸ້ມຄອງ.

ທ່ານ Guterres ເວົ້າວ່າ ວິກິດການອົບພະຍົບ ຈະເປັນໄລຍະທີ່ສະແດງໃຫ້ເຫັນຢ່າງຊັດ ແຈ້ງເຖິງທາດແທ້ ຂອງສະຫະພາບຢູໂຣບ. ທ່ານເວົ້າວ່າ ຄວາມບໍ່ລົງຮອຍກັນ ໃນສະຫະ ພາບຢູໂຣບກ່ຽວກັບເລື້ອງນີ້ ມີແຕ່ຈະສ້າງຜົນປະໂຫຍດໃຫ້ແກ່ພວກລັກລອບແລະພວກ ຄ້າມະນຸດ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວໃນວັນສຸກມື້ນີ້ວ່າ ອັງກິດຈະຮັບ ເອົາອົບພະຍົບຕື່ມອີກ ຫຼາຍພັນຄົນຈາກຊີເຣຍ ເພີ້ມຈາກຈຳນວນ 5,000 ຄົນ ທີ່ຕົນໄດ້ ຮັບເອົາແລ້ວນັ້ນ. ທ່ານ Cameron ກ່າວວ່າ ການຕັດສິນໃຈນີ້ແມ່ນເພື່ອຕອບຮັບຕໍ່ຂອບ ເຂດຂອງວິກິດການແລະຄວາມທຸກທໍລະມານຂອງຜູ້ຄົນ ຊຶ່ງໄດ້ມີການປະກາດ ລຸນຫລັງ ການປະຊຸມທີ່ນະຄອນລອນດອນ ກັບນາຍົກລັດຖະມົນຕີປອກຕຸຍກາລ.

ໃນຂະນະດຽວກັນ ທີ່ເມືອງ Bicske ໃນປະເທດຮັງກາຣີ ພວກອົບພະຍົບ ຫຼາຍຮ້ອຍຄົນ ໄດ້ປະຕິເສດບໍ່ຍອມລົງຈາກລົດໄຟທີ່ເຂົາເຈົ້າໄດ້ເດີນທາງໄປຈາກນະຄອນ Budapest
ໂດຍຫວັງວ່າຈະພາກັນເດີນທາງຕໍ່ໄປຍັງເຢຍຣະມັນຊຶ່ງໄດ້ປະກາດວ່າຕົນຈະຮັບເອົາຄຳ
ຮ້ອງ 800,000 ສະບັບ ເພື່ອຈະຮັບຖານະເປັນອົບພະຍົບ. ເຈົ້າໜ້າທີ່ຮັງກາຣີຢືນຢັດວ່າ ເຂົາເຈົ້າຕ້ອງໄດ້ຈົດທະບຽນຜູ້ອົບພະຍົບອີງຕາມລະບຽບຂອງສະຫະພາບຢູໂຣບກ່ອນ.

ເຈົ້າໜ້າທີ່ ທີ່ເມືອງ Bicske ກ່າວວ່າ ມີແຕ່ປະມານ 16 ຄົນເທົ່ານັ້ນ ໄດ້ລົງຈາກລົດໄຟ
ດ້ວຍຄວາມສະໝັກໃຈເພື່ອຈະໄປຈົດທະບຽນທີ່ສູນອົບພະຍົບແຫ່ງນຶ່ງໃນຂະນະທີ່ອີກ ຫລາຍຮ້ອຍຄົນຍັງພາກັນຢູ່ເທິງລົດໄຟ ແລະພາກັນຮ້ອງໂຮຂຶ້ນວ່າ ບໍ່ໄປສູນ ບໍ່ໄປສູນ
ຢາກໄປເຢຍຣະມັນ ໄປເຢຍຣະມັນ.

Europe Migrants
please wait
Embed

No media source currently available

0:00 0:00:43 0:00

ອົບພະຍົບຫຼາຍຮ້ອຍພັນຄົນຈາກຊີເຣຍ ອັຟການິສຖານແລະອີຣັກ ໄດ້ພາກັນສ່ຽງຊີວິດ ນັບແຕ່ເດືອນມັງກອນເປັນຕົ້ນມາ ເພື່ອເດີນທາງໃຫ້ໄປເຖິງສະຫະພາບຢູໂຣບ ໂດຍພະ
ຍາຍາມຫຼົບໜີຈາກສົງຄາມແລະຄວາມທຸກຍາກ ເພື່ອຊອກຫາບ່ອນທີ່ມີຄວາມປອດໄພ
ແລະມີໂອກາດສຳລັບເຂົາເຈົ້າ.

ກຣີສແລະອີຕາລີແມ່ນບ່ອນຢຸດແວ່ແຫ່ງທຳອິດ ສຳລັບພວກອົບພະຍົບຫຼາຍໆຄົນ ຫລັງ ຈາກໄດ້ຂ້າມທະເລເມດີແຕເຣນຽນທີ່ເຕັມໄປດ້ວຍອັນຕະລາຍ.

ພວກຜູ້ນຳຂອງຝຣັ່ງ ເຢຍຣະມັນແລະອີຕາລີ ກ່າວໃນວັນພະຫັດວານນີ້ວ່າຕ້ອງໄດ້ມີການ ແຈກຢາຍພວກອົບພະຍົບແບບບັງຄັບແລະເປັນທຳ ໃຫ້ທົ່ວເຖິງທຸກໆປະເທດຂອງສະຫະ ພາບຢູໂຣບ.

ແຕ່ປະທານສະພາຢູໂຣບທ່ານ Martin Schulz ກ່າວວ່າ ທຸກໆປະເທດຂອງສະຫະພາບ ຢູໂຣບທີ່ມີປະຊາກອນທີ່ມີທັງໝົດ ຫຼາຍກວ່າ 500 ລ້ານຄົນນັ້ນສາມາດຮັບເອົາພວກອົບ
ພະຍົບຈຳນວນຫຼວງຫຼາຍໄດ້ໂດຍບໍ່ມີບັນຫາຕາບໃດທີ່ການໄປເຖິງຂອງພວກອົບພະຍົບ ບໍ່ໄດ້ແອອັດຢູ່ແຕ່ໃນບໍ່ເທົ່າໃດປະເທດສະມາຊິກ.

ເບິ່ງວີດີກ່ຽວກັບການເສຍຊີວິດ ຂອງອົບພະຍົບ:

Drowned Migrant Toddler Photo Triggers European Outrage
please wait

No media source currently available

0:00 0:02:32 0:00

XS
SM
MD
LG