ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ຕັດງົບປະມານ 5% ສໍາລັບ 2 ປີຂ້າງໜ້າ


ກອງປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງໄດ້​ອະນຸມັດ​ໃຫ້ຕັດ​ງົບປະມານຂອງ​ສະຫະ​ປະຊາ​ຊາດອອກ 5% ສໍາລັບ 2 ປີ​ຂ້າງ​ໜ້າ (2012 ແລະ 2013).
ການ​​ເຄື່ອນ​ໄຫວໃນ​ວັນ​ເສົາ​ວານ​ນີ້ UN general assembly, Dec 23, 2011
ກອງປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງໄດ້​ອະນຸມັດ​ໃຫ້ຕັດ​ງົບປະມານຂອງ​ສະຫະ​ປະຊາ​ຊາດອອກ 5% ສໍາລັບ 2 ປີ​ຂ້າງ​ໜ້າ (2012 ແລະ 2013). ການ​​ເຄື່ອນ​ໄຫວໃນ​ວັນ​ເສົາ​ວານ​ນີ້ UN general assembly, Dec 23, 2011

ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ອະນຸມັດ​ໃຫ້ຕັດ​ງົບປະມານຂອງ​ສະຫະ​ປະຊາ​ຊາດ
ອອກ 5% ສໍາລັບ 2 ປີ​ຂ້າງ​ໜ້າ ຊຶ່ງ​ເປັນ​ຂີດໝາຍ​ໃນການ​ຫລຸດ​ລົງ ຂອງງົບປະມານ
ເປັນຄັ້ງທີ​ສອງ​ເທົ່າ​ນັ້ນ ​ໃນຮອບ 50 ປີ.

ການເຄື່ອນ​ໄຫວໃນ​ວັນ​ເສົາ​ວານ​ນີ້ ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດໝາຍຄວາມວ່າ
ງົບປະມານ​ໃນ​ປັດຈຸບັນ​ທີ່​ມີ 5 ພັນ 410 ລ້ານ​ໂດ​ລານັ້ນ ​ຈະຖືກຫລຸດ​ລົງ​ໃຫ້​ຍັງ​ເຫລືອ 5
ພັນ 150 ລ້ານ​ໂດ​ລາ ສໍາລັບ​ປີ 2012 ​ແລະ 2013.

ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ ພັນ ກິ​ມູນ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ສະມັດ
ຊາ​ໃຫຍ່ ທີ່​ຍິນ​ດີຈະ​ເອົາ​ບາດ​ກ້າວ​ອັນ​ເຂັ້ມງວດດັ່ງກ່າວ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ “ລັດ​ຖະບານ
ແລະ​ປະຊາຊົນ​ຢູ່​ທຸກ​ບ່ອນ​ກໍາລັງ​ພົບ​ຄວາມ​ລໍາບາກ”.
ທ່ານ​ເວົ້າວ່າ ການ​ນໍາ​ໃຊ້ຊັບ
ພະຍາກອນທີ່​ມີ​ຢູ່​ໃຫ້​ເປັນ​ປະ​ໂຫຍ​ດ​ທີ່​ສຸດ ​ແລະ​ສືບຕໍ່ປະຕິບັດ​ໜ້າທີ່​ຕາມ​ການ​ມອບໝາຍ
ໃຫ້ຂອງ​ອົງການ​ຂອງໂລກດັ່ງກ່າວ​ນີ້ ​ແມ່ນ​ເປັນ​ສິ່ງ​ທີ່​ດີທີ່​ສຸດ.

ພ້ອມ​ກັນນັ້ນ ທ່ານ​ພັນ ຍັງໄດ້​ສະ​ເໜີມາດ​ຕະການມັດທະຍັດ​ຈໍານວນ​ນຶ່ງ ຊຶ່ງ​ລວມທັງການ
ຕັດຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນທາງ ​ເພື່ອ​ນໍາ​ໃຊ້​ຊັບພະຍາກອນ​ຂອງປະ​ເທດສະມາຊິກສະຫະ​ປະ
ຊາ​ຊາດ 193 ປະ​ເທດນັ້ນ ​ໃຫ້​ເກີດ​ປະ​ໂຫຍ​ດ ຫລາຍ​ກວ່າ​ເກົ່າ. ທ່ານ​ຍັງ​ໄດ້​ໃຫ້​ຄໍາໝັ້ນສັນຍາ​
ຕໍ່ປະ​ເທດສະມາຊິກສະຫະ​ປະຊາ​ຊາດວ່າ ຈະ​ໝູນ​ໃຊ້​ຊັບພະຍາກອນ​ຕ່າງໆ ​ໃຫ້​ໄດ້ຜົນ​ຫລາຍ
ທີ່​ສຸດ ​ແລະ​ຈະ​ເຮັດ​ໃຫ້​ໄດ້​ຕາມໜ້າທີ່​ມອບໝາຍ​ໃຫ້ “ຢ່າງ​ມີ​ປະສິດທິ​ຜົນ​ຫລາຍ​ທີ່​ສຸດ”.

XS
SM
MD
LG