ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ຮຽກຮ້ອງໃຫ້ ເກົາຫລີເໜືອ ໂຈະການທົດລອງ ລູກສອນໄຟ (ວີດິໂອ)


ເລຂາທິການໃຫຍ່ສະ ຫະປະຊາຊາດ ທ່ານພັນ ກິມູນ (ຊ້າຍ) ແລະທ່ານ Vladimir Putin ປະທານາທິບໍດີຣັດເຊຍ ຍິ້ມຫົວນໍາກັນ ໃນຂະນະທີ່ພວກທ່ານ ພົບປະກັນ ທີ່ບ້ານພັກຮັບຮອງແຂກລັດຖະບານ ຄະລືຫາດ Bocharov Ruchei ຢູ່ເມືອງຕາກອກາດ Sochi ແຄມທະເລດໍາ ໃນວັນທີ 17 ພຶດສະພາ 2013.
ເລຂາທິການໃຫຍ່ສະ ຫະປະຊາຊາດ ທ່ານພັນ ກິມູນ (ຊ້າຍ) ແລະທ່ານ Vladimir Putin ປະທານາທິບໍດີຣັດເຊຍ ຍິ້ມຫົວນໍາກັນ ໃນຂະນະທີ່ພວກທ່ານ ພົບປະກັນ ທີ່ບ້ານພັກຮັບຮອງແຂກລັດຖະບານ ຄະລືຫາດ Bocharov Ruchei ຢູ່ເມືອງຕາກອກາດ Sochi ແຄມທະເລດໍາ ໃນວັນທີ 17 ພຶດສະພາ 2013.
ຫົວໜ້າອົງການສະຫະປະຊາຊາດໄດ້ສະແດງຄວາມຫວັງ
ອອກມາວ່າ ເກົາຫລີເໜືອ ຈະປະລະການທົດລອງລູກສອນ
ໄຟ ຂີປະນາວຸດຂອງຕົນ ລຸນຫລັງທີ່ປະເທດທີ່ປົກຄອງດ້ວຍ
ລັດທິສະຕາລິນແຫ່ງນັ້ນ ໄດ້ຍິງລູກສອນໄຟໄລຍະສັ້ນລົງໃສ່
ທະເລ ໃນວັນເສົາວານນີ້.

ໃນການກ່າວຄໍາປາໄສຢູ່ໃນຣັດເຊຍ ໃນວັນອາທິດມື້ນີ້ ເລຂາ
ທິການໃຫຍ່ສະຫະປະຊາຊາດ ທ່ານພັນ ກິມູນ ໄດ້ຮຽກຮ້ອງໃຫ້
ກຸງພຽງຢາງ ຈົ່ງໄດ້ໂຈະການ ທົດລອງລູກສອນໄຟໃນອານາຄົດ ແລະກັບເຂົ້າມານັ່ງໂຕະເຈລະຈາກ່ຽວກັບ ນິວເຄລຍ ທີ່ໄດ້ຢຸດ ສະງັກໄປນັ້ນ ກັບບັນດາປະເທດມະຫາອໍານາດໂລກຄືນອີກ.

ທ່ານພັນ ກໍາລັງຢູ່ໃນເມືອງ Sochi ສະຖານທີ່ຕາກອາກາດແຄມທະເລດໍາ ເພື່ອພົບ ປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ເພື່ອເຈລະຈາຫາລືກ່ຽວກັບເລື້ອງ
ຊີເຣຍ.

ແຕ່ເຖິງແມ່ນໄດ້ມີຄໍາຮ້ອງຂໍຈາກທ່ານພັນກໍຕາມ ກຸງໂຊລເວົ້າວ່າ ເກົາຫລີເໜືອ ກໍໄດ້ຍິງ
ລູກສອນໄຟລູກທີສີ່ ໃນຕອນບາຍວັນອາທິດ ມື້ນີ້ ລົງໃສ່ທະເລຕາເວັນອອກ ຊຶ່ງເອີ້ນ
ອີກຊື່ນຶ່ງວ່າ ທະເລຍີ່ປຸ່ນ.

ໂຄສົກກະຊວງປ້ອງກັນປະເທດເກົາຫລີໃຕ້ ເວົ້າໃນວັນເສົາວານນີ້ວ່າ ເຈດຕະນາຂອງ
ເກົາຫລີເໜືອແມ່ນບໍ່ຈະແຈ້ງ. ທ່ານກ່າວວ່າ ກອງທັບເກົາຫລີໃຕ້ກໍາລັງ ຕິດຕາມສິ້ງຊອມ
ເບິ່ງວ່າ ຈະມີການຍິງລູກສອນໄຟຕື່ມອີກ ແລະ “ອາດມີ ການເກາະຜິດ” ຕື່ມອີກ ຫລືບໍ່.

ເມື່ອເດືອນແລ້ວນີ້ ກຸງພຽງຢາງໄດ້ຂົ່ມຂູ່ວ່າຈະໂຈມຕີເກົາຫລີໃຕ້ ແລະສະຫະລັດດ້ວຍ
ລະເບີດນີວເຄລຍ ຍ້ອນມີການຊ້ອມລົບປະຈໍາປີຮ່ວມກັນ ລະຫວ່າງສະຫະລັດກັບເກົາລີ
ໃຕ້ ແລະການລົງໂທດທີ່ວາງອອກໂດຍສະຫະປະຊາຊາດ ຕໍ່ເກົາລີເໜືອ ລຸນຫລັງທີ່
ພຽງຢາງທໍາການທົດລອງອາວຸດນີວເຄລຍຄັ້ງທີສາມ ໃນເດືອນກຸມພາທີ່ຜ່ານມາ.

ປະມານສອງເດືອນກ່ອນໜ້ານີ້ ເກົາຫລີເໜືອໄດ້ຍັງລູກສອນໄຟ ໄລຍະສັ້ນສອງລູກ
ລົງໃສ່ທະເລ ນອກຝັ່ງກໍ້າຕາເວັນອອກຂອງປະເທດ. ກຸງພຽງຢາງ ມັນກະທໍາການຝຶກ
ຊ້ອມດັ່ງກ່າວເປັນປະຈໍາ ເພື່ອປັບປຸງຄັງອາວຸດຂອງຕົນ.

ເບິ່ງວີດິໂອກ່ຽວກັບການຂົ່ມຂູ່ຂອງເກົາຫລີເໜືອ:

XS
SM
MD
LG