ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ​​ເຈລະຈາ ການ​ເ​ກືອດຫ້າມ​ ນິວເຄລຍ ໃນຂະນະທີ່ ສະຫະລັດ ແລະປະເທດອື່ນໆ ບໍ່ເຂົ້າຮ່ວມ


ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານາງ Nikki Haley.
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານາງ Nikki Haley.

ສະຫະ​ປະຊາ​ຊາດ​ເລີ້ມເຈລະຈາ ໃນວັນ​ຈັນວານ​ນີ້ ກ່ຽວ​ກັບການ​ເ​ກືອດຫ້າມ​ອາວຸດ
ນິວເຄລຍຂອງສາກົນ ທີ່​ໄດ້​ຄັດ​ຄ້ານ​ຕໍ່​ບັນດາ​ປະ​ເທດ​ທີ່​ມີອາວຸດ​ນິວ​ເຄລຍຢູ່​ໃນ​ກຳມື
ແລ້ວ​ນັ້ນ.

ບັນດາ​ຜູ້​ສະໜັບສະໜຸນ​ການເກືອດຫ້າມ​ເຫັນ​ວ່າ ອາວຸດນິວເຄລຍ​ເປັນໄພ​ຂົ່ມຂູ່​ຕໍ່​
ຄວາມ​ໝັ້ນ​ຄົງ​ຂອງ​ໂລກ ​ແລະ​ເຕືອນ​ວ່າ ອາວຸດ​ເຫລົ່າ​ນີ້​ ສາມາດ​ພາ​ໃຫ້​ເກີດ​ຜົນ​ສະ
ທ້ອນ​ທີ່​ກາຍ​ເປັນ​ຄວາມ​ພິນາດ​ໄດ້ ຖ້​າ​ຫາກມີ​ການ​ນຳໃຊ້. ປີ​ກາຍນີ້​ຫຼາຍ​ກວ່າ 120
ປະ​ເທດ ​ໄດ້​ລົງ​ຄະ​ແນນ​ສຽງ​ເ​ຫັນ​ພ້ອມ​ໃຫ້​ການ​ເລີ້ມ​ການ​ເຈລະຈາ​ກ່ຽວ​ກັບ​ສົນທິສັນ
ຍາດັ່ງກ່າວ.

ຂ້າ​ຫລວງ​ໃຫຍ່​ສະຫະ​ປະຊາ​ຊາດ​ ຮັບຜິດຊອບກ່ຽວ​ກັບການຫລຸດ​ກຳລັງອາວຸດ ທ່ານ
Kim Won-soo ກ່າວ​ວ່າ​ ອາວຸດ​ນິວ​ເຄລຍວາງ​“​ເປັນ​ໄພ​ຂົ່ມຂູ່​ຕໍ່ການ​ຢູ່ລອດ​ຂອງ
ມະນຸດຊາດ” ​ແລະ​ມີ​ຄວາ​ມຈຳ​ເປັນ ທີ່​ຈະຕ້ອງຫລຸດ​ຜ່ອນອາວຸດ​ດັ່ງກ່າວ ຢ່າງ​ຮີບ​
ດ່ວນ​ແບບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ​ກ່າວ​ວ່າ “ການ​ຊອກ​ສະ​ແຫວ​ງຫາ​ທີ່​ບໍ່​ສິ້ນ​ສຸດ​ ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ອາວຸດ​ນິວ​ເຄລຍ ​ແລະອາວຸດ​ຍຸດ​ທະ​ສາດທີ່​ບໍ່​ແມ່ນນິວ​ເຄລຍນັ້ນ ຈະ​ບໍ່​ສ້າງ​ຄວາມ​ປອດ​ໄພ ແຕ່ມັນ​ອາດ
​ຈະ​ກໍ່​ໃຫ້​ເກີດການ​ທ້າ​ທາຍ​ແບບໃໝ່ ​ແລະ​ການ​ແຂ່ງຂັນ​ອາວຸດທີ່​ພາໃຫ້​ເກີດ​ບໍ່​ມີ​ຄວາມ​
ທຸ່ນທ່ຽງ ​ແລະຄວາມ​ເຄັ່ງ​ຕຶງຢູຸ່​ໃນ​ພາກພື້ນ ​ແລະ​ໃນ​ໂລກ.

ສະຫະລັດ ອັງກິດ ​ຝຣັ່ງ ​ແລະ​ປະມານ​ອີກ 20 ປະ​ເທດ​ ໄດ້​ຢືນ​ຢູ່​ຮ່ວມ​ກັນ​ ໃນ​ວັນ​ຈັນ
​ວານ​ນີ້ ເພື່ອ​ຄັດຄ້ານ​ຕໍ່​ການ​ເ​ກືອດ​ຫ້າມດັ່ງກ່າວ. ຣັດ​ເຊຍ ​ແລະ​ຈີນ​ກໍ​ໄດ້​ຄັດຄ້ານຕໍ່​ຂໍ້
​ສະ​ເໜີ​ກ່ຽວ​ກັບສົນທິສັນຍານີ້ ​ແລະ​ບໍ່​ເຂົ້າ​ຮ່ວ​ມ​ໃນການເຈລະຈາ.

​ເອກອັກຄະ​ລັດ​ຖະທູດ​ສະຫະລັດ ປະຈຳ​ອົງ​ການ​ສະຫະ​ປະຊາ​ດ ທ່ານ​ນາງ Nikki
Haley ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ​ມັນ​ແມ່ນ​ວຽກ ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ທີ່ ​ຈະ​ເຮັດ​ໃຫ້​
ປະຊາຊົນ​ປອດ​ໄພ.

ທ່ານ​ນາງ​ກ່າວ​ວ່າ “​ໃນ​ຖານະ​ເປັນແມ່​ຜູ້​ນຶ່ງ ​ໃນ​ຖານະລູກ​ສາວ​ຄົນ​ນຶ່ງ ບໍ່​ມີ​ຫຍັງ​ອີກ​ທີ່
​ຂ້າພະ​ເຈົ້າ​ຕ້ອງການ​ເພີ້​ມອີກ​ໃຫ້​ແກ່​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ຫລາຍ​ກວ່າ​ໂລກ​ທີ່​ປາດ
ສະ​ຈາກ​ອາວຸດນິວ​ເຄລຍ ​ແຕ່​ພວກ​ເຮົາ​ ຕ້ອງ​ໃຫ້​ເປັນ​ທີ່​ແນ່ນອນ​. ມີ​ໃຜ​ບໍ​ທີ່​ເຊື່ອ​ວ່າ ​
|ເກົາຫລີ​ເໜືອ​ຈະ​ເຫັນ​ພ້ອມໃນ​ການເກືອດ​ຫ້າມ​ອາ​ວຸດ​ນິວ​ເຄລຍ?”

ຜູ້ຕາງໜ້າ​ຍີ່​ປຸ່ນ ທ່ານ Nobushige Takamizawa ຍັງ​ໄດ້​ຍົກ​ເອົາເກົາຫລີ​ເໜືອຂຶ້ນ
ມາ​ເປັນ​ຕົວຢ່າງ ​ໂດຍກ່າວ​ວ່າ​ການ​ຂົ່ມຂູ່ດ້ວຍອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ​ຂອງປະ​ເທດດັ່ງກ່າວ ຫວ່າງ​ມໍ່ໆ​ມາ​ນີ້​ ເປັນ “ການ​ຂົ່ມ​ຂູ່​ໃນ​ດ້ານຄວາ​ມໝັ້ນຄົງ​ທີ່
ເກີດ​ຂຶ້ນ​ໄດ້ທຸກ​ຍາມ" ​ຕໍ່​ຂົງ​ເຂດ ​ແລະຕໍ່​ໂລກ.


ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

UN Nuclear Wapons
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG