ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ປະນາມ ການສັງຫານ ໜ່ວຍຮັກສາສັນຕິພາບ ທີ່ ເລບານອນ


ພວກທະຫານອິສຣາແອລ ກຳລັງຈັດການເລື້ອງລົດທະຫານ ທີ່ຖືກລູກສອນໄຟ ຍິງມາຈາກຸ່ມ Hezbollah ໃສ່ຊາຍແດນ ລະຫວ່າງ ອິສຣາແອລ ແລະເລບານອນ ວັນທີ 28 ມັງກອນ 2015.
ພວກທະຫານອິສຣາແອລ ກຳລັງຈັດການເລື້ອງລົດທະຫານ ທີ່ຖືກລູກສອນໄຟ ຍິງມາຈາກຸ່ມ Hezbollah ໃສ່ຊາຍແດນ ລະຫວ່າງ ອິສຣາແອລ ແລະເລບານອນ ວັນທີ 28 ມັງກອນ 2015.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການ​ສັງ
ຫານ​ໜ່ວຍຮັກສາ​ສັນຕິພາບ​ສະ​ເປ​ນຄົນ​ນຶ່ງ ທີ່​ພາກ​ໃຕ້​ຂອງ​
ເລ​ບາ​ນອນ ຊຶ່ງ​ເກີດ​ຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້​ ຈາກ​ການ​ປະ​ທະ​
ກັນລະຫວ່າງ​ກຳລັງ​ຂອງ​ອິສຣາ​ແອ​ລ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​
Hezbollah ຂອງເລ​ບາ​ນອນນັ້ນ.

ການ​ສູ​ລົບ​ກັນ​ໄດ້​ເລີ້ມ​ຂຶ້ນ​ເວລາ​ກຸ່ມ Hezbollah ຍິງ​ຈະ​ຫຼວດ
​ໂຈມ​ຕີ​ຂະ​ບວນລົດ​ທະຫານ​ຂອງ​ອິສຣາ​ແອ​ລ​ຈຸ​ນຶ່ງ ທີ່​ແລ່ນ
​ເລາະ​ຕາມ​ຊາຍ​ແດນ ​ທີ່​ເຮັດ​ໃຫ້​ທະຫານ​ອິສຣາ​ແອ​ລ 2 ຄົນ
​ເສຍ​ຊີວິດ ​ແລະ​ຝ່າຍ​ອິສຣາ​ແອ​ລ ​ໄດ້​ທຳ​ການ​ຕອບ​ໂຕ້​ດ້ວຍ​
ການ​ໂຈມ​ຕີ​ທາງ​ອາກາດແລະ​ຍິງ​ປືນ​ໃຫຍ່​ໃສ່.

ຫຼັງ​ຈາກ​ສະພາ​ຄວາມ​ໝັ້ນໄດ້ປະຊຸມກັນຢ່າງ​ລັບໆ​ເພື່ອຮັບຟັງລາຍງານ ກ່ຽວ​ກັບ​ສະຖາ
ນະ​ການ​ແລ້ວ ​ເອກ​ອັກຄະ​ລັດຖະທູດ​ສະ​ເປ​ນ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ Roman
Oyarzun ກ່າວ​ວ່າ ລັດຖະບານຂອງ​ທ່ານ​ຢາກ​ໃຫ້ມີ​ການສອບ​ສວນ​ສືບສວນ​ໂດຍ​ເຕັມ
​ແລະ​ຖິ້ມ​ໂທດ​ໃສ່​ອິສຣາ​ແອ​ລກ່ຽວກັບ​ການ​ເສຍ​ຊີວິດ​ ຂອງ​ໜ່ວຍ​ຮັກສາ​ສັນຕິພາບ​ຂອງ​
ສະ​ເປ​ນຄົນ​ນີ້.

ທ່ານ Oyarzun ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ເວົ້າ​ອອກ​ມາ​ຢ່າງ​ຈະ​ແຈ້ງວ່າ ມັນ​ເປັນ​ຍ້ອນ​ການ​ເພີ້​ມທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້ ​ແລະ​ມັນ​ມາ​ຈາກ​ຝ່າຍ​ອິສຣາ​ແອ​ລ.”

ທ່ານ​ພັນ​ກີ​ມູນ ​ເລາ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​
ມາ ກ່ຽວ​ກັບ​ການ​ສູ້​ລົບ​ກັນ​ໃນ​ວັນ​ພຸດ​ວານ​ນີ້ ​ແລະ​ການ​ຍິງ​ຈະຫລວດ​ມາ​ຈາກຊີ​ເຣຍ​ ​ເຂົ້າ
ໃສ່ເຂດ​ພູ​ພຽງ Golan ທີ່ຕັ້ງຢູ່ໃກ້ຄຽງ ​ໃນວັນອັງຄານ​ຜ່ານ​ມາ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ອິສຣາ​
ແອ​ລທຳ​ການ​ຕອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​ນັ້ນ.

israellebanon29january15
please wait

No media source currently available

0:00 0:01:07 0:00

XS
SM
MD
LG