ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ລາຍ​ງານ​ ວ່າ ການ​ຮັກສາ ​ຄວາມ​ປອດ​ໄພ​ ໃນ​ອັຟກາ​ນິສຖານ ນັບ​ວັນ​ນັບຊຸດ​ໂຊມ​ລົງ


​ທະຫານ​ອັຟກາ​ນິສຖານ ຢືນ​ລາດຕະ​ເວນ​ ໃນ​ແຂວງ Helmand, 20 ທັນວາ, 2015.
​ທະຫານ​ອັຟກາ​ນິສຖານ ຢືນ​ລາດຕະ​ເວນ​ ໃນ​ແຂວງ Helmand, 20 ທັນວາ, 2015.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ກ່ຽວ​ກັບ
​ເລື້ອງ​ອັຟກາ​ນິສຖານ ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ໃນ​ວັນ​ຈັນ
​ວານ​ນີ້ວ່າ ສະຖານະ​ການ​ໂດຍ​ທົ່ວ ​ໄປ​ດ້ານ​ຄວາມ​ປອດ​ໄ​ພ
ຢູ່​ໃນ​ປະ​ເທດ​ດັ່ງກ່າວ​ພວມ​ຊຸດ​ໂຊມ​ລົງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ
ຈາກ​ການ​ໂຈ​ມຕີ​ສະຫຼະຊີບ​ໄດ້ສັງຫານ​ທະຫານ​ສະຫະລັດ​ 6​
ຄົນໃນ​ການໂຈມ​ຕີໜ່ວຍ​ລາດຕະ​ເວນ​ຂອງ​ອົງການ​ເນ​ໂຕ້.

ທ່ານ Nicholas Haysom ກ່າວ​ວ່າ ທະຫານ​ອັຟກາ​ນິສຖານ
​ແມ່ນ​ຂະຫຍາຍ ຄວາມ​ສາມາດ​ໃນການ​ປະ​ຕິ​ບັດອອກ​ໄປເກີນ​ຂອບ​ເຂດ ​ແລະ​ຕ້ອງການ​ການສະ ໜັບສະ​ໜຸນ​ທາງ​ດ້ານ​ພະລາທິການ ການ​ປົກຄອງ ​ແລະ​ຕ້ອງການກຳລັງ​ໃຈ​ທີ່ດີ ຂຶ້ນກວ່າ​ນີ້. ນອກ​ນັ້ນທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສ້າງ​ຄວາມ​ກ້າວໜ້າ​ທາງ​ດ້ານ​ການ ​ເມືອງ​ໂດຍ​ເວົ້າວ່າ ລັດຖະບານ​ສາມັກຄີ​ຊາດ ຈຳ​ເປັນ​ຕ້ອງ​ໄດ້​ສະ​ແດງ​ອອກໃຫ້​ເຫັນ​ເຖິງ​ການ​ມີ​ປະສິດທິ​ຜົນ​ເພີ້ມຂຶ້ນພາຍ​ໃນ​ປີໜ້າ​ນີ້.

ທ່ານ​ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ວ່າ ອັຟກາ​ນິສຖານ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ຊອກ​ຫາ​ເສັ້ນທາງດ້ານ​ການ​ເມືອງ​ໄປ​ສູ່​ສັນຕິພາບ.

​ເວລາ​ໄດ້​ຜ່ານ​ໄປ​ນຶ່ງ​ປີ​ແລ້ວ​ຫລັງ​ຈາກ​ກຳລັງ​ປະສົມ​ຂອງອົງການ​ເນ​ໂຕ້ພາຍ​ໃຕ້ ການ​ນຳພາ​ຂອງ​ສະຫະລັດ ​ໄດ້​ສິ້ນສຸດ​ການ​ປະຕິບັດ​ງານ​ສູ້​ລົບ​ຢູ່​ໃນ​ອັຟກາ​ນິສຖານ ​ແລະ​ກາຍ​ເປັນ​ກອງ​ກຳລັງ​ທີ່​ໃຫ້ການ​ຝຶກ​ແອບ​ແລະ​ຄຳ​ແນະນຳ​ແກ່​ກຳລັງ ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສ
ຖານ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າທຳ​ການສູ້​ລົບ​ເພື່ອ​ປົກ​ປ້ອງປະ​ເທດ​ດ້ວຍ​ຕົນ​ເອງ.

ລາຍ​ງາ​ນຂອງ​ກະຊວງ​ການ​ປ້ອງ​ກັນປະ​ເທດ​ສະຫະລັດທີ່​ນຳ​ອອກ​ເຜີຍ​ແຜ່​ໃນ ສັບປະດາ​ແລ້ວນີ້ ກ່າວ​ວ່າ ກຳລັງອັຟກາ​ນິສຖານ​ແມ່ນ​ມີ​ຄວາມ​ສາມາດ​ບໍ່​ລາບ ລື່ນ​ປານ​ໃດ ​ໃນ​ການປົກ​ປ້ອງດິນ​ແດນ​ທີ່​ຢຶດມາ​ໄດ້ ​ແລະ​ຕົ້ນຕໍ​ແລ້ວ​ແມ່ນ​ຍັງ​ຢູ່ ​ໃນ​ທ່າປ້ອງ​ກັນ​ທີ່​ຈຳກັດ​ການ​ເຄື່ອນ​ໄຫວ​ຂອງ​ຕົນໃນ​ທົ່ວ​ປະ​ເທດ​. ລາຍ​ງານ​ກ່າວ ວ່າ​ ກຳລັງ​ອັຟກາ​ນິສຖານ​ໄດ້​ບາດ​ເຈັບ​ລົ້ມຕາຍ​ເພີ້ມຂຶ້ນ 27​ ​ເປີ​ເຊັນ​ໃນ​ປີນີ້.

ມີ​ທະຫານ​ອ​າ​ເມຣິກັນ​ຫລາຍ​ກວ່າ 1,800 ຄົນ ​ໄດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​ສົງຄາມອັຟກາ​ນິສ ຖານ​ໄດ້​ເລີ້ມຂຶ້ນ​ໃນ​ປີ​ 2001.

ກົມ​ຕຳຫຼວດນະຄອນ​ນິວຢອກ​ກ່າວ​ວ່າ ກຸ່ມ​ສຸດ​ທ້າຍ​ແມ່ນ​ຮວມທັງ​ຕຳຫຼວດຈາກ​ນະຄອນ​ນິວຢອກ​ທີ່​ໄດ້​ຖືກ​ສົ່ງ​ໄປ​ປະຕິບັດ​ງານ​ໃນ​ຖານະ​ກອງ​ກຳລັງ​ປ້ອງ​ກັນ​ຊາດ ທາງ​ອາກາດ​ຂອງ​ສະຫະລັດ.

ກຸ່ມ​ຕາ​ລີ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ​ໂດຍ​ເວົ້າວ່າ​ ຜູ້​ໂຈມຕີສະຫຼະ
ຊີບທີ່​ຂີ່​ລົດຈັກ​ຄົນ​ນຶ່ງ​ໄດ້​ສັງຫານ​ທະຫານ 19 ຄົນ.​ ພວກ​ຫົວ​ຮຸນ​ແຮງ​ຈຸນີ້​ແມ່ນ​ມັກ​ເວົ້າ​ໂຍກ
ກ່ຽວ​ກັບຈຳນວນ​ຜູ້​ເສຍ​ຊີວິດ.

XS
SM
MD
LG