ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະສັງເກດການ ສປຊ ເລິ້ມຖອນ ອອກຈາກຊີເຣຍ (ວີດີໂອ)


ບັນດາສະມາຊິກຄະນະສັງເກດການສະຫະປະຊາຊາດໃນຊີເຣຍ ກໍາລັງຈະເດີນທາງອອກຈາກ ເມືອງ Homs ພາກກາງຂອງ ຊີເຣຍ ຫລັງຈາກສີ້ນສຸດພາລະກິດ.
ບັນດາສະມາຊິກຄະນະສັງເກດການສະຫະປະຊາຊາດໃນຊີເຣຍ ກໍາລັງຈະເດີນທາງອອກຈາກ ເມືອງ Homs ພາກກາງຂອງ ຊີເຣຍ ຫລັງຈາກສີ້ນສຸດພາລະກິດ.
ບັນດາສະມາຊິກທີ​ມສັງ​ເກດການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ປະ​ເທດ​ຊີ​ເຣຍ ​ໄດ້​ອອກ​ຈາກນະຄອນຫລວງດາ​ມັສກັສ​ໄປ​ແລ້ວ ຫລັງ​ຈາກອໍານາດ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ສະຫະ​ປະຊາ​ຊາດ ເພື່ອ​ໃຫ້​ໄປ​ຕິດຕາມ​ເບິ່ງການ​ຢຸດ​ຍິງ ທີ່​ບໍ່​ເກີດ​ຂື້ນຈັກ​ເທື່ອ​ນັ້ນ ສິ້ນ​ສຸດ​ລົງ.

ບັນດາ​ຜູ້​ສັງ​ເກດການ​ທີ່ເດີນທາງ​ອອ​ກ​ໄປສູ່ປະ​ເທດເລ​ບາ​ນອນ ​ໃນ​ວັນ​ຈັນມື້​ນີ້ ​ແມ່ນ​ຈໍານວນ​ນຶ່ງ​ຂອງ​ກຸ່ມ​ສຸດ​ທ້າຍ ທີ່​ຍັງ​ຕົກ​ຄ້າງຈາກ​ກຸ່ມ​ທີ່​ໃຫຍ່​ກ່ວາ ທີ່ຄັ້ງນຶ່ງ ມີ​ຜູ້​ສັງ​ເກດ​ການ​ເຖິງ 300 ຄົນນັ້ນ. ສ່ວນ​ພວກ​ທີ່​ເຫລືອ​ຢູ່​ນັ້ນ ຄາດ​ຄະ​ເນ​ວ່າ ຈະເດີນທາງ​ອອກ​ຈາກຊີ​ເຣຍ​ໄປ ​ໃນ​ທ້າຍ​ອາທິດ​ໜ້າ.

ອໍານາດ​ໃນ​ການ​ປະກອບ​ພາລະກິດດັ່ງກ່າວ​ຂອງ​ທີ​ມ ​ໄດ້​ສີ້​ນສຸດ​ລົງ​ໃນ​ວັນ​ອາທິດ ​ວານ​ນີ້ ແລະ​ສະພາຄວາມ​ໜັ້ນຄົງ ​ໄດ້​ຕົກລົງເຫັນ​ດີ ​ໃຫ້​ປະຄະນະ​ຕິດ​ຕໍ່​ຈໍານວນ​ ນ້ອຍໆໄວ້ ທີ່ຊີ​ເຣຍນັ້ນ ​ເພື່ອ​ສະໜັບສະໜຸນ​ພະຍາຍາມ​ໃດໆ​ເພື່ອສ້າງສັນ​ຕິ​ພາບ ໃນ​ອານາ​ຄົດ.

ຄະນະຜູ້​ສັງ​ເກດ​ການຖືກ​ສົ່ງໄປຊີ​ເຣຍ ​ໃນ​ຖານະ​ເປ​ນ​ພາກ​ສ່ວນ​ນຶ່ງໃນແຜນການ ຂອງອະດີດທູດ​ພິ​ເສດນາໆ​ຊາດ ທ່ານ Kofi Annan ​ເພື່ອ​ຢຸດ​ຢັ້ງ​ຄວາມ​ຮຸນ​ແຮງ ​ຢູ່​ໃນ​ຊີ​ເຣຍນັ້ນ. ​ແຕ່​ ການ​ນອງ​ເລືອດກໍຍັງ​ສືບ​ຕໍ່ມາ​ຢູ່ ​ແລະ​ຍັງ​ຜົນ​ໃຫ້​ຄະນະ​ສັງ​ເກດ​ການ​ຕ້ອງ​ໄດ້​ປະລະ​ພາລະກິດຂອງ​ຕົນ ໃນ​ເດືອນມີ​ຖຸ​ນາຜ່ານ​ມາ.

ເບິ່ງວີດີໂອພາສາອັງກິດກ່ຽວກັບຊາວຊີເຣຍພະຍາຍາມຈະນໍາເອົາ
ການບໍລິການຕ່າງໆ ກັບຄືນມາສູ່ຊີວິດປະຈໍາວັນຂອງເຂົາເຈົ້າ:

XS
SM
MD
LG