ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ສະແດງ ຄວາມເປັນຫ່ວງ ນໍາຊົນ​ເຜົ່າ​ໂຣຮິງ​ຢາ​ ໃນມຽນມາ (ວີດີໂອ)


ແມ່ຍິງຊາວໂຣຮິງຢາ ທີ່ຫອບລູກເຕົ້າ ອົບພະຍົບຈາກບ້ານເຮືອນ ຫລົບໜີຄວາມຮຸນແຮງ ລະຫວ່າງສາສະໜາ ໄປຢູ່ສູນແຫ່ງນຶ່ງ, ວັນທີ 13 ພຶດສະພາ 2013.
ແມ່ຍິງຊາວໂຣຮິງຢາ ທີ່ຫອບລູກເຕົ້າ ອົບພະຍົບຈາກບ້ານເຮືອນ ຫລົບໜີຄວາມຮຸນແຮງ ລະຫວ່າງສາສະໜາ ໄປຢູ່ສູນແຫ່ງນຶ່ງ, ວັນທີ 13 ພຶດສະພາ 2013.
ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ກ່າວ​ວ່າ ທ່ານ​ມີ​ຄວາມ​ວິຕົກ ກ່ຽວ​ກັບຊະ​ຕາ​ກໍາ​ດ້ານ​
ມະນຸດສະ​ທໍາ ​ທີ່​ໜ້າ​ເປັນ​ຫ່ວງ​ຂອງ​ພວກຊົນເຜົ່າ​ມຸສລິ​ມໂຣຮິງ
​ຢາ​ໃນມຽນມານັ້ນ ​ແລະ​ປະກົດ​ວ່າ ທ່ານ​ຮອດ​ໄດ້ຮຽກຮ້ອງ​ໃຫ້
ອະນຸມັດສັນຊາດ​ໂດຍ​ເຕັມ ​ໃຫ້​ແກ່​ຊົນ​ກຸ່ມ​ນ້ອຍ​ພວກນີ້.

​ໃນ​ຄໍາ​ປາ​ໄສ​ໃນ​ວັນ​ພຸດ​ວານ​ນີ້ ຕໍ່​ບັນດານັກ​ການ​ທູດທີ່ສໍານັກ
ງານ​ໃຫຍ່​ຂອງອົງການ​ສະຫະ​ປະຊາ​ຊາດ ​ທ່ານ Ban ກ່າວ​ວ່າ
ທ່ານ​ມີຄວາມ​ຮ້ອນ​ໃຈ​ຫລາຍນໍາ​ບັນຫາ​ຄວາມ​ຮຸນ​ແຮງ​ທາງ​
ສາສະໜາທີ່ສົ່ງ​ຜົນ​ໃຫ້​ມີປະມານ 200 ຄົນ​ເສຍ​ຊີ​ວິດ ​ແລະ
140,000 ​ຄົນ ຕ້ອງອົບພະຍົບຫລົບ​ໜີຈາກ​ບ້ານ​ເຮືອນ ​ໃນ
ທົ່ວປະ​ເທດ​ໃນຮອບ​ປີ​ທີ່​ຜ່ານ​ມາ​ນີ້.

ອົງການ​ສະຫະ​ປະຊາ​ຊາດໄດ້​ເອີ້ນ ຊົນ​ເຜົ່າ​ໂຣຮິງ​ຢານີ້ວ່​າ ຮວມຢູ່​ໃນ​ພວກ​ຊົນ​ກຸ່ມ​ນ້ອຍທີ່
​ຖືກ​ກວດ​ລ້າງປະ​ຫັດ​ປະຫານ​ຫຼາຍ​ທີ່​ສຸດ. ພວກ​ເຂົາ​ເຈົ້າ​ຖືກ​ປະຕິ​ເສດສັນຊາ​ດ ​ແລະສິດທິ​
ຂັ້ນ​ພື້ນຖານອື່ນໆ​ອີກ​ຫຼາຍຢ່າງ ຢູ່​ໃນມຽນມາ ບ່ອນ​ທີ່ພວກ​ເຂົາເຈົ້າ ​ຖືກ​ມອງ​ວ່າ ເປັນ​ພວກ​
ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ ຈາກ​ Bangladesh ປະ​ເທດ​ເພື່ອນ​ບ້ານ​.

​ທ່ານ Ban ​ໄດ້​ກ່າວ​ວ່າ ທາງ​ລັດຖະບານ​ມຽນມາ​ຄວນ​“ຈະ​ເອົາ​ບາດກ້າວ​ທີ່​ຈໍາ​ເປັນ
ເພື່ອຫາ​ທາງ​ແກ້​ໄຂ​ຄວາມ​ຂັດຂ້ອງ​ໝອງ​ໃຈ​ຕ່າງ​ໆ ຂ​ອງບັນດາຊົນ​ເຜົ່າ​ນ້ອຍ​
ທັງຫຼາຍ ຊຶ່ງຮວມທັງ​ການ​ໃຫ້​ສິດ​ໃນ​ການ​ຖື​ສັນຊາດ​ມຽນມາ​ ​ແກ່ຊາວມຸສລິ​ມ
ໂຣຮິງ​ຢາ ​ໃນ​ລັດ ຣາຄາຍ ນັ້ນ.”


ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ ​ເຄີຍ​ໄດ້​ຮຽກຮ້ອງໃຫ້ທາງການ​ມຽນມາ ​ຈັດການ​ແກ້​
ໄຂບັນຫາ​ ​ການ​ເປັນ​ສັນຊາດ​ຂອງ​ຊາວໂຣຮິງ​ຢານັ້ນ​ ມາ​ຫຼາຍ​ເທື່ອ​ແລ້ວ.

XS
SM
MD
LG