ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ຮ້ອງຂໍໃຫ້ ນາໆຊາດລໍຖ້າ ​​ຫຼັກຖານ ຈາກການສືບສວນ ໃນຊີເຣຍ ເສຍກ່ອນ (ວີດີໂອ/ສະໄລດ໌)


Diplomats Debate Military Action Against Syria
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ

Diplomats Debate Military Action Against Syria

ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດ ທ່ານ Ban
Ki-moon ກ່າວ​ວ່າ ທີມງານກວດ ກາຂອງສະຫະປະຊາ
ຊາດ ທີ່​ທໍາການ​ກວດກາກ່ຽວ​ກັບການນໍາ​ໃຊ້ອາວຸດເຄມີ
ໂຈມຕີ ຢູ່​ໃນ​ຊີ​ເຣຍນັ້ນ ຈະ​ອອກ​ຈາກຊີ​ເຣຍ​ໄປ ​ໃນ​ວັນເສົາ
​ຈະ​ມາ​ເຖິງ​ນີ້.

ທ່ານ​ໄດ້​ກ່າວ​ເຊັ່ນ​ນັ້ນໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່ທີມ
ງານກວດກາຂອງສະຫະປະຊາຊາດ ອອກ​ໄປ​ປະກອບ
ພາລະກິດເກັບ​ກໍາ​ຂໍ້​ມູນເປັນ​ມື້​ທີ 3 ຢູ່​ບ່ອນ​ຖືກ​ໂຈມ​ຕີ
​ແຫ່ງ​ນຶ່ງ ​ໃນ​ເຂດ​ຊານ​ເມືອງ​ຫລວງດາມັ​ສກັສ.



ທ່ານ Ban ກ່າວ​ວ່າ ທີມກວດກາຂອງສະຫະປະຊາຊາດຈະລາຍ​ງານ​ໃຫ້​ທ່ານ​ຊາບຜົນ​
ການ​ຄົ້ນ​ພົບ​ຂອງ​ເຂົາ​ເຈົ້າຈາກການ​ດໍາ​ເນີນ​ພາລະກິດ​ເປັນ​ເວລາ 2 ອາທິດ ທີ່​ໃນ​ເບື້ອງ​
ຕົ້ນ​ມີ​ເປົ້າ​ໝາຍ​ ​ເພື່ອ​ພິສູດ​ຂໍ້​ກ່າວ​ຫາ​ຄັ້ງ​ກ່ອນໆ​ກ່ຽວ​ກັບ​ການ​ນໍາ​ໃຊ້ອາ​ວຸດ​ເຄມີ​ໃນ​ຊີ​ເຣຍ
ນັ້ນ. ທ່ານ​ຂໍ​ຮ້ອງ​ໃຫ້ທາງ​ປະ​ຊາຄົມນາໆ​ຊາດປ່ອຍ​ໃຫ້ທີມກວດກາດັ່ງກ່າວ​ນີ້​ ສໍາ​ເລັດ
​ການ​ສືບສວນ​ຂອງ​ພວກເຂົາ​ເຈົ້າ ແລະ​ນໍາສະເໜີ​ຫຼັກ​ຖານ​ເສຍ​ກ່ອນ ກ່ອນ​ທີ່​ຈະ​ຕັດສິນ​
ໃຈ ທໍາ​ການ​ໂຕ້​ຕອບ​ໃດໆ​ນັ້ນ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ທ່ານ​ນຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ
​ກ່ຽວ​ກັບ​ການ​ເອົາ​ບາດ​ກ່າວ​ໃດໆ​ເທື່ອ ​ແຕ່​ວ່າ​ໃນ​ເມື່ອ​ລັດຖະບານ​ຂອງ​ທ່ານ​ມີ​ຄວາມ
​ເຊື່ອ​ໝັ້ນແລ້ວວ່າ ລັດຖະບານ​ຊີ​ເຣຍເປັນ​ຜູ້​ຜິດນັ້ນ, ທ່ານຈຶ່ງ​ສັນຍາ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່
​ກະທໍາ​ຜິດ​ກົດ​ລະບຽບ​ສາກົນ​ ​ແມ່ນ​ຈະ​ຕ້ອງຖືກ​ນໍາ​ມາ​ ຮັບຜິດຊອບ ​ແລະຮັບ​ໂທດ​ທັນ.

ທ່ານ Obama ​ໄດ້​ບອກ​ກັບ ​ໂທລະພາບ PBS ​ໃນລາຍການ “NewsHour” ​ໃນ​ວັນ​
ພຸດ​ວານ​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາການໃດໆ​ນັ້ນ​ແມ່ນ​ຈະ​ມີ​ຂອບ​ເຂດ​ຈໍາກັດ ​ເພື່ອ​ສົ່ງ
​ສັນຍານ​ໄປ​ໃຫ້ປະທາ ນາທິບໍດີ Bashar al-Assad ວ່າ ຈະ​ບໍ່​ມີ​ການ​ອົດທົນອົດ​ກັ້ນ
​ຕໍ່​ໄປອີກ​ແລ້ວ ຖ້າ​ຫາກ​ວ່າມີ​ການ​ນໍາ​ໃຊ້ອາ​ວຸດ​ເຄມີອີກ​ໃນ​ອະນາ​ຄົດ. ທ່ານ​ຍັງ​ໄດ້​ກ່າວ
​ອີກ​ວ່າ ທ່ານ​ບໍ່​ໄດ້​ສົນ​ໃຈ​ຕໍ່​ການ​ປ່ອຍ​ໃຫ້​ ການຂັດ​ແຍ້​ງ​ກັນ​ໃນ​ຊີ​ເຣຍນັ້ນ ດໍາ​ເນີນ​ຕໍ່​ໄປ
​ຢ່າງ​ບໍ່​ມີ​ມື້​ສິ້ນ​ສຸດ.

ຊີ​ເຣຍ​ໄດ້ປະຕິເສດວ່າ ຕົນ​ບໍ່​ໄດ້ໃຊ້ອາວຸດເຄມີ​ໃນ​ການ​ໂຈມ​ຕີ.​

OBAMA SYRIA CNPK.mov
please wait
Embed

No media source currently available

0:00 0:02:12 0:00
XS
SM
MD
LG