ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສ​ປ​ຊ ວ່າ ລັດ​ຖະ​ບານ ຊີ​ເຣຍ ແລະ ພວກ​ຕໍ່​ຕ້​ານ ຍັງ​ສືບ​ຕໍ່ ພົບ​ປະ​ກັນ (ສະ​ໄລ​ດ໌/​ວີ​ດີ​ໂອ​)


Syria Talks Continue
please wait
Embed

No media source currently available

0:00 0:04:02 0:00
ລິງໂດຍກົງ
ລັດຖະບານ​ຊີ​ເຣຍ ​ແລະ​ຝ່າຍ​ຄ້ານ​ ກຳນົດຈະ​ທຳ​ການ​ພົບ​ປະ​ເຊິ່ງ
ໜ້າ​ກັນ​ອີກ​ໃນ​ວັນ​ຈັນມື້​ນີ້ ​ທີ່​ນະຄອນ​ເຈ​ນີວາ ​ໃນ​ການ​ເຈລະຈາ​ທີ່​
ທ່ານ Lakhdar Brahimi ຜູ້​ໄກ່​ເກ່ຍກ່າວ​ວ່າ “ກຳລັງ​ດຳ​ເນີນ​ຕໍ່​
ໄປ”
ແລະທ່ານ​ຫວັງ​ວ່າ “ຈະ​ຄືບ​ໜ້າ​ ​ເປັນ​ຂັ້ນໆ​ໄປ​ນັ້ນ.”

ທ່ານ Brahimi ​ໄດ້​ທຳ​ການ​ພົບ​ປະກັບ​ທັງສອງ​ຝ່າຍພ້ອມ​ກັນ
​ແລະຄົນ​ລະ​ເທື່ອຫລາຍໆ​ຄັ້ງ ຊຶ່ງ​ທ່ານ​ກ່າວໃນ​ວັນ​ອາທິດ​ວານ
​ນີ້​ວ່າ ​ເປັນຂັ້ນ​ຕອນ​ທີ່​ເປັນ​ປະໂຫຍ​ດ ທີ່​ອຳນວຍ​ໃຫ້​ທ່ານ​ມີ​ໂອ
ກາດ​ໄດ້​ໂອ້​ລົມ​ກ່ຽວ​ກັບ​ທ່າ​ທີ​ແລະ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ
​ແຕ່​ລະ​ພັກ​ຝ່າຍ​ນັ້ນ.



ທ່ານ Brahimi ກ່າວອີກ​ວ່າ ທ່ານ​ຫວັງ​ວ່າ​ ພວກ​ແມ່ຍິງ​ແລະ​ເດັກນ້ອຍ​ຈະ​ສາມາດ​ອອກ​
ຈາກ​ເຂດ​ທີ່​ຖືກ​ປິດ​ລ້ອມ​ໃນ​ຕົວ​ເມືອງ Homsນັ້ນ​ໄດ້ ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກທີ່​ໄດ້ບັນລຸ​ຂໍ້​ຕົກລົງ​ກັບຝ່າຍ​ລັດຖະບານທີ່​ອະນຸຍາດ​ໃຫ້​ພວກ​ແມ່ຍິງ​ແລະ​ເດັກນ້ອຍ​ເຫຼົ່າ​ນີ້​ອອກ​ຈາກ
ເຂດດັ່ງກ່າວ​ໄດ້ ໃນ​ທັນທີ​. ທ່ານ Brahimi ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ສະຫະ​ປະຊາ​ຊາດຫວັງ​
ວ່າ​ ພວກ​ລົດ​ບັນທຸ​ກ​ເຄື່ອງ​ຊ່ອຍ​ເຫຼືອ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ແລ່ນ​ເຂົ້າ​ໄປ​ໃນ​ເມືອງHoms
​ໃນ​ວັນ​ຈັນ​ມື້​ນີ້.

​ເມືອງ Homs ​ເປັນ​ນຶ່ງ​ໃນ​ບັນດາ​ຫົວ​ເມືອງ​ໃຫຍ່​ຂອງ​ຊີ​ເຣຍ ​ແລະ​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ ໂດຍຝ່າຍ​ລັດຖະບານ ທີ່​ພະຍາຍາມເຂົ້າ​ຄວບ​ຄຸມ​ເອົາເມືອງ​ນີ້​ ຄືນມາຈາກ​ກຳລັງ​ຂອງ
ຝ່າຍ​ຕໍ່ຕ້ານ.

ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຂຶ້ນ​ ພາຍຫຼັງ​ການ​ພົບ​ປະ​ສົນທະນາ​ກັນ​ມາ​ສອງ​ຮອບ​ໃນ​ວັນ​ອາທິດ
ວານ​ນີ້ ທີ່​ໄດ້​ເພ່ງ​ເລັງໃສ່​ການ​ປ່ອຍ​ໂຕປະຊາຊົນ​ຊີ​ເຣຍຫຼາຍພັນ​ຄົນ​ອອກ​ຈາກ​ຄຸກ​ແຫ່ງ
ຕ່າງໆ​ຂອງ​ ຊີ​ເຣຍນັ້ນ.

ທ່ານ Brahimi ກ່າວ​ວ່າ ທາງຝ່າຍ​ຄ້ານ​ກໍໄດ້​ຕົກລົງ​ນຳ​ຄຳ​ຂໍ​ຮ້ອງ​ຂອງ​ລັດຖະບານ​ ທີ່​ຂໍລາຍ​ຊື່ພວກ​ຄົນ​ທີ່​ຖືກ ​ບັນດາ​ກຸ່ມຕໍ່ຕ້ານ​ທີ່​ປະກອບ​ອາວຸດ ກັກ​ຂັງ​ໄວ້ນັ້ນ. ​
Syria Talks Shift to Political Issues
please wait

No media source currently available

0:00 0:02:53 0:00
ລິງໂດຍກົງ
XS
SM
MD
LG