ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ​ຢືນຢັນ​ວ່າ ມີ​ເກືອບ 93,000 ຄົນ ​​ເສຍຊີວິດ ໃນ​ຊີ​ເຣຍ (ວີດິໂອ/ສະໄລດ໌)


Battles for Aleppo & Surroundings Loom on Syria's Northern Front
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ

ມີລາຍງານວ່າ ທະຫານລັດຖະບານຊີເຣຍ ພວມກະກຽມ ການບຸກໂຈມຕີຄັ້ງໃຫຍ່ ຕໍ່ເຂດຄວບຄຸມຂອງພວກຕໍ່ຕ້ານ ໃນ​ນະຄອນ Aleppo.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ໄດ້ມີການ​ຢືນຢັນ​ແລ້ວ​ວ່າ
ມີ​ເກືອບ 93,000 ຄົນ ​ໄດ້ຖືກ​ສັງຫານ​ໃນ​ສົງຄາມ​ກາງ​ເມືອງ​ທີ່​
ນອງ​ເລືອດ​ຂອງຊີ​ເຣຍ ແຕ່ກໍເຕືອນ​ວ່າ ຈໍານວນຜູ້ເສຍ​ຊີວິດໂຕ​
ຈິງ​ຄົງ​ຈະ​ຫຼາຍກ່ວາ​ນັ້ນ.

​ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ອອກ​ໃນ​ວັນ​ພະ​ຫັດ​ມື້​ນີ້ ຫ້ອງການສິດທິ​ມະນຸດ​ຂອງສະຫະ​ປະຊາ​ຊາດ ຮັບຮູ້ວ່າ​ ​ຕົວ​ເລກ​ຫຼ້າ​ສຸດ​ທີ່​ເກັບ​ກໍາມາຈົນ​ຮອດ​ທ້າຍ​ເດືອນເມສາຜ່ານ​ມານັ້ນ ​ຄົງ​ຈະ​ເປັນ​ຕົວ​ເລກ​ທີ່​ຕໍ່າ​ທີ່​ສຸດ ​ແລະ​ຍອມຮັບວ່າ ການ​ສູ້​ລົບ​ກັນນັບ​ມື້​ນັບຮຸນ​ແຮງ​ຂຶ້ນ.


ອົງ​ການ​ດັ່ງກ່າວ​ຍັງ​ກ່າວ​ວ່າ ​ໂດຍສະ​ເຫຼຍ​ແລ້ວ ​ໄດ້​ມີ​ຫຼາຍ​ກວ່າ
5,000 ຄົນຖືກ​ສັງຫານ​ໃນ​ຊີ​ເຣຍ​ໃນແຕ່ລະ​ເດືອນ ນັບ​ຕັ້ງ​ແຕ່​
ເດືອນ​ກໍລະກົດ​ ປີ​ກາຍ​ນີ້ເປັນ​ຕົ້ນ​ມາ. ທ່ານ Navi Pillay ​
ຫົວໜ້າ​ຫ້ອງການສິດທິ​ມະນຸດຂອງອົງການ​ສະຫະ​ປະຊາ​ຊາດ
ກ່າວ​ວ່າ ນັ້ນ​ແມ່ນ​ສະທ້ອນ​ໃຫ້​ເຫັນ​ເຖິງ ​ການເຊື່ອມ​ໂຊມ​ລົງ​
ຢ່າງໃຫຍ່​ຫລວງຂອງ​ການ​ຂັດ​ແຍ້​ງກັນ ​ໃນໄລຍະ​ນຶ່ງ​ປີຜ່ານ​ມາ​ນີ້.

ລາຍ​ງານ​ຂອງ​ທາງອົງການ​ສະຫະ​ປະຊາ​ຊາດທີ່​ ພິມອອກ​ເຜີຍ
​ແຜ່​ໃນ​ເດືອນ​ພຶດສະພາ ​ຜ່ານ​ມາ​ນີ້ ​ປະ​ເມີນ​ວ່າ ​ໄດ້​ມີ 80,000 ຄົນ
ເສຍ​ຊີວິດ​ໃນ​ຄວາມ​ວຸ້ນວາຍ ທີ່​ສືບ​ຕໍ່​ມາ​ຈົນ​ເຂົ້າ​ປີ​ທີ 3 ​ແລ້ວ. ລາຍ​ງານ​ຂອງສະຫະ​ປະຊາ
​ຊາດ ແມ່ນ​ອ້າງ​ອີງ​ຈາກແຫຼ່ງຂ່າວ 8 ແຫຼ່ງ ຈາກທັງຝ່າຍ​ລັດຖະບານ​ແລະຝ່າຍ​ຕໍ່ຕ້ານ.



ລາຍ​ງານຍັງ​ໄດ້​ກ່າວ​ວ່າ​ ມີ​ເດັກນ້ອຍ​ຢ່າງ​ນ້ອຍ 6,500 ​ຄົນ​ ໄດ້​ເສຍ​ຊີວິດໃນການສູ້​ລົບ​
ກັນ​ນັ້ນ. ທ່ານ Pillay ກ່າວ​ວ່າ ​ຍັງ​ມີ​ລາຍ​ງານທີ່​ມີ​ການ​ບັນທຶກ​ຫລັກ​ຖານ​ເປັນ​ຢ່າງ​ດີ ກ່ຽວ​ກັບ​
ກໍລະນີ​ພວກ​ເດັກນ້ອຍ​ທີ່ຖືກ​ທໍລະມານ​ແລະ​ສັງຫານ​ໄປ​ພ້ອມ​ກັບຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ການ​ຂັດ​ແຍ້​ງ​ກັນ​ໄດ້​ເລີ່​ມຂຶ້ນຈາກ​ການ​ປະ ​ທ້ວງ​ຢ່າ​ງສັນຕິ ຕໍ່ຕ້ານ​ກັບ​ລັດຖະບານ​ຂອງທ່ານ
Bashar al-Assad ​ໃນ​ປີ 2011 ​ແລະ​ໄດ້​ກາຍ​ມາ​ເປັນ​ການຕໍ່​ສູ້​ກັນດ້ວຍ​ອາວຸດ ຫຼັງ​ຈາກ
​ທີ່​ທາງ​ກອງ​ກໍາລັງ​ຂອງ​ລັດຖະບານ ​ໄດ້​ຕອບ​ໂຕ້​ຢ່າງ​ຮຸນ​ແຮງຕໍ່​ການ​ປະ​ທ້ວງ​ນັ້ນ.

Kerry, Hague Discuss Boosting Support for Syrian Opposition
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ
XS
SM
MD
LG