ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ຖືກຟ້ອງ ນຳເອົາ ໂຣກອະຫິວາ ເຂົ້າໄປ ໃນເຮຕີ (ວີດີໂອ)


Haiti
please wait
Embed

No media source currently available

0:00 0:00:57 0:00
ສະຫະ​ປະຊາ​ຊາດ ກໍາລັງ​ກ່າວປ້ອງ​ກັນ​ ຕໍ່​ການ​ກ່າວ​ອ້າງ​ທີ່​ວ່າ
ກຳລັງ​ຮັກສາ​ສັນຕິພາບ​ຂອງ​ຕົນ ​ເປັນ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ
ການລະ​ບາດ​ຂອງ​ໂຣກອະຫິ​ວາ ​ໃນ​ Haiti ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ ປະມານ 8,000 ຄົນ ​ແລະ​ລົ້ມປ່ວຍ​ຫລາຍ​ກວ່າ
650,000 ​ຄົນ​ໃນ​ປີ 2010 ລຸນຫລັງ​ທີ່​ໄດ້​ເກີດ​ແຜ່ນດິນ​ໄຫວ
ທີ່​ສ້າງ​ຄວາມ ​ເສຍ​ຫາຍຮ້າຍ​ແຮງ.

ສະ​ຖາ​ບັນ​ຍຸຕິ​ທໍາ ​ແລະ​ປະຊາທິປະ​ໄຕ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ນະ
ຄອນ Boston ​ໄດ້​ປະກາດ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນ​ຈະ​ຍື່ນໜັງ
ສືຟ້ອງ​ຮ້ອງກ່າວ​ຫາ​ວ່າ ພະຍາດດັ່ງ ກ່າວ​ນີ້ ​ໄດ້​ຖືກ​ນໍາເຂົ້າ​
ໄປ​ໃນ​ເຮ​ຕີ ​ໂດຍກຳລັງຮັກສາ​ສັນຕິ​ພາບ ຈາກ​ເນ​ປານ ​ແລະ
​ໄດ້​ຮ້ອງ​ຂໍ​ໃຫ້​ຈ່າຍ​ເງິນ​ຊົດ​ເຊີຍ​ສຳລັບ​ພວກ​ເຄາະ​ຮ້າຍ​ທີ່​ເປັນ​
ພະຍາດນີ້.

ອົງການສະຫະ​ປະຊາ​ຊາດ ​ກ່າວວ່າ ຕົນ​ບໍ່​ຍອມຮັບວ່າຕົນ​ເປັນ​ຜູ້​ຮັບຜິດຊອບ​ກ່ຽວ​ກັບ​ການລະ​ບາດ​ຂອງ​ໂຣກອະຫິວາ. ນອກນັ້ນສະຫະ​ປະຊາ​ຊາດ​ຍັງ​ເວົ້າວ່າ ຕົນ​ມີ​ສິດ​ພິ​ເສດ​ທາງ​ດ້ານ​ການ​ທູດ ທີ່​ຈະ​ບໍ່​ຖືກ​ຟ້ອງ​ຮ້ອງ​ກ່ຽວ​ກັບ​ຄວາມ​ປະໝາດ ​ຫລື​ເລີ້ນ​ເລີ້ທາງ​ດ້ານ​ກົດໝາຍ​ໃດໆ.

​ຜ່ານ​ມາ ສະຫະ​ປະຊາ​ຊາດ ​ໄດ້​ກ່າວວ່າ ຕົນ​ບໍ່​ຮັບ​ເອົາ​ການການ​ກ່າວ​ອ້າງ​ກ່ຽວ ກັບ​ການ​ຈ່າຍ​ເງິນ​ຊົດ​ເຊີຍ​ໃດໆ​ໃນ​ການລະ​ບາດ​ຂອງ​ໂຣກອະຫິວາ ​ເຖິງ​ແມ່ນ​ວ່າ​ຫົວໜ້າສິດ​ທິ
ມະນຸດ​ຂອງ​ອົງການສະຫະ​ປະຊາ​ຊາດ ທ່ານ Navi Pillay ​ໄດ້​ສະ​ເໜີ​ໃນ​ວັນ​ອັງຄານ​ວານ​ນີ້ວ່າພວກ​ເຄາະ​ຮ້າຍມີ​ສິດ​ທີ່​ຈະໄດ້​ຮັບເງິນ​ຊົດ​ເຊີຍ. ທ່ານ ​ນາງ ບໍ່​ໄດ້​ກ່າ​ວ​ເຈາະ​ຈົງວ່າ ​ແມ່ນໃຜ​ສົມຄວນ​ຈະ​ເປັນ​ຜູ້ຈ່າ​ຍ​ເງິນ​ດັ່ງກ່າວ.



ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG