ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ​ ຄວາມໝັ້ນຄົງ ສປຊ ປະນາມ ການໂຈມຕີ ໂຮງ​ແຮມ ທີ່ລີເບຍ


Libya Violence VO
please wait
Embed

No media source currently available

0:00 0:00:59 0:00

ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ພວກ​ທີ່​ເຂົ້າ​ຮ່ວມ ​ໃນການເຈລະຈາສັນຕິພາບ​ໃນ​ລີ​ເບຍທີ່ໄດ້ຮັບຄວາມອຸບປະຖຳຈາກອົງການ​ສະຫະ​ປະຊາ​ຊາດ ໄດ້ປະນາມ​ການ​ໂຈມ​ຕີໃສ່​ໂຮງ​ແຮມ​ຫຼູຫຼາ​ແຫ່ງນຶ່ງ ໃນນະຄອນ Tripoli ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 9 ຄົນ​ນັ້ນ.

ຖະແຫຼງການ​ຂອງສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ໃນ​ລີ​ເບຍ ​ເຂົ້າ​ຮ່ວມ​ການດຳເນີນ​ຄວາມ​ພະຍາຍາມ ເພື່ອຫາທາງແກ້ໄຂວິ​ກິດ​ການທາງ​ການ​ເມືອງ​ແລະ​ຄວາມ​ປອດ​ໄພທີ່​ພວມປະ​ເຊີນ​ໜ້າລີເບຍຢູ່​ໃນ​ຂະນະ​ນີ້ ຊຶ່ງ​ປະ​ເທດ​ດັ່ງກ່າວ​ໄດ້​ດິ້ນຮົນ​ເພື່ອ​ໃຫ້​ມີ​ສະຖຽນ​ລະ​ພາບ​ທີ່​ໝັ້ນຄົງ​ ນັບ​ຕັ້ງ​ແຕ່​ປີ 2011 ຫຼັງຈາກທີ່​ໄດ້​ໂຄ່ນ​ລົ້ມຈອມຜະເດັດການ Moammar Gadhafi.

ຫຼັງ​ຈາກ​ໄດ້ມີການເຈລະຈາສັນຕິພາບ ເປັນເວລາ 2 ມື້ “​ຢ່າງ​ລະອຽດ​ແລະ​ສ້າງສັນ” ທີ່ນະ
ຄອນ​ເຈ​ນີວາ ​ແລ້ວ ຄະນະປະຕິບັດງານ​ຂອງອົງການ​ສະຫະ​ປະຊາ​ຊາດ​ໃນ​ລີ​ເບຍ ​ໄດ້​ກ່າວ​ວ່າ ການ​ໂຈ​ມຕີ​ແບບ​ວັນ​ອັງຄານ​ວານ​ນີ້ ຈະ​ບໍ່​ໄດ້​ບ່ຽງເບ​ນຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ ໃນການ
ສ້າງຕັ້ງ​ລັດຖະບານສາມັກຄີຊາດແຕ່ມັນກັບ “ສ້າງສິນນ້ຳໃຈໃຫ້ແກ່​ທຸກ​ພັກ​ຝ່າຍ​ໃນ​ລີ​ເບຍ
ທີ່​ຈະ​ດຳເນີນການໄປ​ຂ້າງ​ໜ້າ.”

ເຫດລະ​ເບີດ​ລົດ​ ຢູ່ຂ້າງ​ນອກ​ໂຮງ​ແຮມ Corinthia ​ແມ່ນ​ເປັນ​ການ​ເປີດ​ສາກ​ຂອງ​ການ​ໂຈມ​ຕີ ຫຼັງຈາກ​ນັ້ນມື​ປືນ​ກໍໄດ້ບຸກ​ເຂົ້າ​ໄປ​ໃນ​ຕຶກ ​ແລະ​ລະດົມ​ຍິງດ້ວຍ​ອາວຸດ​ຂອງ​ພວກ​ເຂົາ ແລ້ວ​ມາ
ຈົບ​ລົງໃນ​ຊັ້ນ​ທີ 24 ຕອນ​ທີ່​ມື​ປືນ ​ໄດ້​ລະ​ເບີດ​ຕົວ​ເອງ ຫຼັງຈາກ​ທີ່ໄດ້ປະເຊີນໜ້າກັນ​ກັບກຳລັງ​
ຮັກສາ​ຄວາມ​ປອດ​ໄພ.​ ​

XS
SM
MD
LG