ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດ ທວງໃຫ້ ພວກກະບົດ Houthi ນຳເອົາ ລັດຖະບານເຢເມັນ ກັບຄືນມາ


ພວກນັກຕໍ່ສູ້ເຜົ່າຮູຕີ ໃສ່ເຄື່ອງແບບທະຫານ ລາດຕາເວນ ຢູ່ຂ້າງນອກ ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Sana'a, ເຢເມນ ວັນທີ 6 ກຸມພາ 2015.
ພວກນັກຕໍ່ສູ້ເຜົ່າຮູຕີ ໃສ່ເຄື່ອງແບບທະຫານ ລາດຕາເວນ ຢູ່ຂ້າງນອກ ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Sana'a, ເຢເມນ ວັນທີ 6 ກຸມພາ 2015.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ໄດ້​ທວງ​ໃຫ້​ພວກ​ກະ
ບົດເຜົ່າ Houthi ນິກາຍ Shi’ite ​ໃນ​ເຢ​ເມັນ​ ນຳ​ເອົາ​ລັດຖະ
ບານ​ Sana’a ກັບຄືນ​ມາ ​ແລະ​ໃຫ້​ປ່ອຍ​ໂຕ​ປະທານາທິບໍດີ
Abed Rabbo Mansour Hadi ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​
ສະຫະລັດນັ້ນ ​ໂດຍ​ທັນທີ. ທ່ານ Hadi ​ແລະ​ພວກ​ລັດຖະມົນ
ຕີ​ໃນ​ຄະນະ​ລັດຖະບານ​ຂອງ​ທ່ານ ​ໄດ້ຖືກ​ກັກ​ໂຕ​ໄວ້​ໃນ​ເດືອນ
​ແລ້ວ​ນີ້ ​ເວລາ​ພວກ​ກະບົດ​ເຂົ້າ​ໂຄ່ນ​ລົ້ມ​ລັດຖະບານ​.

ຄຳ​ຮຽກຮ້ອງ​ດັ່ງກ່າວ ​ແມ່ນ​ຮວມຢູ່​ໃນ​ຮ່າງ​ມະຕິ​ສະ​ບັບນຶ່ງທີ່​ໄດ້​
ຮັບການ​ເຫັນ​ດີນຳ ຢ່າງ​ເປັນ​ເອກະສັນ ໃນ​ວັນ​ອາທິດ​ວານ​ນີ້
​ໂດຍ15 ປະ​ເທດ​ສະມາຊິກຂອງສະພາ​ຄວາມ​ໝັ້ນຄົງ​ນັ້ນ. ມາດ
​ຕະການ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ພວກກະບົດ ​ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ຈາກ​ອີຣ່ານ ​ໃຫ້​ເຂົ້າພົວ
ພັນ “ສັດທາແລະ​ຄວາມ​ສຸດຈະລິດ​ໃຈ” ​ໃນ​ການເຈລະຈາ​ສັນຕິພາບທີ່ສະຫະ​ປະຊາຊາດ​ ​
ເປັນ​ຜູ້ໄກ່​ເກ່ຍນັ້ນ​.

ກ່ອນ​ໜ້າ​ນີ້ ສະພາ​ການ​ຮ່ວມ​ມືໃນ​ເຂດ​ອ່າວ​ເປີ​ເຊຍ​ຫຼື GCC ທີ່​ມີ 6 ປະ​ເທດສະມາ​ຊິກຊຶ່ງ​ເປັນກຸ່ມ​ປະ​ເທດ​ຜະລິດ​ນ້ຳມັນທີ່​ຮັ່ງມີ​ໃນ​ເຂດ​ອ່າວ​ເປີ​ເຊຍນັ້ນ ​ໄດ້​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ ​ຮັບຮອງ​ເອົາ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ພາຍ​ໃຕ້​ມາດຕາ 7 ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ຊຶ່ງ​ອະນຸມັດ​ໃຫ້​ເອົາ​ມາດ​ຕະການເຫຼົ່າ​ນີ້ ​ໂດຍ​ໃຫ້ໜຸນ​ຫຼັງ​ດ້ວຍ​ການ​ລົງ​ໂທດ​ທາງດ້ານ​ເສດ
ຖະກິດນຳ. ກຸ່ມ GCC ຍັງ​ຂົ່ມຂູ່​ທີ່​ຈະ​ທຳ​ການ​ເຄື່ອນ ໄຫວ​ດ້ວຍ​ຕົນ​ເອງ ຖ້າ​ລັດຖະບານ​ທ່ານ Hadi ບໍ່ຖືກ​ກູ້​ຄືນ​ມາ.

ຮ່າງ​ມະຕິ​ໃນ​ວັນ​ອາທິດ​ວານ​ນີ້ ບໍ່​ໄດ້​ເວົ້າ​ເຖິງ​ຂັ້ນ​ໃຫ້​ລົງ​ໂທດ ຫຼືເຂົ້າ ແຊກ​ແຊງ​ໂດຍ​ຕົງແລະ
​ຈະ​ຕ້ອງ​ມີການ​ເຄື່ອນ​ໄຫວ​ຄັ້ງ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ສຳລັບ​ການ​ລົງ​ໂທດ​ໃດໆ ທີ່
ຈະ​ມີ​ຂຶ້ນ​ໃນ​ຂັ້ນຕໍ່​ໄປ​ນັ້ນ.

yemen16february15
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG