ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວປະນາມ ການໂຈມຕີ ໂຮງແຮມ ໃນໂຊມາເລຍ ໂດຍກຸ່ມ Al Shabab


ຕຳຫລວດໂຊມາເລຍ ຄົນນຶ່ງ ແລ່ນຜ່ານຊາກຫັກພັງ ຂອງລົດ ຢູ່ດ້ານນອກ ໂຮງແຮມ Sahafi ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 1 ພະຈິກ 2015.
ຕຳຫລວດໂຊມາເລຍ ຄົນນຶ່ງ ແລ່ນຜ່ານຊາກຫັກພັງ ຂອງລົດ ຢູ່ດ້ານນອກ ໂຮງແຮມ Sahafi ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 1 ພະຈິກ 2015.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ອອກມາ
ປະນາມ ພວກກຸ່ມຫົວຮຸນແຮງ ໂຊມາເລຍ al-Shabab ສຳ
ຫລັບການໂຈມຕີ ໂຮງແຮມ ໃນນະຄອນຫຼວງ Mogadishu
ເມື່ອວັນອາທິດວານນີ້ ທີ່ໄດ້ເຮັດໃຫ້ ຢ່າງໜ້ອຍ 12 ຄົນເສຍ
ຊີວິດ ທີ່ປະກອບມີ ເຈົ້າຂອງໂຮງແຮມ ຜູ້ບັນຊາການທະຫານ
ທ່ານນຶ່ງ ແລະ ສະມາຊິກສະພາ 2 ທ່ານ.

ສະພາດັ່ງກ່າວ ໄດ້ສັນລະເສີນ ການຕອບໂຕ້ຂອງກອງທັບ
ໂຊມາເລຍ ທີ່ໄດ້ສັງຫານພວກຄົນຮ້າຍທັງໝົດ ທີ່ທຳການ
ໂຈມຕີ ແລະ ໄດ້ເນັ້ນຢ້ຳໃຫ້ເຫັນວ່າ “ການກໍ່ການຮ້າຍ ໃນ
ທຸກຮູບແບບ ແລະ ການສະແດງໃຫ້ເຫັນນັ້ນ”
ແມ່ນເປັນ
ໄພຂົ່ມຂູ່ຕໍ່ສັນຕິພາບຂອງໂລກ ທີ່ຮ້າຍແຮງທີ່ສຸດ.

ສະພານັ້ນ ກ່າວອີກວ່າ “ບັນດາສະມາຊິກ ຂອງສະພາຄວາມໝັ້ນຄົງ ໄດ້ກ່າວຢ້ຳ
ອີກເທື່ອນຶ່ງ ວ່າ ຄວາມມຸ່ງໝັ້ນຂອງພວກເພິ່ນ ທີ່ຈະສະໜັບສະໜູນ ໂຊມາເລຍ
ໃນໄລຍະຂ້າມຜ່ານ ໄປສູ່ສັນຕິພາບ ແລະ ຄວາມໝັ້ນຄົງ ໃຫ້ຫຼາຍຂຶ້ນຕື່ມອີກ.
ພວກເພິ່ນ ໄດ້ຍົກໃຫ້ເຫັນວ່າ ບໍ່ວ່າຈະເປັນເລື່ອງການໂຈມຕີນີ້ ຫຼື ການໂຈມຕີ
ຂອງພວກກໍ່ການຮ້າຍ ກໍຕາມ ມັນຈະບໍ່ສາມາດ ເຮັດໃຫ້ຄວາມມຸ່ງໝັ້ນນັ້ນ ອ່ອນ
ກຳລັງລົງໄດ້.”

ບັນດາເຈົ້າໜ້າທີ່ກ່າວວ່າ ພວກຫົວຮຸນແຮງດັ່ງກ່າວ ໄດ້ບີບຄະນວນລົດບັນຈຸລະເບີດ
ໃຫ້ແຕກ ຢູ່ທາງເຂົ້າຂອງໂຮງແຮມ Sahafi ໃນນະຄອນຫຼວງຂອງໂຊມາເລຍ. ລົດລະ
ເບີດຄັນນັ້ນ ໄດ້ແຕກຂຶ້ນບັ້ນນຶ່ງ ຕິດຕາມມາດ້ວຍ ລົດລະເບີດຄັນທີສອງ. ຕໍ່ຈາກນັ້ນ
ພວກມືປືນຊາຍ ກໍໄດ້ບຸກຈູ່ໂຈມ ໂຮງແຮມ ອັນເປັນບ່ອນທີ່ນິຍົມຊົມຊອບໄປ ຂອງບັນ
ດາເຈົ້າໜ້າທີ່ລັດຖະບານ ແລະ ບັນດານັກບໍລິຫານທຸລະກິດ.

ລັດຖະມົນຕີ ຄວາມໝັ້ນຄົງ ໂຊມາເລຍ ທ່ານ Abdirizak Omar Mohammed ກ່າວ
ຕໍ່ ວີໂອເອ ວ່າ ພວກທຳການໂຈມຕີ ໄດ້ໃສ່ເຄື່ອງແບບທະຫານ ຊາວບູຣຸນດີ ຊຶ່ງທ່ານ
ເວົ້າວ່າ ພວກເຂົາ ອາດໄດ້ເຄື່ອງແບບນັ້ນມາ ໃນລະຫວ່າງ ການໂຈມຕີທີ່ຮ້າຍແຮງ ເຖິງ
ແກ່ຊີວິດ ໃສ່ຄ້າຍທະຫານບູຣຸນດີ ຢູ່ໃນເມືອງ Leego ເມື່ອເດືອນມິຖຸນາ ປີນີ້.

ລວມຢູ່ໃນຈຳນວນຜູ້ທີ່ເສຍຊີວິດ ກໍມີ ນາຍພົນ Abdikarim Yusuf Dhagabadan
ອະດີດ ຜູ້ບັນຊາການກອງທັບບົກ ຜູ້ທີ່ໄດ້ນຳພາການບຸກໂຈມຕີ ກອງກຳລັງຂອງກຸ່ມ
al-Shabab ທີ່ໄດ້ກົດດັນໃຫ້ຖອຍໜີອອກໄປຈາກ ນະຄອນຫຼວງ Mogdishu ໃນ
ເດືອນສິງຫາ ປີ 2011. ນາຍພົນ Dhagabadan ກ່ອນໜ້ານີ້ ໄດ້ລອດຊີວິດມາໄດ້
ຫຼາຍຄັ້ງແລ້ວ ໃນຄວາມພະຍາຍາມ ທີ່ຈະເອົາຊີວິດທ່ານ ໂດຍກຸ່ມ al-Shabab.

ໂຄສົກຂອງ al-Shabab ນາຍ Sheikh Abdiaziz Abu-Musab ໄດ້ອ້າງເອົາຄວາມ
ຮັບຜິດຊອບ ສຳຫລັບການໂຈມຕີ ໃນຖະແຫລງການສະບັບ ວັນອາທິດວານນີ້.

Somalia Blast
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG