ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ​ເອົາ​ບາດກ້າວ ​ສຳຄັນ ​ເພື່ອ​ສ້າງ​ ເຕົາ​ແ​ຍກນິວ​ເຄລຍ ຕື່ມ (ວີດີໂອ)


ວີວຂອງໂຄງການໃຊ້ heavy water ທີ່ເມືອງ Arak
ວີວຂອງໂຄງການໃຊ້ heavy water ທີ່ເມືອງ Arak
ອົງການ​ພະລັງງານ​ປະລະມາ​ນູສາກົນ ຫຼື IAEA ​ເວົ້າ​ວ່າ ອິຣ່ານ​ໄດ້​ເອົາ​ບາດກ້າວທີ່​ສຳຄັນ ​ໄປ​ສູ່​ການ​ສ້າງ​ເຕົາ​ແ​ຍກນິວ​ເຄລຍອີກ​ເຕົາ​ນຶ່ງ​ທີ່​ບັນດາ​ນັກ​ຊ່ຽວຊານ​ຕາ​ເວັນ​ຕົກ​ເວົ້າ​ວ່າ ອາດ​ເປັນ​ການ​ສະໜອງ ​ເສັ້ນທາງ​ທີສອງ​ ​ເພື່ອ​ຜະລິດວັດຖຸ​ສຳລັບ​ສ້າງ​ລະ​ເບີດ​ນີວ​ເຄຼຍ​.

​ໃນ​ລາຍ​ງານ​ປະ​ຈໍາ​ໄຕ​ມາດ​ສະບັບ​ນຶ່ງ ທີ່​ໄດ້​ຮັບໂດຍບັນດາ
ອົງການ​ຂ່າວ​ຕາ​ເວັນຕົກ​ເມື່ອ​ວັນ​ພຸດ​ວານ​ນີ້ ອົງການ​ນີວ​ເຄຼຍ
ຂອງ​ສະຫະ​ປະຊາ​ຊາດເວົ້າ​ວ່າ ອິຣ່ານ​ໄດ້​ຈັດ​ສົ່ງ​ເຕົາ​ແຍກ
ໄປ​ຍັງ​ໂຮງ​ໄຟຟ້ານິວ​ເຄລຍ ທີ່​ໃຊ້ heavy water ຫຼືນໍ້າທີ່ບັນຈຸ​
ໄຮ​ໂດຣ​ເຈັນ​ໄອ​ໂຊ​ຕົບ​ຫຼາຍຜິດ​ປົກກະຕິ ​ທີ່ຢູ່​ໃກ້​ເມືອງ Arak
ທາງພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ລາຍ​ງານ​ເວົ້າ​ວ່າ​ ເຕົາ​ແຍກດັ່ງ ກ່າວ ​ຍັງ​ບໍ່​ທັນ​ໄດ້
​ຕິດ​ຕັ້ງ​ເທື່ອ.

ບັນດາ​ປະ​ເທດ​ມະຫາ​ອໍານາດ​ຕາ​ເວັນ​ຕົກ​ຢ້ານ​ກົວວ່າ ​ໂຮງ​ໄຟຟ້ານິວ​ເຄລຍ​ທີ່ເມືອງ Arak ນີ້ ອາດ​ເປັນບ່ອນສະໜອງ​ທາດ plutonium ສໍາ​ລັບ​ສ້າງ ອາວຸດ​ນີວ​ເຄຼຍ​ໄດ້ ຖ້າ​ຫາກ​ເຊື້ອ​ໄຟ​ຂອງ​ເຕົາ​ແຍກທີ່​ໃຊ້​ແລ້ວ​ຖືກນຳ​ໄປ​ກັ່ນ​ໃໝ່ອີກ​.

ຝ່າຍ​ອິຣ່ານ​ໂຕ້​ແຍ້​ງວ່າ ຄວາມໄຝ່ຝັນ​ດ້ານ​ນີວ​ເຄຼຍຂອງ​ຕົນ​ແມ່ນ​ໃນ​ທາງ​ສັນຕິ. ​ທ່ານ Ali Ashar Soltanieh ເອກ​ອັກຄະ​ລັດຖະທູດອິຣ່ານປະ​ຈໍາອົງການ IAEA ​ເວົ້າ​ເມື່ອ​ວັນ​ພຸດ​
ວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ໃຫ້​ຄວາມ​ຮ່ວມ​ມື​ຫຼາຍໄປ​ກວ່າ​ຂໍ້​ບັງຄັບ​ ພາຍ​ໃຕ້​ສົນທິ
ສັນ​ຍາຫ້າມແຜ່ຜາຍ​ນີວ​ເຄຼຍນັ້ນອີກ ຊຶ່ງ​ທ່ານ ອາລີ ​ເວົ້າ​ຕື່ມ​ວ່າ: “ຫຼັງຈາກ​ເວລາ 10 ປີ ຂອງ​ການ​ກວດກາ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ​ໃນ​ປະຫວັດສາດຂອງ IAEA ນັ້ນ ບໍ່​ປະກົດ​
ເຫັນຫຼັກຖານ​ໃດໆ​ຂອງ​ການ​ແປ​ຮູບວັດຖຸ​ນີວ​ເຄຼຍ ຫຼືກິດຈະ​ກໍາ​ຕ່າງໆ​ດ້ານ​ນີວ​ເຄຼຍ
ຕໍ່​ວັດຖຸ​ປະສົງ​ທີ່​ຖືກ​ຫ້າມແຕ່​ຢ່າງໃດ ແລະ​ທຸກໆ​ຢ່າງ​ຍັງ​ຢູ່​ໃນ​ລັກສະນະໃນ​ທາງ​ສັນຕິ. ທີ່​ຈິງ​ແລ້ວ ນີ້​ຄືຫຼັກ ຖານ​ອັນ​ແຈ້ງ​ຂາວ​ທີ່​ສຸດເພື່ອ​ພິສູດ​ວ່າການ​ກ່າວ​ຫາ​ທັງ​ໝົດ​ຕໍ່ຕ້ານ​ອິຣ່ານນັ້ນ ​ແມ່ນ​ເປັນ​ເລຶ່ອງຈອມ​ປອມ ​ແລະ​ເສກ​ສັນ​ປັ້ນ​ແຕ່ງ​ຫຼາຍກວ່າ.”


US Senators Approve Stronger Sanctions Against Iran
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG