ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ໂກດແຄ້ນ ກ່ຽວກັບ ການໂຈມຕີ ໂຮງໝໍເດັກ ທີ່ເມືອງ Aleppo


ຜູ້ຊາຍຄົນນຶ່ງອູ້ມເດັກນ້ອຍອອກໄປ ຫຼັງຈາກການໂຈມຕີ ທາງອາກາດ ໃສ່ໂຮງໝໍເດັກ ທີ່ເມືອງ Aleppo ປະເທດຊີເຣຍ. (28 ເມສາ 2016)​
ຜູ້ຊາຍຄົນນຶ່ງອູ້ມເດັກນ້ອຍອອກໄປ ຫຼັງຈາກການໂຈມຕີ ທາງອາກາດ ໃສ່ໂຮງໝໍເດັກ ທີ່ເມືອງ Aleppo ປະເທດຊີເຣຍ. (28 ເມສາ 2016)​

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ທ່ານ​ມີຄວາມ​ຕື່ນ​ຕົກ​ໃ​ຈແລະໂກດແຄ້ນເປັນ​ທີ່​ສຸດ ກ່ຽວ​ກັບ​ການ​ໂຈ​ມຕີ​ທາງ​ອາກາດ​ ໃສ່​ໂຮງໝໍ​ເດັກນ້ອຍ ທີ່ເມືອງ Aleppo ຊຶ່ງ​ທ່ານ​ໄດ້​ຖິ້ມ​ໂທດ​ໂດຍ​ກົງ​ໃສ່​ກຳລັງ​ຂອງປະທານາທິບໍດີ​ຊີ​ເຣຍທ່ານ Bashar al-Assad.

ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ ​ໄດ້​ທຳລາຍ​ໂຮງໝໍ ທີ່​ໃຫ້ການ​ສະໜັບສະໜຸນ​ໂດຍ​ອົງ ການ​ແພດ​ບໍ່​ມີ​ພົມ​ແດນ.​ ມີ​ພວກ​ເດັກນ້ອຍ​ແລະ​ທ່ານໝໍ ​ບໍ່​ຕ່ຳ​ກວ່າ 20 ຄົນ​ໄດ້​ເສຍ​ຊີວິດ ຮວມທັງ​ທ່ານໝໍ​ເດັກນ້ອຍ​ຄົນ​ສຸດ​ທ້າຍ ທີ່​ເຮັດ​ວຽກ​ຢູ່​ໃນ​ເຂດຄວບ​ຄຸມ ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ​ໃນ​ເມືອງ Aleppo.

ທ່ານ Kerry ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ປາກົດ​ວ່າ​ນີ້​ແມ່ນ​ການ​ໂຈມ​ຕີ​ດ້ວຍຄວາມ​ຕັ້ງ​ ໃຈຕໍ່​ສະຖານ​ທີ່ ​ທາງ​ການ​ແພດ ​ທີ່​ຮູ້ກັນ​ດີ ແລະ​ປະຕິບັດຕາມ​ປະຫວັດ ທີ່ໜ້າ​ຕື່ນ​ຕົກ​ໃຈ ຂອງ​ອຳນາດ​ການ​ປົກຄອງ Assad ​ໃນ​ການ​ໂຈມ​ຕີ​ສະຖານ​ທີ່​ທຳນອງ​ນີ້​ແລະ​ພວກ​ຮັບ​ມື ກັບ​ເຫດການ​ສຸກ​ເສີນ. ການ​ໂຈມ​ຕີ​ເຫລົ່ານີ້​ໄດ້​ສັງຫານປະຊາຊົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຼາຍໆ ຮ້ອຍ​ຄົນ​ຢູ່​ໃນ​ຊີ​ເຣຍ.

ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີແບບ​ນອງເລືອດ​ທີ່​ເມືອງ Aleppo ​ໃນ​ໄລຍະ 24 ຊົ່ວ​ໂມງ​ທີ່​ເຮັດ​ໃຫ້​ 60 ກວ່າ​ຄົນ​ເສຍ​ຊີວິດ ​ໃນ​ການ​ສູ້​ລົບ ລະຫວ່າງ​ກຳລັງ​ລັດຖະບານ​ຊີ​ເຣຍ ​ແລະພວກ​ຕໍ່ຕ້ານ.

US Condemns Syrian Hospital Bombing
please wait

No media source currently available

0:00 0:02:13 0:00

ທູດ​ພິ​ເສດ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Staffan de Mistura ກ່າວວ່າ ການ ຢຸດ​ຍິງ​ໃນ​ເດືອນ​ກຸມພາທີ່​ທ່ານ​ໄດ້​ຊ່ອຍ​ໃນ​ການ​ເຈລະຈາ​ໄກ່​ເກ່ຍນັ້ນກຳລັງ​ຕົກ​ຢູ່​ໃນ​ອັນ ຕະລາຍ​ແລະ​ອາດ​ຈະ​ພັງ​ທະລາ​ຍລົງ​ໄດ້​ໃນ​ທຸກ​ເວລາ.

ທ່ານ Kerry ຮຽກຮ້ອງ​ໃຫ້ຣັດ​ເຊຍ ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ສຸດ​ຂອງ​ທ່ານ Assad ​ໃຊ້​ອິດ​ທິພົນ​ຂອງ​ຕົນກົດ​ດັນ​ໃຫ້​ທ່ານ Assad ຢຸດ​ເຊົາ​ການ​ບຸກ​ໂຈມ​ຕີ.

ທ່ານ Kerry ກ່າວ​ວ່າ ຣັດ​ເຊຍ​ມີ​ຄວາມ​ຮັບຜິດຊອບ​ຢ່າງ​ຮີບ​ດ່ວນ​ເພື່ອ​ກົດ​ດັນ​ໃຫ້​ອຳນາດ​ການ​ປົກຄອງ​ຊີ​ເຣຍ ປະຕິບັດ​ຕາມ ​ພັນທະ​ຂອງ​ຕົນ ພາຍ​ໃຕ້​ເງື່ອນ​ໄຂ ຂອງ​ມະຕິ​ 2254 ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮວມທັງ​ໂດຍ​ສະ​ເພາະແລ້ວ​ໃຫ້ຢຸດ​ເຊົາ​ໃນ​ການ ໂ​ຈມຕີ​ຕໍ່ພົນລະ​ເຮືອນ​ ສະຖານ​ທີ່​ການ​ແພດ ແລະ​ພວກຮັບ​ມື​ກັບ​ເຫດການ​ສຸກ​ເສີນ ​ແລະ​ປະຕິບັດ​ຕາມ​ການ​ຍຸຕິ​ໃນ​ການ​ເປັນ​ປໍ​ລະ​ປັກ​ໂດຍ​ເຕັມ.

​ແຕ່​ຂະນະ​ດຽວ​ກັນທ່ານ Mistura ກໍ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສະຫະລັດ​ແລະ​ຣັດ​ເຊຍຊ່ວຍ​ຟື້ນ ຟູ​ການ​ເຈລະຈາ​ສັນຕິພາບ.

ທ່ານ​ກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ໃນ​ໄລຍະ 48 ຊົ່ວ​ໂມງ ​ຜ່ານ​ມານີ້ ພວກ​ເຮົາ​ໄດ້​ເຫັນ​ການ​ເສຍ​ຊີວິດ​ຂອງ​ຊາວ​ຊີ​ເຣຍນຶ່ງ​ຄົນ​ໃນ​ທຸກໆ 25 ນາທີ​ແລະ​ບາດ​ເຈັບນຶ່ງ​ຄົນ​ໃນ​ທຸກໆ 13 ນາທີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG