ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສປຊ ເຕືອນວ່າ ໂລກເຮົາ ຍັງບໍ່ມີກົນໄກ ເພື່ອ ປ້ອງກັນ ການໂຈມຕີ ດ້ວຍອາວຸດເຊື້ອໂຣກ


ທະຫານບົກສະຫະລັດ ດື່ມນ້ຳ ໃນລະຫວ່າງ ການຝຶຶກຊ້ອມ ໃນການເຮັດສົງຄາມ ດ້ວຍອາວຸດເຄມີ ອາວຸດເຊື້ອໂຣກ ແລະ ກຳມັນຕະລັງສີ ຢູ່ທີ່ເມືອງ Yeoncheon ໃນເກົາຫຼີໃຕ້, ໃກ້ກັບເຂດຊາຍແດນ ຕິດກັບເກົາຫຼີເໜືອ, ວັນທີ 16 ພຶດສະພາ 2013.
ທະຫານບົກສະຫະລັດ ດື່ມນ້ຳ ໃນລະຫວ່າງ ການຝຶຶກຊ້ອມ ໃນການເຮັດສົງຄາມ ດ້ວຍອາວຸດເຄມີ ອາວຸດເຊື້ອໂຣກ ແລະ ກຳມັນຕະລັງສີ ຢູ່ທີ່ເມືອງ Yeoncheon ໃນເກົາຫຼີໃຕ້, ໃກ້ກັບເຂດຊາຍແດນ ຕິດກັບເກົາຫຼີເໜືອ, ວັນທີ 16 ພຶດສະພາ 2013.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ເຕືອນ ໃນ ວັນອັງຄານວານນີ້ ວ່າ ບໍ່ມີສົນທິສັນຍາໃດໆ ທີ່ຈະປ້ອງກັນການໂຈມຕີດ້ວຍອາວຸດ​ເຊື້ອ​ໂຣກ ແລະໂລກ​ເຮົາແມ່ນຍັງບໍ່ທັນກຽມພ້ອມ​ຢ່າງ​ເປັນ​ການ​ພຽງພໍ​ ທີ່ຈະຮັບມືກັບອາວຸດ​ດັ່ງກ່າວເທື່ອ.

ໃນການກ່າວຖະແຫລງຕໍ່ສະພາຄວາມໝັ້ນຄົງ ທີ່ນະຄອນ New York ທ່ານ Ban ໄດ້ກ່າວວ່າ ໃນຂະນະທີ່ ອົງການຈັດຕັ້ງຫຼາຍຝ່າຍ ໄດ້ມີຢູ່ແລ້ວ ເພື່ອກວດສອບວ່າ ບັນດາປະເທດຕ່າງໆ ບໍ່​ໄດ້ພັດທະນາອາວຸດ ເຄມີ ແລະ ອາວຸດນິວເຄລຍ ແຕ່ບໍ່ມີ ກົນໄກອັນໃດເລີຍທີ່​ມີ​ຢູ່ສຳລັບ​ກວດ ສອບອາວຸດ​ເຊື້ອ​ໂຣກ.

ທ່ານ Ban ໄດ້ກ່າວຕໍ່ສະພາດັ່ງກ່າວ ວ່າ “ຜົນກະທົບ ແລະຜົນທີ່ຈະຕິດຕາມມາ ​ໃນ ການໂຈມຕີດ້ວຍອາວຸດ​ເຊື້ອ​ໂຣກ ຕໍ່ເປົ້າໝາຍທີ່ເປັນພົນລະເຮືອນນັ້ນ ອາດຈະ​ຮ້າຍ​ແຮງເກີນກວ່າການໂຈມຕີດ້ວຍອາວຸດ​ເຄມີ ຫຼືກຳມັນຕະລັງສີດ້ວຍ​ຊ້ຳ.”

ທ່ານໄດ້ກ່າວຕື່ມວ່າ ການລະບາດທີ່ຮ້າຍແຮງ ຂອງ Ebola ຢູ່ອາ ຟຣິກາເມື່ອບໍ່ດົນມານີ້ ພະຍາດລະບົບຫາຍ​ໃຈ​ອັກ​ເສບ​ຈາກ​ພາກຕາ ເວັນອອກກາງ ຫຼື MERS ແລະ ໄຂ້ໝາກ ເຫຼືອງ ຫຼື yellow fever ໄດ້ເຮັດໃຫ້ທ່ານ “ມີຄວາມເປັນຫ່ວງທີ່ສຸດ.”

ທ່ານໄດ້ຮຽກຮ້ອງ ​ໃຫ້ສະພາຄວາມໝັ້ນຄົງ ຊອກ​ຫາຊ່ອງທາງເພື່ອສ້າງ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່ມະຕິ 1540 ຂອງສະຫະປະຊາຊາດ ຊຶ່ງໄດ້ຈັດຕັ້ງຂຶ້ນເພື່ອປ້ອງ​ກັນບໍ່ໃຫ້ ອາວຸດ ທີ່ມີ​ອະນຸ​ພາບ​ຮ້າຍ​ແຮງ​ຕົກ​ໄປຢູ່ໃນກຳມືຂອງ “ພວກຄົນນອກກົດໝາຍ ທີ່​ບໍ່​ມີ​ປະ​ເທດ” ອັນເປັນຄຳສັບດ້ານການທູດ ທີ່​ໃຊ້ສຳລັບພວກກໍ່ການຮ້າຍ.

ແຕ່ ທ່ານ Ban ໄດ້ຍອມຮັບວ່າ ຄວາມກ້າວໜ້າດ້ານເທັກໂນໂລຈີ ໄດ້ເຮັດໃຫ້ການຜະລິດ ແລະ ການນຳໃຊ້ອາວຸດ ທີ່ມີ​ອະນຸ​ພາບ​ຮ້າຍແຮງ​ນັ້ນ ງ່າຍຂຶ້ນ.

ທ່ານກ່າວວ່າ “ພວກກໍ່ການຮ້າຍ ທີ່ແນເປົ້າໝາຍ​ເພື່ອເຂັ່ນຂ້າ ພົນລະເຮືອນ​ເປັນ​ຈຳ ນວນ​ຫຼວງຫຼາຍນັ້ນ ແມ່ນພວມຊອກຫາອາວຸດເຄມີ, ອາວຸດ​ເຊື້ອ​ໂຣກ ແລະ ອາວຸດ ນິວເຄລຍ ຢ່າງບໍ່​ລົດ​ລະ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG