ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ​ຮຽກຮ້ອງ​ ໃຫ້ຕົກລົງກັນ ເພື່ອສ້າງ​ຕັ້ງ ​ລັດຖະບານ​ ສາມັກຄີ​ຊາດ ໃນ ອັຟການິສຖານ (ວີດີໂອ)


ທ່ານ Abdullah Abdullah ໂບກມືໃຫ້ຝູງຊົນ ຜູ້ທີ່ມາສະໜັບສະໜຸນທ່ານ
ທ່ານ Abdullah Abdullah ໂບກມືໃຫ້ຝູງຊົນ ຜູ້ທີ່ມາສະໜັບສະໜຸນທ່ານ

ເລຂາ​ທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​
ຮຽກຮ້ອງ​ໃຫ້​ຜູ້ສະໝັກ​ເລືອກ​ຕັ້ງ​ປະທານາທິບໍດີຂອງອັຟກາ​ນິສຖານ
ທັງ​ສອງ​ທ່ານ ຄື ທ່ານ Abdullah Abduallah ​ແລະ ທ່າ​ນ Ashraf
Ghani ​ໃຫ້​ຕົກລົງ​ກັນກ່ຽວກັບການສ້າງຕັ້ງລັດຖະບານສາມັກຄີ
ຊາດ.

​ໃນ​ຖະແຫຼງການ​ສະບັບ​ນຶ່ງ ທີ່ນຳອອກເຜີຍແຜ່ໃນວັນ​ພຸດ​ມື້​ນີ້ ທ່ານ
Ban ຮຽກຮ້ອງ​ໃຫ້​ທັງ​ 2 ທ່ານ ​ທີ່ເປັນຄູ່ປໍລະປັກ ​ຕົກລົງ​ກັນ​ຕາມ​
ຄວາມໝັ້ນໝາຍທີ່​ພວກ​ທ່ານ​ທັງ​ສອງ​ໄດ້​ໃຫ້ໄວ້ ເມື່ອ 2 ​ເດືອນກ່ອນ​.

ທ່ານ Ban ​ກ່າວ​ວ່າ ຂະນະ​ນີ້​ເປັນ​ໂອກາດເວລາອັນສຳຄັນ ສຳ​ຫຼັບ
ອັຟກາ​ນິສຖານ ​ແລະ​ ການ​ເປັນ “​ພາຄີທີ່ຈິງ​ໃຈ” ​ແມ່ນຈຳເປັນຕໍ່​ການແກ້ໄຂບັນຫາທ້າ​ທາຍ
​ຕ່າງໆ​ຂອງອັຟກາ​ນິສຖານ.

ໃນຂໍ້​ຕົກລົງ​ ທີ່ໄກ່​ເກ່ຍ​ໂດຍລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​
ໃນ​ວັນ​ທີ 12 ກໍລະກົດ ຜ່ານມານັ້ນ ທ່ານAbduallah ​ແລະທ່າ​ນ Ghani ແມ່ນເຫັນ ພ້ອມ
ນຳກັນ​ ໃຫ້ມີການ​ກວດກາ​ເບິ່ງ ການ​ນັບ​ບັດຄະ​ແນນ​ສຽງ​ ໃນການເລືອກ​ຕັ້ງປະທານາທິບໍດີ
ຮອບສອງຂອງປະເທດ ເມື່ອວັນທີ 14 ມິຖຸນາ ​ພາຍໃຕ້ການດູແລຂອງອົງການ ສະຫະປະຊາ
ຊາດ ແລະສັນຍາ​ທີ່​ຈະປະຕິບັດ ຕາມຜົນການນັບບັດຄະແນນສຽງຂັ້ນສຸດ ທ້າຍ​. ນອກນັ້ນ
ພວກທ່ານທັງສອງ ​ຍັງ​ໄດ້ຕົກລົງ​ທີ່​ຈະ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊາດ.

​ໃນ​ຕົ້ນ​ສັບປະດາ​ນີ້ ທ່ານ Abduallah ​ໄດ້​ປະຕິ​ເສດ​ຕໍ່ການ​ກວດກາ ​ການນັບບັດຄະແນນ ສຽງຄືນໃໝ່ ພາຍໃຕ້ການກຳກັບດູແລຂອງສະຫະປະຊາຊາດ ໃນການເລືອກ​ຕັ້ງ​ ເມື່ອວັນທີ 14 ມິຖຸນາ ​ໃນ​ອັນ​ທີ່​ທ່ານ​ກ່າວອ້າງ​ວ່າ ທ່ານ​ໄດ້​ຊະນະ​ທ່ານ Ghani ນັ້ນ. ທ່ານ​ກ່າວ​ວ່າ ການ​ກວດກາ​ດັ່ງກ່າວ​ນີ້ ບໍ່​ໄດ້​ແຍກ​ “ບັດ​ເລືອກ​ຕັ້ງ​ທີ່​ປອມແປງ” ອອກຈາກບັດທີ່​ຖືກຕ້ອງ​ ໂດຍໃຫ້
ຂໍ້ສັງເກດວ່າ ບັດ​ທີ່​ຖືກຕ້ອງ​ຊອບ​ທຳ​ ຈະ “​ແຜ້ວທາງ” ​ໄປ​ສູ່ການ​ຕົກລົງ​ກັນທາງ​ການ​ເມືອງ​.

ນອກນັ້ນ ທ່ານ Abduallah ຍັງ​ໄດ້​ກ່າວ​ອີກ​ວ່າ ການ​ສົນ​ທະນາຫາລື​ກັບ​ທ່ານ Ghani ​ກ່ຽວກັບການສ້າງຕັ້ງລັດ​ຖະບານ​ສາມັກຄີຊາດ​ນັ້ນ​ ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ.

AFGHANISTAN ELECTIONS VOSOT
please wait

No media source currently available

0:00 0:01:42 0:00

XS
SM
MD
LG