ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ຕົກໃຈ ກ່ຽວກັບ ຈຳນວນ ຜູ້ລົ້ມຕາຍ ທີ່ເພີ້ມຂຶ້ນ ຢູ່ ຊູດານໃຕ້ (ວີດີໂອ/ສະໄລດ໌)


ພວກທະຫານຊູດານໃຕ້ ໃກ້ໆກັບພາຫະນະຂອງພວກເຂົາເຈົ້າ ຫຼັງຈາກທີ່ລັດຖະບານ ໄດ້ຍຶດເອົາເມືອງ Bentiu ເມືອງເອກຂອງລັດ Unity ຄືນຈາກພວກກະບົດ
ພວກທະຫານຊູດານໃຕ້ ໃກ້ໆກັບພາຫະນະຂອງພວກເຂົາເຈົ້າ ຫຼັງຈາກທີ່ລັດຖະບານ ໄດ້ຍຶດເອົາເມືອງ Bentiu ເມືອງເອກຂອງລັດ Unity ຄືນຈາກພວກກະບົດ
ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ໄດ້ສະແດງຄວາມຕື່ນຕົກໃຈ ກ່ຽວກັບ ຈໍານວນ​ຜູ້​ຄົນ
​ລົ້ມ​ຕາຍທີ່ເພີ້ມທະວີຂຶ້ນ ຫຼື​ບໍ່​ກໍຖືກບັງຄັບໃຫ້​ອົບ​ພະຍົບຫລົບ​
ໜີໄປຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າຍ້ອນ​ການ​ສູ້​ລົບ​ກັນ​
ໃນ​ຊູ​ດານ​ໃຕ້​ນັ້ນ.

​ໃນ​ຖະແຫຼງຂ່າວສະບັບ​ນຶ່ງ​ທີ່ນຳອອກເຜີຍແຜ່ໃນແລງ​ວັນ​
ອັງຄານ​ວານ​ນີ້ ​ໂຄສົກ​ຂອງ​ທ່ານ Ban ກ່າວ​ວ່າ ຜູ້ນຳຂອງ
ອົງການສະຫະ​ປະຊາ​ຊາດ ຍັງໄດ້ປະນາມ ​ທັງ​ກອງກໍາລັງ
ຂອງ ຝ່າຍລັດຖະບານ ​ແລະ​ພວກ​ກະບົດ ​ທີ່ໄດ້ຍຶດ​ເອົາ
​ຍານພາຫະນະ​ ​ແລະ​ເຂົ້າປາ​ອາຫານ​ຂອງອົງການໃຫ້ຄວາມຊ່ອຍ​ເຫຼືອ​ທາງດ້ານ​ມະນຸດ
ສະ​ທໍາ ​ໄປ.


ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຈໍານວນ​ຜູ້​ຄົນ​ທີ່​ໄດ້​ອົບ​ພະຍົບຫລົບ
​ໜີອອກ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ຍ້ອນການ​ສູ້ລົບ​ກັນ​ເປັນ​ເວລາ​ນຶ່ງ​ເດືອນ​ນັ້ນ
​ເພີ້ມຂຶ້ນເປັນເກືອບ 5 ​ແສນ​ຄົນ​ແລ້ວ ຊຶ່ງ​ຮວມທັງ 7,500 ຄົນທີ່​ໄດ້ຫລົບ​ໜີ​ເຂົ້າໄປ​ໃນ
ອູ​ການ​ດາ ຊູ​ດານ ​ເຄັນຢາ ​ແລະ​ອີທິ​ໂອ​ເປຍ.

ມີ​ພົນລະ​ເຮືອນ​ຫລາຍໆຄົນ ​ໄດ້​ພາກັນ​ຂໍຫລົບ​ໄພ​ຈາກ​ການ​ສູ້ລົບ​ກັນ​ ຢູ່ຕາມຄ້າຍຕ່າງໆ​
​ຂອງອົງການສະຫະ​ປະຊາ​ຊາດ​ໃນ​ຊູ​ດານ​ໃຕ້. ທີ່​ນະຄອນ​ນິວຢ໋ອກ ​ໂຄສົກ​ຂອງສະຫະ​
ປະຊາ​ຊາດ ທ່ານ Martin Nesirky ​ໄດ້​ກ່າວ​ວ່າ ຈໍານວນ​ຜູ້​ຄົນ​ທີ່ຢູ່​ໃນຄ້າຍສະຫະ​ປະຊາ
​ຊາດ ​ໃນ​ເມືອງ Malakal ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ ​ໄດ້​ເພີ່ມ​ຂຶ້ນ​ເປັນ 2 ​ເທົ່າ​ຕົວ​
ຫວ່າງ​ໄວໆ​ມາ​ນີ້ ເປັນຈຳນວນ 20 ພັນ​ຄົນ​ແລ້ວ.

Fight Blocks Aid to Thousands of Displaced in South Sudan
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ
XS
SM
MD
LG