ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ວ່າ ການລັກລອບຄ້າ ແລະ ຊົມໃຊ້ຢາບ້າ ໃນເຂດ ເອເຊຍ ຖີບໂຕສູງຂຶ້ນ


ສວນຝິ່ນແຫ່ງນຶ່ງ ທີ່ອັຟການິສຖານ ຊຶ່ງເປັນປະເທດຜະລິດຝິ່ນ ອັນດັບນຶ່ງຂອງໂລກ.
ສວນຝິ່ນແຫ່ງນຶ່ງ ທີ່ອັຟການິສຖານ ຊຶ່ງເປັນປະເທດຜະລິດຝິ່ນ ອັນດັບນຶ່ງຂອງໂລກ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ລັກລອບ​ຄ້າ​ຢາບ້າ​ປະ​ເພດ​ກະ​ຕຸ້ນ​ປະສາດ ຫຼື ATS ພ້ອມ​ທັງ​ການ​ຜະລິດ​ ແລະ​ການ​ຊົມ​ໃຊ້​ຢາ​ເສບຕິດ​ຜິດ​ກົດໝາຍ​ນັ້ນ​ ກາຍ​ເປັນ​ບັນຫາ​ທີ່​ເຕີບ​ໃຫຍ່​ຂຶ້ນ​ໄປ​ນັບ​ມື້​ຢູ່​ໃນ​ຂົງ​ເຂດເອ​ເຊຍ.

​ໃນ​ລາຍ​ງານ​ກ່ຽວກັບ​ສະພາບຢາ​ເສ​ບຕິດ​ຂອງໂລກທີ່​ນໍາ​ອອ​ກ​ເຜີຍ​ແຜ່​ເມື່ອ​ວັນ​ອັງຄານ​ວານ​ນີ້ ອົງການປາບ​ປາມຢາ​ເສບ​ຕິດ​ແລະ​ອາດຊະຍາ​ກໍາ​ຂອງ ສະຫະປະຊາ​ຊາດເວົ້າວ່າ ​ແນວ​ໂນ້ມ​ແມ່ນ​ໄດ້​ສ້າງບັນຫາ ໂດຍ​ສະ​ເພາະ ​ແລ້ວ​ຢູ່​ໃນ​ຈີນ​ແລະ​ຂົງ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງ​ໃຕ້. ອົງການນີ້ເວົ້າອີກ​ວ່າຂົງ​ເຂດ​ເອ​ເຊຍ​ມີ​ຜູ້​ຊົມ​ໃຊ້​ຢາ​ບ້າປະ​ເພດກະ​ຕຸ້ນ​ປະສາດ ATS ປະກອບ ​ເປັນປະມານ​ເຄິ່ງນຶ່ງ​ຂອງ​ຜູ້​ຊົມ​ໃຊ້​ຢາເສບ​ຕິດ​ດັ່ງກ່າວໃນ​ໂລກ. ນອກ​ນີ້​ການ​ຜະລິດ​ຝິ່ນ​ໃນ​ຂົງ​ເຂດ​ກໍ​ຍັງ​ຖີບ​ຕົວ​ສູງ​ຂຶ້ນ​ຕື່ມອີກ​. ​ແຕ່​ປະລິມານ​ການ​ຜະລິດ​ຝິ່ນ​ແລະ​ການ​ຊົມ​ໃຊ້​ຢູ່​ໃນ​ແຫ່ງ​ອື່ນ​ໆ​ຂອງ​ໂລກ​ຍັງ​ຢູ່​ໃນລະດັບ​ຄື​ເກົ່າ​ຄືບໍ່ຂຶ້ນບໍ່​ລົງ.

ລາຍ​ງານ​ເວົ້າ​ອີກ​ວ່າ ການ​ຊົ​ມ​ໃຊ້​ຢາ​ສັງ​ເຄາະ ​ແລະ​ຢາ​ໝໍ​ສັ່ງ ​ເຊັ່ນ ຢາ Ketamine ​ແມ່ນ​ເພີ່ມ​ຂຶ້ນ ​ໂດຍ​ສະ​ເພາະ​ໃນ​ຈີນ ​ໂຮມ​ທັງ​ຮ່ອງ​ກົງ ມາ ​ເລ​ເຊຍ ​ແລະ​ຫວຽດນາມ.

ລາຍ​ງານ​ດັ່ງກ່າວ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ຊົມ​ໃຊ້​ຢາ​ເສບ​ຕິດ​ໃນ​ປະ​ເທດ​ບຣູ​ໄນ ຍີ່ປຸ່ນ ຟິລິບປິນ ​ແລະເກົາຫຼີ​ໃຕ້​ພາກັນ​ໃຊ້​ຢາ​ methamphetamine ປະ​ເພດ crystal ກັນ​ເປັນ​ປະ​ຈໍາ​ແລະ​ຢ່າງ​ກວ້າງຂວາງ. ສ່ວນປະ​ເທດ​ພູ​ຖານ ​ແລະ​ສີ​ລັງກາ ພົບ​ວ່າ​ມີ​ການ​ເພີ່ມ​ຂຶ້ນ​ໃນ​ການ​ຊົ​ມ​ໃຊ້​ກັນຊາ ​ແລະຢາ ATS ​ໃນ​ຂະນະ​ທີ່​ບັງ​ກລາ​ແດ​ສກໍ​ຊົມ​ໃຊ້​ຢາ​ກະ​ຕຸ້ນປະສາດ ATS ກັນ ຢ່າງ​ກວ້າງຂວາງ.

ຜົນ​ການ​ສຶກສາ​ຄົ້ນຄວ້າ​ເວົ້າ​ວ່າ ຈໍານວນ​ຜູ້​ຊົ​ມ​ໃຊ້​ຢາ​ເສບ​ຕິດ​ດ້ວຍ​ການ​ໃຊ້ ​ເຂັມ​ສັກ​ຢູ່​ໃນ​ຂົງ​ເຂດ​ກໍ​ເພີ່ມ​ຂຶ້ນ​ໄປ ອັນເປັນ​ວິ​ທີ​ທີ່​ສຽງ​ຕໍ່​ການ​ແຜ່​ລະບາດ ຂອງ​ເຊື້ອ​ເອັຊ​ໄອ​ວີ ຊຶ່ງ​ເປັນ​ເຊື້ອ​ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ນັ້ນ ກໍ​ປະກົດ​ວ່າ​ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນຄື​ກັນ.

XS
SM
MD
LG