ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານຍຸຕິທຳ ສປຊ ຕັດສິນວ່າ Serbia ແລະ Croatia ບໍ່ມີຄວາມຜິດ ໃນຄະດີຂ້າລ້າງເຜົ່າພັນ


ICJ Serbia Croatia VOSOT
please wait

No media source currently available

0:00 0:01:47 0:00

ສານ​ຍຸຕິ​ທຳສູງ​ສຸດ ຂອງອົງການ​ສະຫະ​ປະຊາ​ຊາດ ໄດ້​ຕັດສິນ
​ໃນ​ວັນ​ອັງຄານ​ນີ້​ວ່າ ​ທັງ Serbia ​ແລະ Croatia ບໍ່​ໄດ້ທຳການ
​ຂ້າ​ລ້າງ​ເຜົ່າ​ພັນ ​ໃນລະຫວ່າງ​ສົງ​ຄາມແຫລມ Balkan ​ໃນ​ຊຸ່ມ​ປີ
1990 ເວລາ Croatia ແຍກ​ຕົວ​ອອກ​ມາ​ຈາກອະດີດ Yugoslavia.

ອິງ​ຕາມ​ຄຳ​ຕັດສິນ ​ທີ່​ໄດ້​ອ່ານໂດຍ​ຜູ້​ພິພາກສາ​ສານ Peter
Tomka ຂອງສານ​ຍຸຕິ​ທຳນາໆ​ຊາດ ແລ້ວ ​ໄດ້ມີການ​ກໍ່ອາຊະຍາ
ກຳຫຼາຍໆຢ່າງໂດຍ​ກອງ​ກຳລັງຂອງທັງ​ສອງ​ປະ​ເທດ ​ຊຶ່ງແຕ່
ລະຝ່າຍ ກໍບໍ່​ສາມາດພິສູດໄດ້ວ່າອີກຝ່າຍນຶ່ງ ​ໄດ້ຂ້າ​ລ້າງ​ເຜົ່າ​ພັນ ​ໃນລະຫວ່າງທີ່ເກີດບັນຫາຂັດແຍ້ງ ​ ທີ່​ໄດ້ສັງຫານຜູ້​ຄົນ​ຫຼາຍ
​ກວ່າ 20 ພັນຄົນ ນັ້ນ.

Croatia ​ໄດ້​ກ່າວ​ຫາ Serbia ​ວ່າ ໄດ້ທຳການກວດລ້າງ ແລະ​ຂ້າ​ລ້າງ​ເຜົ່າ​ພັນຊົນ​ກຸ່ມ​ນ້ອຍ ​ໃນ​ເມືອງ Vukovar ​ແລະ​ໃນ​ເຂດ​ອື່ນໆອີກ​ໃນ​ປີ 1991. ຕໍ່​ມາ Serbia ​ໄດ້​ຟ້ອງກັບ ຕໍ່ Croatia ​ໃນ​ການ​ຂັບ​ໄລ່​ຊາວ Serbia ອອກ​ຈາກ Croatia ​ໃນປີ 1995​.

ທັງ​ສອງ​ປະ​ເທດ ​ຕ່າງກໍ ກ່າວ​ວ່າ ພວກ​ຕົນ ຈະ​ຍອມຮັບເອົາຄຳຕັດສິນຂອງສານ​ຍຸຕິ​ທຳນາໆ​ຊາດ ຫຼື ICJ ຊຶ່ງ​ໝາ​ຍຄວາມ​ວ່າ ​ໄດ້​ມີ​ການ​ຕົກລົງ​ລະຫວ່າງ​ທັງ​ສອງ​ປະ​ເທດ. ​ແຕ່​ກໍມີຄວາມ ວິຕົກກັງວົນວ່າ ການ​ຕັດສິນ​ຂອງ​ສານອາດ​ຈະກໍ່ໃຫ້ເກີດ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ເມືອງຂຶ້ນ.

XS
SM
MD
LG