ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສປຊ ປະນາມ ສະພາບ ການລະເມີດ ສິດທິມະນຸດ ຂອງ ເກົາຫຼີເໜືອ


ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ທຳການກວດກາ ກອງທັບອາກາດ ແລະ ຕໍ່ຕ້ານອາກາດສະຍານແຫ່ງຊາດ ໜ່ວຍ 458 ທີ່ຕັ້ງຊື່ວ່າ O Jung Hup ໃຫ້ເປັນກຽດແດ່ຜູ້ນຳ ກອງພັນທະຫານທີ 7.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ທຳການກວດກາ ກອງທັບອາກາດ ແລະ ຕໍ່ຕ້ານອາກາດສະຍານແຫ່ງຊາດ ໜ່ວຍ 458 ທີ່ຕັ້ງຊື່ວ່າ O Jung Hup ໃຫ້ເປັນກຽດແດ່ຜູ້ນຳ ກອງພັນທະຫານທີ 7.

ກອງປະຊຸມສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ
​ຜ່ານ​ມະຕິ ຮຽກຮ້ອງໃຫ້​ນຳ​ເອົາເລື້ອງເກົາຫຼີ​ເໜືອ ສະ​ເໜີ​ຂຶ້ນ
ສານ​ອາຍາສາກົນຫຼື ICC ກ່ຽວກັບ​ສະພາບ​ການລະ​ເມີດ​ສິດ
ທິ​ມະນຸດ​ ຂອງ​ປະ​ເທດ​ດັ່ງກ່າວ.

ມະຕິ​ທີ່​ບໍ່​ມີ​ຂໍ້​ຜູກ​ມັດດັ່ງກ່າວ ​ໄດ້​ຖືກ​ຮັບ​ຜ່ານ ​ໃນ​ວັນ​ພະຫັດ​
ວານ​ນີ້ ທີ່​ຮຽກຮ້ອງໃຫ້​ສະພາ​ຄວາມ​ໝັ້ນຄົງ ສະເໜີເລື້ອງການ
ກໍ່ໂທດກຳຕ້ານມະນຸດຊາດຂອງ​ພຽງ​ຢາງ ​ຕໍ່ ICC. ສະມັດຊາ​
ໃຫຍ່​ອົງການສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຜ່ານ​ມະຕິ​ນີ້ ດ້ວຍ​ຄະ
​ແນນ​ 116 ສຽງ​ເຫັນ​ດີ 20 ສຽງຄັດຄ້ານ ​ແລະ 53 ປະເທດ
ບໍ່ອອກສຽງ.

ສະພາ​ຄວາມ​ໝັ້ນຄົງ ຈະ​ປຶກສາ​ລື​ເລື້ອງ​ສິດທິ​ມະນຸດ​ ຂອງ​ເກົາຫຼີ​ເໜືອ ​ໃນ​ວັນ​ຈັນ​ຈະ​ມາ​
ເຖິງ​ນີ້. ​ແຕ່​ເບິ່ງຊົງວ່າ ສະພາ​ຄວາມໝັ້ນຄົງ ຈະ​ບໍ່ນຳ​ເອົາເລື້ອງ​ເກົາຫຼີ​ເໜືອ​ ສະ​ເໜີຕໍ່ ICC ​ເພາະວ່າ ໃນເມື່ອຈີນ ​ຊຶ່ງ​ເປັນ​ພັນທະ​ມິດ ທີ່ສຳຄັນຂອງ​ເກົາຫຼີ​ເໜືອ ມີທ່າທາງວ່າ ຈະ​ໃຊ້​ສິດ​ຢັບຢັ້ງ ຕໍ່ການ​ເຄື່ອນ​ໄຫວ​ດັ່ງກ່າວ​.

ການ​ກົດ​ດັນ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ ທີ່​ສະພາ​ຄວາມ​ໝັ້ນຄົງນັ້ນ ຢ່າງ​ໃດ​ກໍ​ຕາມ ອາດ
ຈະສ່ອງ​ແສງ​ໃຫ້​ເຫັນ ເຖິງ​ການ​ລະ​ເມີດ​ສິດທິ​ມະນຸດ​ຕ່າງໆ​ ຂອງ​ເກົາຫຼີ​ເໜືອ​ເພີ້​ມ​ຕື່ມຂຶ້ນອີກ ​ແລະຈະ​ຕົກ​ເປັນ​ການ​ກົດ​ດັນ ທາງການ​ເມືອງ​ອັນ​ໜັກ​ໜ່ວງແກ່ປັກ​ກິ່ງ.

ຮອງ​ເອກ​ອັກຄະ​ລັດຖະທູດ ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ຂອງເກົາຫລີເໜືອ ທ່ານ
An Myong Hun ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ວ່າ ພຽງ​ຢາງ ປະຕິ​ເສດຕໍ່ມະຕິ​ດັ່ງກ່າວ ຊຶ່ງ​
ທ່ານ​ເອີ້ນ​ວ່າ ​ເປັນ “ຜົນ​ງານ​ຂອງ​ແຜນການ​ໆເມືອງ ​ແລະ ການ​ປະ​ເຊີນ​ໜ້າ​ກັນ.”

ມະຕິ​ດັ່ງກ່າວ ​ແມ່ນ​ອິງຕາມລາຍ​ງານ​ ຂອງ​ຄະນະ​ກຳມາທິການ​ສອບ​ສວນ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ ທີ່​ໄດ້ແຈ້ງ ລາຍລະອຽດຕ່າງໆ ​ເຖິງ​ການ​
ສັງຫານ​ຢ່​າງ​ເປັນ​ລະບົບ ການ​ທໍລະມານ ການ​ຂົ່ມຂືນ​ສຳ​ເລົາ ​ແລະ ການ​ເຮັດ​ໃຫ້​ອຶດຫິວ​
ຢ່າງ​ກວ້າງຂວາງ ໃນ​ເກົາຫຼີ​ເໜືອ ມາເປັນເວລາຫຼາຍທົດສະວັດ. ​ລາຍ​ງານ​ກ່າວ​ວ່າ ການ
ລະ​ເມີດ​ຕ່າງໆ​ເຫຼົ່າ​ນັ້ນ ​ແມ່ນ “ບໍ່ເຄີຍມີມາກ່ອນ” ຢູ່​ໃນ​ໂລກ​ສະ​ໄໝໃໝ່.

UN HUMAN RIGHTS SOTVO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG