ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມ ອົງການ ສະຫະປະຊາຊາດ ຮັບຮອງເອົາ ຮ່າງຂໍ້ຕົກລົງ ເລື້ອງດິນຟ້າ ອາກາດ

ຕົວແທນ ອົງການບໍ່ຂຶ້ນກັບລັດຖະບານ ສົ່ງສຽງຮ້ອງ "ອາກາດສະອາດ, ປູກຕົ້ນໄມ້" ໃກ້ກັບຫໍ ໄອເຟລ ສ້າງຂຶ້ນໃໝ່ ທີ່ກອງປະຊຸມ ສະພາບດິນຟ້າອາກາດ ປ່ຽນແປງທີ່ເມຶອງ Le Bourget, ພາກເໜືອຂອງນະຄອນຫຼວງ ປາຣີ, 5 ທັນວາ, 2015.
ຕົວແທນ ອົງການບໍ່ຂຶ້ນກັບລັດຖະບານ ສົ່ງສຽງຮ້ອງ "ອາກາດສະອາດ, ປູກຕົ້ນໄມ້" ໃກ້ກັບຫໍ ໄອເຟລ ສ້າງຂຶ້ນໃໝ່ ທີ່ກອງປະຊຸມ ສະພາບດິນຟ້າອາກາດ ປ່ຽນແປງທີ່ເມຶອງ Le Bourget, ພາກເໜືອຂອງນະຄອນຫຼວງ ປາຣີ, 5 ທັນວາ, 2015.

ບັນດາເຈົ້າໜ້າທີ່ຈາກ 195 ປະເທດທີ່ໄດ້ເຂົ້າຮ່ວມໃນກອງປະຊຸມ ສະພາບ ດິນຟ້າອາກາດປ່ຽນແປງ ອົງການສະຫະປະຊາຊາດ ໃນ ນະຄອນຫຼວງ ປາຣີ ໄດ້ຮັບຮອງເອົາຮ່າງຕົ້ນສະບັບຂອງຂໍ້ຕົກລົງ ດິນຟ້າອາກາດ.

ຮ່າງເອກະສານນັ້ນ, ໄດ້ມີຂຶ້ນຫຼັງຈາກການເຈລະຈາກທີ່ໄດ້ດຳເນີນ ມາ 4 ປີ, ແມ່ນມີຈຸດປະສົງທີ່ຈະໃຫ້ທາງເລືອກຕໍ່ປະເທດຕ່າງໆເພື່ອ ຫຼຸດຜ່ອນການປ່ອຍ ຄວັນພິດຂອງແກສເຮືອນແກ້ວທີ່ເຮັດໃຫ້ສະ ພາບອາກາດປ່ຽນແປງ.

ນັກວິຈານທັງຫຼາຍກ່າວວ່າ ບັນຫາທີ່ບໍ່ໄດ້ແກ້ໄຂຫຼາຍຢ່າງຍັງມີ ເຫຼືອໄວ້ໃຫ້ ທັບມ້າງກ່ອນກອງປະຊຸມ COP 21 ຈະສິ້ນສຸດລົງໃນວັນສຸກ ທີ່ໃກ້ຈະມາເຖິງນີ້, ລວມທັງຜູ້ທີ່ຕ້ອງໄດ້ຮັບຜິດຊອບພາລະຂອງຄ່າໃຊ້ຈ່າຍສຳລັບແນວທາງໃໝ່ນີ້.

ຜູ້ຕາງໜ້າຈາກ 134 ປະເທດກຳລັງພັດທະນາ ໄດ້ຄັດຄ້ານຕໍ່ຄວາມພະຍາຍາມ ໃນການຕັ້ງ ເງື່ອນໄຂສຳລັບການໃຫ້ເງິນທຶນຂອງບາງປະເທດອຸດສາຫະກຳ.

ຂໍ້ສະເໜີລວມມີຄຳເວົ້າໃໝ່ທີ່ສະເໜີວ່າເງິນທຶນສະພາບດິນຟ້າອາກາດ ບໍ່ຄວນຖືກຈັດຫາໃຫ້ ໂດຍບັນດາປະເທດທີ່ພັດທະນາແລ້ວເທົ່ານັ້ນ, ແຕ່ໃຫ້ແມ່ນ ໂດຍປະເທດທີ່ກຳລັງພັດທະນາ ເຊັ່ນກັນ “ເຊິ່ງມີຖານະໃນການສ້າງບັນຫາຂຶ້ນ ເຊັ່ນກັນ.”

ທ່ານ Todd Stern ທູດສຳລັບສະພາບດິນຟ້າອາກາດປ່ຽນແປງ ສະຫະລັດ ໄດ້ກ່າວວ່າ “ຕົນ ໄດ້ຮັບຮູ້ຢ່າງເປັນພິເສດວ່າ ມັນມີປະເທດກຳລັງພັດທະນາ ທີ່ມີຄວາມກ້າວໜ້າຫຼາຍກວ່ານີ້ ທີ່ໄດ້ເລີ່ມຕົ້ນປະກອບສ່ວນແລ້ວ ແລະ ກໍເປັນ ສິ່ງທີ່ດີ ແລະ ພວກເຂົາເຈົ້າອາດຈະມີກຳລັງ ໃຈໃນການກະທຳດັ່ງກ່າວ.”

ຕຳຫຼວດ ຝຣັ່ງ ຄົນໜຶ່ງຄຸ້ມກັນນັກເຄື່ອນໄຫວສິ່ງແວດລ້ອມ ອອສເຕຣເລຍ ເອີນວ່າ ນາງຟ້າຜູ້ພິທັກ ສະພາບດິນຟ້າອາກາດ ໃນລະຫວ່າງການປະທ້ວງ ກອງປະຊູມການປ່ຽນແປງສະພາບດິນຟ້າອາກາດໂລກ 2015 ຫຼຶ COP 21 ໃນນະຄອນຫຼວງ ປາຣີ, ຝຣັ່ງ.​ 3 ທັນວາ 2015.

ໃນຂະນະດຽວກັນ, ຜູ້ແທນຊອງສະມາຊິກສະພາສູງ ພັກເດໂມແຄຣັດ ສະຫະລັດ 10​ ທ່ານ ໄດ້ພົບປະກັບເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-Moon ແລະ ອະດີດຮອງ ປະທານາທິບໍດີ ສະຫະລັດ ທ່ານ Al Gore ເພື່ອສະເໜີໃຫ້ການສະໜັບສະໜູນ ໃນການເຈລະ ຈາເພື່ອບັນລຸ ສືບຕໍ່ຂໍ້ຕົກລົງດັ່ງກ່າວ.

ທີ່ກອງປະຊຸມຖະແຫຼງຂ່າວ ນອກຈາກກອງປະຊຸມທີ່ນະຄອນຫຼວງ ປາຣີ,​ ບັນດາສະມາຊິກສະ ພາສູງ ສຫລ ໄດ້ສະແດງແນວຄິດໃນແງ່ບວກ ວ່າຂໍ້ຕົກລົງຜູກມັດນີ້ຈະບັນລຸຜົນໃນນະຄອນ ຫຼວງ ປາຣີ.

XS
SM
MD
LG