ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດເປັນຫ່ວງນໍາ ການສືບຕໍ່ຄຸມຂັງ ທະນາຍຄວາມສິດທິມະນຸດ ໃນຈີນ


ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navi Pillay
ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navi Pillay

ພວກນັກຊ່ຽວຊານດ້ານສິດທິມະນຸດຂອງອົງການສະຫະປະຊາຊາດປະນາມການສືບຕໍ່ຄຸມຂັງ ລັບນາຍ Gao Zhisheng ທະນາຍຄວາມທີ່ມີຊື່ສຽງຂອງຈີນທີ່ຖືກຈັບໃນປີ 2006. Lisa Schlein ສົ່ງລາຍງານມາໃຫ້ວີໂອເອຈາກນະຄອນເຈນີວາວ່າພວກນັກຊ່ຽວຊານພາກັນຮ້ອງ ຮຽນຄັ້ງໃໝ່ໃຫ້ປ່ອຍນາຍ Gao ໃນມື້ດຽວກັນກັບທີ່ນັກຂຽນ Chen Wei ໄດ້ຖືກສານແຫ່ງ ນຶ່ງທີ່ນະຄອນຫຼວງປັກກິ່ງຕັດສິນຈຳຄຸກເປັນເວລາ 9 ປີ ໃນຂໍ້ຫາ ຂຽນບົດຄວາມປຸກລະດົມ ໃຫ້ມີການບ່ອນທຳລາຍອຳນາດຂອງລັດ

ພວກ​ນັກ​ຊ່ຽວຊານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ກ່າວ​ວ່າ ​ເຂົາ​ເຈົ້າມີ​ຄວາມວິຕົກເປັນ​ຫ່ວງ​
ກ່ຽວ​ກັບ​ຂ່າວ​ເມື່ອ​ໄວໆ​ມານີ້ ທີ່​ສານ​ແຫ່ງ​ນຶ່ງ​ໃນ​ນະຄອນຫຼວງປັກ​ກິ່ງ ​ໄດ້​ຖອນການ​ຝາກ​ໂທດ
ເປັນ​ເວລາ 5 ປີຕໍ່ນາຍ Gao Zhisheng ​ແລະ​ໄດ້​ສັ່ງ​ໃຫ້ຜູ້ກ່ຽວ​ຮັບ​ໃຊ້​ໂທດ​ເປັນ​ເວລາ 3
ປີ. ການ​ຝາກ​ໂທດ​ຂອງ​ລາວ​ສິ້ນສຸດ​ລົງ​ໃນ​ສັບປະດາ​ນີ້.

ນາຍ Gao ຢູ່​ໃສ​ແທ້ໃນ​ໄລຍະ 20 ​ເດືອນຜ່ານມາ​ນີ້ບໍ່​ມີ​ຜູ້​ໃດ​ຮູ້ ຊຶ່ງ​ເລື່ອງ​ດັ່ງກ່າວ​ນີ້​ໄດ້ສ້າງ​
ຄວາມ​ກັງວົນ​ໃຈ​ຢ່າງ​ໃຫຍ່​ຫຼວງ​ຢູ່​ໃນ​ວົງ​ການ​ພວກ​ປົກ​ປ້ອງສິດທິ​ມະນຸດ ຮວມທັງຫົວໜ້າ​ສິດ
ທິ​ມະນຸດ​ຂອງ​ອົງການ​ສະ​ຫະປະຊາ​ຊາດທ່ານ​ນາງ​ Navi Pillay. ທ່ານ Rupert Colville
ໂຄສົກ​ຂອງ​ທ່ານ​ນາງ​ກ່າ​ວວ່າ ຂ້າ​ຫຼວງ​ໃຫຍ່​ດ້ານ​ສິດທິ​ມະນຸດສະຫະປະຊາ​ຊາດ ຮູ້ສຶກ​ບໍ່​ສະ
ບາຍ​ໃຈ​ເປັນ​ທີ່​ສຸດ ກ່ຽວ​ກັບການ​ຕັດສິນຂອງ​ສານ ທີ່​ຈະ​ຕໍ່​ອາຍຸ​ການຝາກ​ໂທດ​ຕໍ່​ນາຍ Gao
ດ້ວຍ​ໂທດຈຳຄຸກຕື່ມອີກ 3 ປີ.

ທ່ານ Colville ເວົ້າວ່າ “​ໃນ​ໄລຍະ 20 ​ເດືອນ​ຜ່ານ​ມານາຍ Gaoໄດ້​ຖືກ​ຕິດຕາມ
ຢ່າງ​ເຄັ່ງ​ຄັດ ​ໂດ​ຍຫ້ອງການ​ຮັກສາ​ຄວາມ​ປອດໄພພາຍ​ໃນ​ຂອງ​ຈີນ ໃນ​ອັນ​ທີ່​ປະ
ກົດ​ວ່າເປັນ​ການ​ກັກ​ບໍ​ລິ​ເວນອີກ​ຮູບ​ແບບ​ນຶ່ງໃນ​ສະຖານ​ທີ່ໆ​ບໍ່​ມີ​ໃຜ​ຮູ້ຈັກ. ຄະດີ​ດັ່ງ
ກ່າວ​ແມ່ນ​ສະ​ແດງໃຫ້​ເຫັນ​ເຖິງ​ແນວ​ໂນ້ມຫຼື​ທ່າ​ອຽງຂອງ​ການ​ຄຸມ​ຂັງ​ລັບ​ແລະ​ການ
ຫາຍ​ສາບ​ສູນຂອງ​ພວກ​ຕໍ່ສູ້​ຄະດີ​ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດຊຶ່ງ​ຂ້າ​ຫຼວງ​ໃຫຍ່​ດ້ານ
ສິດທິ​ມະນຸດ​ຂອງ​ອົງການ​ສະຫະປະຊາ​ຊາດ ​ທ່ານ​ນາງ Navi Pillay ​ແລະ​ອົງ
ການປົກ​ປ້ອງ​ສິດທິ​ມະນຸ​ອື່ນໆ​ໄດ້​ຕິຕຽນໄປແລ້ວ​ໃນ​ຫຼາຍໆ​ໂອກາດ​ໃນ​ໄລຍະ​ສອງ
ສາມປີຜ່ານມາ​ນີ້.”

ໃນ​ປີ 2005 ​ທາງ​ການ​ໄດ້ຖອນ​ໃບ​ອະນຸຍາດໃຫ້ເຮັດ​ວຽກ ກ່ຽວ​ກັບ​ເລື່ອງ​ກົດໝາຍ ຢູ່​ໃນ​ປະ
ເທດ​ຈີນ​ຂອງ​ນາຍ Gao ແລະ​ສຳນັກງານ​ກົດໝາຍ​ຂອງ​ລາວ​ໄດ້​ຖືກ​ອັດລົງໂດຍ​ມີ​ການ​ກ່າວ​
ຫາ​ວ່າ ທາງ​ຫ້ອງການ​ຂອງ​ລາວໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ ຍຸຕິ​ການ​ລ່ວງ​ລະເມີດ​ຕໍ່​ກຸ່ມ​ສາ
ສະໜາ​ຕ່າງໆ. ​ໃນເວລາ​ຕໍ່​ມາລາວ​ກໍ​ໄດ້​ຖືກ​ຈັ​ບ ​ໃນ​ປີ 2006 ຍ້ອນ​ວຽກງານ​ຂອງ​ລາວ​ແລະ
ການສະໜັບສະໜຸນ​ໃຫ້​ມີ​ສິດທິ​ມະນຸດ​ໃນ​ປະ​ເທດ​ຈີນ​ພ້ອມ​ໆ​ກັບ​ມີການ​ກ່າວ​ຫາ​ວ່າ ບ່ອນທຳ
ລາຍ​ອຳນາດ​ຂອງ​ລັດ.

ທະນາຍຄວາມສິດທິມະນຸດ Gao Zhisheng
ທະນາຍຄວາມສິດທິມະນຸດ Gao Zhisheng

ທ່ານ Colville ກ່າວ​ວ່າ ຂ້າ​
ຫຼວງ​ໃຫຍ່​ດ້ານ​ສິດທິ​ມະນຸດ​
ຂອງ​ອົງການ ​ສະຫະ​ປະຊາ​
ຊາດ​ໄດ້​ຍົກ​ເອົາ ​ຄະດີ​ຂອງ​
ນາຍ Gao ​ພ້ອມໆ​ກັບ​ຄະ
ດີ​ອື່ນໆ​ອີກ​ຈຳນວນ​ນຶ່ງຂຶ້ນ​
ມາໂອ້​ລົມ​ເປັນ​ການສະ​ເພາະ
ກັບ​ພວກ​ເຈົ້າໜ້າ​ທີ່​ຈີນ​ສອງ
ຄັ້ງ​ໃນ​ຮອບ​ເຈັດ​ເດືອນ​ຜ່ານ
ມາ. ​ໃນ​ການ​ຕອບຄຳ​ຖາມ​
ຂອງ​ວີ​ໂອ​ເອ​ນັ້ນທ່ານເວົ້າວ່າ
ທ່ານ​ບໍ່​ໄດ້​ມອງເບິ່ງວ່າການ​
ຮ້ອງ​ຮຽນ​ຕໍ່​ລັດຖະບານ​ຈີນ
ເຫຼົ່ານີ້ເປັນ​ການ​ປະຕິບັດ​ໜ້າ
ທີ່ໆໄຮ້ປະ​ໂຫຍ​ດ​ເລີຍ.

ທ່ານ​ເວົ້າວ່າ ທຸກໆ​ເທື່ອ​ທີ່​ລັດຖະບານຈີນ​ໄດ້​ຕອບຕໍ່​ການ​ສອບ​ຖາມຕ່າງໆທາງຫ້ອງການຂອງ
ອົງການ​ສະຫະ​ປະຊາ​ຊາດ​ ກໍ​ໄດ້​ຮັບ​ຂໍ້​ມູນ​ເພີ່ມ​ຕື່ມໜ້ອຍ​ນຶ່ງ ກ່ຽວ​ກັບ​ນາຍ Gao ​ແລະຄະດີ​
ອື່ນໆທີ່​ໄດ້​ສ້າ​ງຄວາມ​ກັງວົນ​ເປັນ​ຫ່ວງ​ໃນ​ເລື່ອງສິດທິ​ມະນຸດ.

ທ່ານ Colville ​ເວົ້າວ່າ “ມາ​ຮອດ​ປັດຈຸບັນ​ ​ເທົ່າ​ທີ່​ພວກ​ເຮົາ​ຮູ້ຈັກ ໃນ​ຄຳ​ຕອບ​ຂອງ​
ພວກ​ເຂົາເຈົ້າ ແລະ​ລັດຖະບານ ​ໄດ້​ຕອບ​ເລື້ອຍໆຕໍ່​ການ​ສອບ​ຖາມ​ເຫຼົ່ານີ້ ຊຶ່ງ​ໃນ​
ຄຳ​ຕອບ​ຂອງ ພວກ​ເຂົາ​ເຈົ້ານັ້ນ ​ພວກ​ເຂົາ​ເຈົ້າບໍ່​ເຄີຍ​ກ່າ​ວ​ເຖິງ​ ແມ່ນ​ແຕ່​ພຽງ​ຄັ້ງ
ດຽວວ່າ ລາວເຄີຍ​ລະ​ເມີດ​ລະບຽບ​ການ​ຝາກ​ໂທດ ດັ່ງນັ້ນ​ດ້ວຍ​ເຫດ​ນີ້ຈຶ່ງ​ວ່າ​ເປັນ
ຫຍັງ ມັນ​ຈຶ່ງເປັນ​ເລື່ອງ​ທີ່​ໜ້າ​ສົງ​ໄສ​ຫຼາຍຂຶ້ນ​ ໃນ​ເມື່ອ​ວ່າ​ຂະນະ​ທີ່​ການຝາກ​ໂທດ​
ຂອງ​ລາວ​ສິ້ນສຸດ​ລົງ ​ໃນ​ທັນທີກໍ​ມີ​ການ​ໃສ່ ​ໂທດ​ລາວໂດຍ​ເຕັມ. ນອກ​ນັ້ນ​ແລ້ວ​
ພວກ​ເຮົາ​ຍັງ​ມີ​ແຜນການ​ທີ່​ຈະ​ຊອກ​ຫາ​ຂໍ້​ມູນ​ຢ່າງ​ຮີບດ່ວນ​ ຈາກ​ລັດຖະບານກ່ຽວ​
ກັບ​ສະພາບ​ຂອງ​ສຸຂະພາບ​ຂອງ​ລາວຍ້ອນ​ວ່າ ມີ​ຂ່າວ​ທີ່​ຍັງບໍ່​ທັນໄດ້​ຮັບ​ການ​ຢືນ
ຢັນກ່ຽວ​ກັບ​ເລື່​ອງນີ້.”

ທ່ານ Colville ​ກ່າວ​ວ່າ ການ​ສືບ​ຕໍ່​ຄຸມ​ຂັງ​ນາຍ Gao ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວມ​ມີ​ການສະ​ເໜີ
ບົດ​ແກ້​ໄຂ​ສະບັບ​ໃໝ່​ ທີ່​ສ້າງ​ຄວາມ​ວິຕົກ​ກັງວົນໃຫ້​ແກ່​ລະບຽບ​ການ​ ກ່ຽວ​ກັບ​ກົດໝາຍ​ອາຍາ​
ຂອງຈີນ. ທ່ານ​ເວົ້າວ່າ ບົດ​ແກ້​ໄຂທີ່​ວ່າ​ນີ້​ ມີ​ທ່າ​ທາງ​ວ່າຈະ​ອະນຸຍາດ​ໃຫ້ການຄຸມຂັງ​ລັບ​ເປັນ
ການ​ກະທຳ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ. ທ່ານ​ເວົ້າວ່າ ​ເລື່ອງ​ດັ່ງກ່າວ​ນີ້ສະ​ແດງໃຫ້ເຫັນ​ວ່າ​ເປັນ
ບາດກ້າວ​ຖອຍຫຼັງທີ່​ສຳຄັນ​ສຳ​ຫຼັບສິດທິ​ຂອງພົນ​ລະ​ເມືອງ​ແລະ​ສິດທິ​ທາ​ງການ​ເມືອງ​ຢູ່​ໃນ​ປະ
ເທດ​ຈີນ.

XS
SM
MD
LG