ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດ​ພິ​ເສດ ​ສປຊ ​ຮຽກຮ້ອງ​ໃຫ້ ມຽນມາ ຍຸດຕິ ​ການຈຳ​ແນ​ກກີດ​ກັນ ຕໍ່​ຊາວ​ມຸສລິ​ມ ຢ່າງຮີ​ບດ່ວນ.


ຄອບຄົວມຸສລິມ ທີ່ຖືກລະບຸວ່າ ເປັນຊາວມຸສລິມໂຣຮິງຢາ ໄດ້ຖືກຈັບກຸມມາເປັນເວລາດົນນານ ຢູ່ສູນອົບພະຍົບ Sittwe ລັດ Rakhine ທາງພາກຕາເວັນຕົກຂອງມຽນມາ.
ຄອບຄົວມຸສລິມ ທີ່ຖືກລະບຸວ່າ ເປັນຊາວມຸສລິມໂຣຮິງຢາ ໄດ້ຖືກຈັບກຸມມາເປັນເວລາດົນນານ ຢູ່ສູນອົບພະຍົບ Sittwe ລັດ Rakhine ທາງພາກຕາເວັນຕົກຂອງມຽນມາ.

ທູດ​ພິ​ເສດ​ດ້ານ​ສິດທິມະນຸດ​ຄົນ​ນຶ່ງຂອງສະຫະ​ປະຊາ​ຊາດ​ ​ກຳລັງ​ຮຽກຮ້ອງ​ໃຫ້ ລັດຖະ ບານມຽນມາຍຸດຕິ​ໃນ​ອັນ​ທີ່​ທ່ານ​ນາງ​ຮ້ອງ​ວ່າ “​ການຈຳ​ແນ​ກກີດ​ກັນ​ທາງ ​ສະ​ຖາ​ບັນ​” ຕໍ່​ຊາວ​ມຸສລິ​ມ ​ເປັນບູລິ​ມະ​ສິດ​ອັນ​ຮີ​ບດ່ວນ.

ທູດ​ພິ​ເສດ Yanghee Lee ທີ່ສິ້ນ​ສຸດ​ການ​ປະຕິບັດງານ​ເປັນ​ເວລາສອງອາທິດ​ຢູ່​ໃນປະ​ເທດ​ມຽນມາ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ໃນ​ວັນ​ສຸກ​ວານ​ນີ້​ວ່າ “ການຈຳ ກັດ​ຮັດ​ແຄບ​ໃນ​ທຳ ນອງ​ນີ້ ​ເປັນ​ຜົນ​ກະທົບ​ຢ່າງ​ຮ້​າຍ​ແຮງ​ຕໍ່​ທຸກ​ໆ​ດ້ານຂອງ​ການ​ດຳລົງຊີວິດ ຮວມທັງ​ການໄດ້​ຮັບການບໍ​ລິ​ການ​ພື້ນຖານ ​ແລະ​ຊີວິດ​ການ​ເປັນ​ຢູ່.”

ທ່ານ​ນາງ Lee ກ່າວ​ວ່າ “ມັນ​ຈະ​ແຈ້ງ​ທີ່​ວ່າຄວາມ​ເຄັ່ງ​ຕືງທາງ​ສາສະໜາ​ຍັງມີ​ຢູ່ຢ່າງ​ແຜ່ ກວ້າງ​ ໃນ​ທົ່ວ​ສັງ​ຄົມ​ມຽນມາ. ​ເຫດ​ຮ້າຍ​ໃນ​ການ​ໃຊ້​ຄຳ​ເວົ້າ​ກຽດ​ຊັງ ການ​ຍຸ​ແຫ​ຍ່​ໃຫ້ເກີດ​ການຈຳ​ແນ​ກກີດ​ກັນ ຄວາມ​ກຽດ​ຊັງ ​ແລະ​ຄວາມ​ຮຸນ​ແຮງ ຕະ ຫລອດ​ທັງການ​ບໍ່​ໂຍະຍານ​ຜ່ອນຜັນ​ທາງ​ດ້ານສາສະໜາ ຍັງ​ສື​ບຕໍ່​ເປັນສາ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ.”

ທ່ານ​ນາງກ່າວ​ວ່າ ລັດຖະບານ​ຍັງລັ່ງ​ເລ​ໃຈ​ທີ່​ຈະ​ປາບ​ປາມ​ບັນດາຜູ້​ກະທຳ​ຜິດ ​ໃນ​ການ​ກໍ່ຄວາມ​ຮຸນ​ແຮງ​ທາງ​ສາສະໜາ ຍ້ອນມີ​ຄວາມ​ຢ້ານ​ກົວ​ວ່າ ມັນ​ອາດ​ຈະ​ນຳ​ໄປ​ສູ່ການ​ເກີດຄວາມ​ເຄັ່ງ​ຄື​ງ​ເພີ້ມ​ຂຶ້ນ ອັນ​ເປັນ​ກາ​ສົ່ງ​ສັນຍານ​ທີ່ຜິດພາດ.

ທ່ານ​ນາງ Lee ຍັງ​ໄດ້ຕິຕຽນ​ສະພາບ​ການ​ຢູ່​ໃນສູນຕ່າງ​ໆ ສຳລັບຊາວ​ມຸສລິມ ໂຣຮິງ​ຢາ ທີ່​ບໍ່​ມີ​ທີ່ຢູ່ອາ​ໄສ. ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ຜ່ອນຜັນ​ການ​ຈຳກັດ​ຮັດ​ແຄບ ກ່ຽວ​ກັບ​ສິດ​ເສລີພາບໃນການ​ເຄື່ອນຍ້າຍ​ໄປມາຂອງ​ເຂົາ​ເຈົ້າ ຊຶ່ງ​ເຮັດ​ໃຫ້​ເປັນ​ການຍາກ​ລຳບາກສຳລັບ​ເຂົາ​ເຈົ້າ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ.

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ ທີ່ນຳພາ​ໂດຍ​ຜູ້​ທີ່ໄດ້​ຮັບ​ລາງວັນໂນແບ​ລຂະ​ ແໜງສັນຕິ​ພາບ ທ່າ​ນນາງ Aung San Suu Kyi ​ໄດ້​ກຳ​ອຳນາດ​ໃນ​ມຽນມາເມື່ອ​ເດືອນ​ ມີນາ ຫລັງ​ຈາກ 50 ປີ​ຂອງ​ການ​ປົກຄອງ​ຂອງ​ພວກທະຫານ.

​ແຕ່​ວ່າ ຄວາມ​ກຽດ​ຊັງແລະ​ບໍ່​ເຊື່ອ​ໃຈ​ລະຫວ່າງ​ຊາວ​ພຸດ​ທີ່​ເປັນຊົນກຸ່ມໃຫຍ່ ​ແລະ ​ບັນດາ​ສາສະໜາກຸ່ມ​ນ້ອຍ ​ໂດຍ​ສະ​ເພາະ​ຊາວ​ມຸສລິ​ມ ​ໄດ້​ມີມາ​ເປັນ​ເວລາ​ຫລາຍ​ປີ​ແລ້ວ ​ແລະ​ມັກຈະ​ຝົດ​ເດືອດ​ກາຍ​ເປັນ​ຄວາມ​ຮຸນ​ແຮງ.

ກຸ່ມ​ຫົວ​ຮຸນ​ແຮງ​ສາສະໜາ​ພຸດ​ໄດ້​ຈູດ​ເຜົາ​ວັດ​ມຸສລິ​ມ ​ໂຈມ​ຕີ​ພວກ​ທີ່​ນັບຖື ​ແລະ​ຍຶດ​ເອົາ​ຊັບ​ສົມບັດ​ຕ່າງ​ຂອງ​ສາສະໜາດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG