ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວຽກໃໝ່ຂອງ ທູດພິເສດ ສປຊ ຄອບງຳ ຂໍ້ຕົກລົງ ລີເບຍ


ທູດພິເສດ ອົງການ ສະຫະປະຊາຊາດປະຈຳ ລີເບຍ ທ່ານ Bernardino Leon ກ່າວຕໍ່ສື່ມວນຊົນທີ່ເມືອງ Skhirat, ປະເທດ ໂທຣັອກໂກ. 8 ຕຸລາ, 2015.
ທູດພິເສດ ອົງການ ສະຫະປະຊາຊາດປະຈຳ ລີເບຍ ທ່ານ Bernardino Leon ກ່າວຕໍ່ສື່ມວນຊົນທີ່ເມືອງ Skhirat, ປະເທດ ໂທຣັອກໂກ. 8 ຕຸລາ, 2015.

ທູດພິເສດຂອງອົງການ ສະຫະປະຊາຊາດປະຈຳ ລີເບຍ ທີ່ກຳລັງ ພົ້ນຈາກຕຳແໜ່ງໄດ້ຮຽກຮ້ອງຜູ້ນຳຂອງປະເທດດັ່ງກ່າວນັ້ນໃຫ້ຢຸຸດ ກີດກັນຂະບວນການທາງການທູດ ແລະ ເລືອກຕັ້ງກ່ຽວກັບຂໍ້ຕົກ ລົງທາງການເມືອງທີ່ກຳນົດອົງປະກອບຂອງ ລັດຖະບານທີ່ເປັນ ໜຶ່ງດຽວກັນໃນອະນາຄົດ.

ແຕ່ວ່າຄວາມພະຍາຍາມຂອງທ່ານ Bernardino Leon ເພື່ອກໍ່ໃຫ້ ເກີດການແກ້ໄຂບັນຫາແມ່ນໄດ້ຄອບງຳໂດຍບົດລາຍງານທີ່ທ່ານ ໄດ້ເຈລະຈາສຳລັບການຝຶກງານທີ່ເປັນຜົນປະໂຫຍດໃຫ້ກັບລັດຖະ ບານຂອງ ສະຫະລັດ ອາຣັບ ເອມີເຣັດສ໌ ໃນຂະນະທີ່ດຳເນີນການ ເຈລະຈາເວລາດຽວກັນໃນນາມຂອງ ອົງການສະຫະປະຊາຊາດ.

ທ່ານໄດ້ປະຕິເສດຂໍ້ກ່າວຫາວ່າການກະທຳຂອງທ່ານໄດ້ກໍ່ໃຫ້ເກີດຄວາມຂັດແຍ່ງ ດ້ານຜົນປະໂຫຍດ.

ທ່ານ Bernardino ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ເຮັດວຽກນີ້ມາເປັນເວລາ 26, 27 ປີ ແລະ ຫຼັງຈາກ 26, 27 ປີພວກເຂົາເຈົ້າໄດ້ຂໍໃຫ້ຂ້າພະເຈົ້າເຮັດບາງຢ່າງທາງການ ຕາມກົດລະ ບຽບແບບແຜນ, ແລະ ຂ້າພະເຈົ້າຄິດວ່າມັນບໍ່ມີຫຍັງຜິດເລີຍ. ຂ້າພະເຈົ້າ ຢືນຢັດວ່າ, ມຸມມອງອາດຈະບໍ່ແຈ້ງ, ສິ່ງທີ່ປະກົດຢູ່ຕໍ່ໜ້າອາດຈະບໍ່ຖືກຕ້ອງ ແຕ່ວ່າ ບໍ່ໃຫ້ຕັດສິນມັນ.”

ສະມາຊິກຂອງສະພາແຫ່ງຊາດໃຫຍ່ທີ່ຕັ້ງຖິ່ນຖານຢູ່ນະຄອນຫຼວງ Tripoli ບໍ່ໄດ້ປະກົດວ່າ ຈະຕົກລົງກັບທ່ານ Leon ແລະ ໄດ້ລາຍງານວ່າໄດ້ສົ່ງ ຈົດໝາຍໄປອົງການ ສະຫະປະຊາ ຊາດ ເພື່ອປະທ້ວງຕໍ່ການກະທຳ ຂອງທ່ານ Leon.

ໃນເວລາດຽວກັນ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ສືບຕໍ່ຮຽກຮ້ອງທຸກໆພັກ ລັດຖະບານໃນ ລີເບຍ ໃຫ້ເຊັນ ແລະ ປະຕິບັດຕາມຂໍ້ຕົກລົງ.

UN Libya
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG