ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ສະເໜີການປະນີປະນອມກັນ ເພື່ອຜ່ອນ ຄາຍຄວາມເຄັ່ງຕຶງ ເກົາຫຼີ


ເກົາຫຼີເໜືອ ຍິງລູກສອນໄຟຂີປະນາວຸດ 4 ລູກ ຈາກສະຖານທີ່ແຫ່ງໜຶ່ງໃນ ເກົາຫຼີເໜືອ. 7 ມີນາ 2017.
ເກົາຫຼີເໜືອ ຍິງລູກສອນໄຟຂີປະນາວຸດ 4 ລູກ ຈາກສະຖານທີ່ແຫ່ງໜຶ່ງໃນ ເກົາຫຼີເໜືອ. 7 ມີນາ 2017.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແມ່ນກຳລັງຈັດກອງປະຊຸມລາຍ​ງານປິດ
ລັບ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ ໃນວັນພຸດມື້ນີ້, ໃນຂະນະທີ່ ຈີນ ໄດ້ຮຽກ ຮ້ອງໃຫ້ ເກົາຫຼີເໜືອ, ເກົາຫຼີໃຕ້ ແລະ ສະຫະລັດ ດຳເນີນການ ບາງຢ່າງເພື່ອຫຼີກລ່ຽງ “ການປະທະກັນ.”

ກ່ອນກອງປະຊຸມ​ໃນວັນພຸດມື້ນີ້, ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ໄດ້ ສະເໜີໃຫ້ ເກົາຫຼີເໜືອ ຢຸດຂະບວນການ ນິວເຄລຍ ແລະ ລູກ​ສອນ​ໄຟຂີປະນາວຸດຂອງ ພວກເຂົາເຈົ້າໄວ້ຊົ່ວຄາວ, ແລະ ​ເພື່ອ​ເປັນ​ການແລກປ່ຽນ ກັບການຢຸດການຊ້ອມລົບ​
ຮ່ວມ​ທາງທະຫານ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້.

ການກະທຳແຕ່ລະຢ່າງ​ນີ້ ແມ່ນ​ໄດ້​ຖືກປະນາມຈາກອີກ​ຝ່າຍ​ນຶ່ງ, ​ໂດຍທີ່ທ່ານ Wang
ໄດ້ອະທິບາຍວ່າ​ຄ້າຍຄືກັບ “ການເລັ່ງລົດໄຟເຂົ້າຫາກັນໂດຍບໍ່ມີຝ່າຍໃດຢາກປ່ອຍ
ທາງໃຫ້.”

ສະພາຄວາມໝັ້ນຄົງ ໄດ້ກ່າວປະນາມການທົດລອງຂອງ ເກົາຫຼີເໜືອ ຢ່າງແຮງໃນວັນ
ອັງຄານວານນີ້ ແລະໄດ້ອອກຄຳເຕືອນກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ທີ່​ອາດ​ຈະ​ມີການ
ແຂ່ງຂັນອາວຸດທີ່ເກີດຂຶ້ນໃນພາກພື້ນ.

ຖະແຫຼງການຂອງສະພາ ຍັງໄດ້ສະແດງຄວາມເສຍໃຈເພີ່ມເຕີມວ່າ ລັດຖະບານດັ່ງ
ກ່າວແມ່ນ “ກຳລັງຫັນປ່ຽນຊັບພະຍາກອນເພື່ອການ​ຜະລິດລູກສອນໄຟຂີປະນາວຸດ ໃນຂະນະທີ່ສາທາລະນະລັດ ປະຊາທິປະໄຕປະຊາຊົນ ເກົາຫຼີ ໄດ້ປະສົບກັບຄວາມ ອຶດຢາກຂາດເຂີນຢ່າງຮຸນແຮງ.”

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ 4 ລູກເຂົ້າໄປໃນທະເລທາງຊາຍຝັ່ງຕາ
ເວັນຕົກສຽງເໜືອຂອງ ຍີ່ປຸ່ນ ໃນວັນຈັນທີ່ຜ່ານມາ, ເຊິ່ງບັງ​ເອີນ​ມີ​ຂຶ້ນພ້ອມໆ​ກັນ​ກັບ​ການເລີ່ມຕົ້ນການຝຶກຊ້ອມລົບ​ຮ່ວມ ທາງທະຫານປະຈຳປີ ສະຫະລັດ ແລະ ເກົາຫຼີໃຕ້ ໃນເຂດແດນຂອງ ເກົາຫຼີໃຕ້.

ການຍິງລູກສອນໄຟດັ່ງກ່າວ ​ເຮັດໃຫ້ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ຕ້ອງ​ໃຫ້ການ​ຢືນຢັນອີກ​ຄັ້ງນຶ່ງ ຕໍ່ສິ່ງທີ່ ທຳນຽບຂາວ ເອີ້ນວ່າ “ຄວາມໝັ້ນໝາຍອັນ
ແນ່ວ​ແນ່”
ຂອງ ສະຫະລັດ ເພື່ອຢືນຢູ່ຄຽງຂ້າງກັບ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ​ໃນ​ການ​ປະ
​ເຊີນ​ໜ້າຕໍ່ການລ່ວງລະເມີດມະຕິອົງການສະຫະປະຊາຊາດ ຢ່າງຊ້ຳແລ້ວຊໍ້າອີກ
ຂອງ ພຽງຢາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG