ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ຮຽກຮ້ອງໃຫ້ ທຸກພັກຝ່າຍ ໃນຊີເຣຍ ຢຸດຍິງ


ທ່ານ Ban ​ໄດ້​ຂໍ​ຮ້ອງ​ທີ່​ກອງ​ປະຊຸມ​ໃນຄູ​ເວດ ບ່ອນ​ທີ່ ອົງການ​ມະ​ນຸດ​ສະ​ທໍາສະຫະ​ປະຊາ​ຊາດ ຊອກ​ຫາ​ທຶນ 1 ພັນ​ 500 ລ້ານ​ໂດ​ລາ
ທ່ານ Ban ​ໄດ້​ຂໍ​ຮ້ອງ​ທີ່​ກອງ​ປະຊຸມ​ໃນຄູ​ເວດ ບ່ອນ​ທີ່ ອົງການ​ມະ​ນຸດ​ສະ​ທໍາສະຫະ​ປະຊາ​ຊາດ ຊອກ​ຫາ​ທຶນ 1 ພັນ​ 500 ລ້ານ​ໂດ​ລາ
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​
ໄດ້​ຮຽກ ຮ້ອງ​ໃຫ້ພັກຝ່າຍຕ່າງໆ​ທີ່​ເຮັດ​ສົງຄາມ​ຢູ່ໃນ​ຊີ​ເຣຍຈົ່ງ​
ຢຸດ​ເຊົາການ​ສູ້ລົບກັນໂດຍຮ້ອງ​ສະຖານະ​ການ​ຢູ່​ໃນປະ​ເທດ
ດັ່ງກ່າວ​ນັ້ນ​ວ່າ ​ເປັນ “ຄວາມ​ຫາ​ຍານະ.”

ທ່ານ Ban ​ໄດ້​ຂໍ​ຮ້ອງ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ກອງ​ປະຊຸມ​ໃນຄູ​ເວດ
ບ່ອນ​ທີ່ ອົງການ​ມະ​ນຸດ​ສະ​ທໍາສະຫະ​ປະຊາ​ຊາດ ຊອກ​ຫາ​ທຶນ
1 ພັນ​ 500 ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​ເຫລືອອົບ​ພະ​ຍົບຊີ​ເຣຍ ​ແລະ​
ຜູ້​ປະສົບ​ໄພ​ໃນ​ປະ​ເທດ ທີ່ໄດ້​ຮັບ​ຜົນ​ກະທົບ ​ຈາກ​ບັນຫາ​ຂັດ​
ແຍ້​ງທີ່​ດຳ​ເນີນມາ​ເປັນ​ເວລາ​ເກືອບ​ສອງ​ປີ​ແລ້ວນັ້ນ.

ຄູ​ເວດ ​ແລະ ສະຫະລັດ ອາຣັບ ​ເອ​ເມີ​ເຣັສ ​ຕ່າງ​ກໍ​ໃຫ້​ຄຳ​ໝັ້ນ
ສັນຍາວ່າ ຈະໃຫ້ການ​ຊ່ວຍ​ເຫລືອ 300 ລ້ານ​ໂດ​ລາ.

ກອງ​ປະຊຸມນີ້ ມີຂື້ນ​ນຶ່ງ​ມື້​ ຫລັງ​ຈາກທູດ​ພິ​ເສດຂອງສັນນິບາດ​ອາຣັບ ​ແລະສະຫະ​ປະຊາ​ຊາດ ຮັບຜິດຊອບ​ກ່ຽວ​ກັບ​ຊີ​ເຣຍ ທ່ານ Lakhdar Brahimi ຮຽກຮ້ອງ​ໃຫ້ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ເອົາ​ມາ​ດຕະການ. ທ່ານ ​ເຕືອນ​ວ່າ ຊີ​ເຣຍ ກໍາລັງ​ພັງທະລາ​ຍ​ລົງ.

​ໃນ​ວັນ​ອັງຄານ ທີ່​ຜ່ານ​ມາ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ
ວ່າ ວໍ​ຊິງ​ຕັນ ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ເພີ້ມຕື່ມ 155 ລ້ານ​ໂດ​ລາ​ແກ່ຊີ​ເຣຍ. ການ​ຊ່ວຍ​ເຫລືອ
ດັ່ງກ່າວ​ຈະ​ຮວມ​ທັງ​ເຄື່ອງນຸ່ງ​ຫົ່ມ ຢາ​ປົວ​ພະຍາດ ອາຫານ​ປະ​ເພດ​ເຂົ້າ ຜ້າຫົ່ມ ​ເກີ​ບ​ໃສ່​
ຍາ​ມໜາວ ​ແລະ​ເຕົາ​ໄຟ​ຄົວກິນ. ການໃຫ້​ຄຳ​ໝັ້ນສັນຍາຄັ້ງ​ໃໜ່ຂອງສະຫະລັດໄດ້​ເພີ້​ມ ມູນ​ຄ່າ​ການ​ຊ່ວຍ​ເຫຼືອທັງ​ໝົດ​ຂື້ນ​ເປັນ 365 ລ້ານ​ໂດ​ລາ.

ທ່ານ​ນາງ Kristina Georgieva ກໍາມາ​ທິການດ້ານ​ມະນຸດສະ​ທໍາ​ ຂອງສະຫະພາບ
ຢູໂຣບ ກ່າວວ່າ ກຸ່ມ 27 ປະເທດຈະປະກາດເພີ້ມຂື້ນການຊ່ວຍເຫລືອຂື້ນເປັນສອງເທົ່າ ແກ່ຊີ​ເຣຍຊຶ່ງ​ມີ​ມູນ​ຄ່າປະມານ 270 ລ້ານ​ໂດ​ລາ. ທ່ານ​ນາງກ່າວ​ວ່າ ການ​ຊ່ວຍ​ເຫລືອ
ແມ່ນເປັນ​ທີ່ “ຕ້ອງ ການ​ຫລາຍ​ທີ່​ສຸດ” ​ສຳລັບ​ປະຊາ​ຊົນ​ຊີ​ເຣຍທີ່​ພາກັນ​”ໜາວ” ຫີ​ວ ​
ແລະຢ້ານ​ກົວນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG