ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າມະນຸດສະທຳ ສປຊ ພົບປະກັບ ຫົວໜ້າສະພາ ເກົາຫຼີເໜືອ


ຮອງລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ທ່ານ Pak Kil Yon ຈັບມືກັບຫົວໜ້າອົງການມະນຸດສະທຳ ສປຊ (ກາງຊ້າຍ) ເວລາທ່ານນາງເດີນທາງໄປເຖິງ ນະຄອນຫຼວງພຽງຢາງ (17 ຕຸລາ 2011)
ຮອງລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ທ່ານ Pak Kil Yon ຈັບມືກັບຫົວໜ້າອົງການມະນຸດສະທຳ ສປຊ (ກາງຊ້າຍ) ເວລາທ່ານນາງເດີນທາງໄປເຖິງ ນະຄອນຫຼວງພຽງຢາງ (17 ຕຸລາ 2011)

ທ່ານນາງ Valerie Amos ຫົວໜ້າປະຕິບັດງານມະນຸດສະທຳຂອງອົງການສະຫະປະຊາ
ຊາດໄດ້ພົບປະໃນວັນພະຫັດມື້ນີ້ ກັບຫົວໜ້າສະພາແຫ່ງຊາດຂອງເກົາຫຼີເໜືອ ໃນຂະນະ ທີ່ທ່ານນາງພວມໃກ້ຈະສິ້ນສຸດການຢ້ຽມຢາມປະເທດດັ່ງກ່າວເປັນເວລາ 5 ມື້.

ທ່ານ Kim Yong Nam ໄດ້ໃຫ້ການຕ້ອນຮັບທ່ານນາງ Amos ແລະສະມາຊິກໃນຄະ
ນະຂອງທ່ານນາງ ຢູ່ຫ້ອງຕ້ອນຮັບແຫ່ງນຶ່ງທີ່ມີການຕົກແຕ່ງຢ່າງປານີດ ໃນນະຄອນຫຼວງ
ພຽງຢາງ.

ທ່ານນາງ Amos ໄດ້ເດີນທາງໄປເຖິງເກົາຫຼີເໜືອໃນມື້ວັນຈັນແລ້ວເພື່ອຊັ່ງຊາຕີລາຄາເບິ່ງ
ການຂາດແຄນອາຫານແບບຊໍາເຮື້ອ ຂອງປະເທດດັ່ງກ່າວ. ໃນຕອນເຊົ້າຂອງວັນພະຫັດ
ມື້ນີ້ ທ່ານນາງໄດ້ເດີນທາງອອກໄປເບິ່ງ ເຂດນອກນະຄອນຫຼວງພຽງຢາງ ເພື່ອຊັ່ງຊາເບິ່ງ ສະພາບການຢູ່ໃນເຂດຊົນນະບົດ.

ອົງການສະຫະປະຊາຊາດ ກະປະມານວ່າ ມີຊາວເກົາຫຼີເໜືອ 6 ລ້ານຄົນຕ້ອງການຄວາມ ຊ່ອຍເຫຼືອທາງດ້ານອາຫານແບບສຸກເສີນແລະເວົ້າວ່າບັນດາລັດຖະບານຂອງປະເທດຕ່າງໆ
ໄດ້ບໍລິຈາກບໍ່ຮອດ 30% ຂອງຈຳນວນເງິນທີ່ຕ້ອງການເພື່ອຍຸຕິວິການດັ່ງກ່າວ.

XS
SM
MD
LG