ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດ ສົ່ງເສີມມຽນມາ ໃນການປາບປາມ ການຄ້າຢາເສບຕິດ


ບັນດາເຈົ້າໜ້າທີ່ຕຳຫຼວດ ຍືນຍູ່ໃກ້ກອງຍາເສບຕິດ ທີ່ຜິດກົດໝາຍ ທີ່ຈະຖືກໄຟເຜົາຖິ້ມ ຍູ່ນອກນະຄອນຍ້າງກຸ້ງ ມຽນມາ.
ບັນດາເຈົ້າໜ້າທີ່ຕຳຫຼວດ ຍືນຍູ່ໃກ້ກອງຍາເສບຕິດ ທີ່ຜິດກົດໝາຍ ທີ່ຈະຖືກໄຟເຜົາຖິ້ມ ຍູ່ນອກນະຄອນຍ້າງກຸ້ງ ມຽນມາ.

ຫ້ອງການ​ວ່າ​ດ້ວຍ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ​ສະຫະ​ປະຊາ​
ຊາດ​ເລີ້ມ​ໂຄ​ງການ​ໃໝ່ ​ເພື່ອ​ຊ່ອຍ​ລະບົບ​ປະຕິບັດ​ກົດ​ໝາຍ
ຂອງ​ມຽນມາ​ໃຫ້​ດີ​ຂຶ້ນ​ ກ່ຽວ​ກັບ​ການປາບ​ປາມ​ການ​ລັກ​ລອບ
​ຄ້າຂາຍ​ຢາ​ເສບ​ຕິດ ​ແລະ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດນັ້ນ. ນາຍ
Ron Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາ​ຈາກ​ບາງກອກ​
ວ່າ ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ສະແດງ​ຄວາມ​ຍິນ​ດີ​ນຳ​
ໂຄງການ​ດັ່ງກ່າວ ວ່າ​ເປັນ​ຊ່ອງ​ທາງ​ນຶ່ງ​ເພື່ອ​ແກ້​ບັນຫາ​ການ​
ໄດ້​ຮັບ​ການ​ຍົກ​ເວັ້ນ​ໂທດ ​ແລະ​ການ​ເຄື່ອນ​ໄຫວ​ຕ່າງໆ​ທາງ​
ດ້ານ​ອາຍາ ທີ່​ສະຫະ​ປະຊາ​ຊາດ​ເຕືອນ​ວ່າ ​ກຳລັງ​ບ່ອນ​ທຳ
ລາຍ​ຄວາມ​ພະຍາຍາມ ​ໃນ​ການ​ພັດທະນາ​ຂອງ​ມຽນມາ​ນັ້ນ.
ສິງ​ຈະ​ນຳ​ເອົາ​ລາຍ​ດັ່ງກ່າວ ​ມາສະ​ເໜີ​ທ່ານ​ຕໍ່​ໄປ..


ໂຄງການ​ໃນ​ວົງ​ເງິນ 45 ລ້ານ​ດອນ​ລາ ​ເປັນ​ເວລາ 4 ປີ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຫ້ອງການ​ປາບ
ປາມ​ຢາ​ເສບ​ຕິດ​ ແລະ​ອາ​ຊະ​ຍາ​ກຳ​ສະຫະ​ປະຊາ​ຊາດ​ຫຼື UNODC ກ່າວ​ວ່າ ການ​ກໍ່
ຄວາມຜິດ​ທາງ​ດ້ານ​ອາຍາ​ໃນ​ມຽນມາ​ກຳລັງ​ບ່ອນ​ທຳລາຍ​ການ​ພັດທະນາ​ຂອງ​ປະ​ເທດ
​ເພີ້​ມຄວາມ​ບໍ່​ປອດ​ໄພ​ໃຫ້​ແກ່​ປະຊາຊົນ ​ແລະ​ເປັນໄພ​ຂົ່ມຂູ່ ​ຕໍ່ການ​ເຈລະຈາ​ສັນຕິພາບ
ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຍຸດຕິ​ການ​ກໍ່​ການ​ກະບົດຂອງ​ພວກ​ຊົນ​ຊາດ​ຊົນ​ເຜົ່າ​ກຸ່ມນ້ອຍນັ້ນ.

ທ່ານ Jeremy Douglas ຜູ້ຕາງໜ້າ​ຂອງ​ອົງການ UNODC ປະຈຳ ພາກ​ພື້ນ​ເອ​ເຊຍ​
ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ຂົງ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ ກ່າວ​ວ່າ ​ເສດຖະກິດ​ໃຕ້​ດິນ ຫຼື “black” economy ນຳ​ເງິນ​ຈຳນວນ​ຫລາຍ​ລ້ານ​ດອນ​ລາ ທີ່​ຊັກ​ຟອກ ​ເຂົ້າ​ໃນ​ຂະ​ແໜງ​ອື່ນໆ​ຂອງ​ເສດຖະກິດ ​ກຳລັງ​ເປັນ​ໄພ​ຂົ່ມຂູ່ຕໍ່​ສັງຄົມໃນວົງ​ກວ້າງອອກໄປ​ອີກ.

ທ່ານ Jeremy Douglas ກ່າວ​ວ່າ “​ເສດຖະກິດ​ໃຕ້ດິນແມ່ນ​ກວ້າງ​ໃຫຍ່​ຫຼາຍ​ໃນ​ພາກ​ເໜືອ​ຂອງ​ມຽນມາ ສ່ວນ​ໃຫຍ່​ແມ່ນ​ເກີດ​ຈາກ​ການ​ຄ້າ​ຢາເສບ​ຕິດ ​ແຕ່​ກໍ​ມີ​
ການ​ລັກລອບ​ຄ້າສານເຄມີຕົ້ນເຊັ່ນ​ກັນ ມີ​ຮູບ​ແບບ​ອື່ນໆ​ອີກ​ຂອງ​ການ​ລັກລອບ​
ຄ້າ​ຂາຍ ​ແລະ​ເລື້ອງ​ບັນຫາ​ການ​ຂ້າມ​ຊາດ ຊຶ່ງ​ກຳລັງ​ນຳ​ລາຍ​ຮັບ​ມາ​ໃຫ້ຢ່າງ​ຫຼວງ​ຫຼາຍ ມັນເປັນ​ລາຍ​ຮັບ​ທີ່​ບໍ່​ຢູ່​ໃນ​ກຳມື​ຂອງ​ຜູ້​ຄົນ​ຫຼາຍ​ຄົນ ​ແລະ​ໃນ​ເວລາ​ດຽວ​ກັນ ​ເງິນ​ທີ່​ວ່າ​ນີ້​ຈະ​ຕ້ອງ​ມີການເຄື່ອນຍ້າຍ​ ແລະ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ເພື່ອ​ວ່າ
ມັນ​ຈະ​ສົ່ງ​ຜົນ​ກະທົບ​ເຂົ້າ​ໃນ​ການ​ເສດຖະກິດ ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ.”

​ໃນ​ຂະນະ​ທີ່​ການ​ເສດຖະກິດ​ຂອງ​ມຽນມາ ​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້
ທີ່​ເກີດ​ຈາກ​ການ​ປະຕິ​ຮູບ​ຕ່າງໆທາງ​ດ້ານ​ເສດຖະກິດ​ແລະ​ການ​ເມືອງ ​ແຕ່​ປະ​ເທດ​ຍັງ​ຄົງ​
ຢູ່​ໃນ​ຂັ້ນ​ລ້າ​ຫຼັງ​ຢູ່ຍ້ອນ​ການ ສໍ້​ລາດ​ບັງ​ຫຼວງ​ຂອງ​ເຈົ້າ​ໜ້າ​ທີ່​ໃນ​ອັດຕາ​ສູງ​ນັ້ນ. ກຸ່ມ​ຄວາມ​
ໂປ່​ງ​ໃສ​ນາໆ​ຊາດ ທີ່ຄຸ້ມຄອງກ່ຽວກັບການສໍ້ລາດບັງຫຼວງ ​ໄດ້​ຈັດ​ມຽນມາ​ເຂົ້າ​ໃນ​ລະດັບ​ຕໍ່າໍ່າ ຫຼາຍຄື​ໃນ​ລະດັບ​ທີ 157 ຂອງ​ບັນຊີ​ລາຍ​ຊື່​ ທີ່ມີທັງໝົດ 177 ປະ​ເທດ ​ໃນ​ໂລກ.

​ໂຄງການ​ສະຫະ​ປະຊາ​ຊາດ ທຳ​ອິດ​ແມ່ນ​ໄດ້​ຮັບ​ເງິນ​ຈາກ​ສະຫະລັດ ຊຶ່ງ​ເງິນ​ກ້ອນ​ນີ້ ​ແມ່ນ​ໃຊ້ໃນ​ຄວາມ​ພະຍາຍາມ​ເພື່ອ​ປັບປຸງສະມັດຖະພາບ​ໃນການ​ຈັດ​ຕັ້ງ​ປະຕິບັດກົດໝາຍ​ໃຫ້​ດີ​ຂຶ້ນ ​ໃນ​ການ​ແກ້​ໄຂ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ຮວມທັງ​ການ​ລັກລອບ​ຄ້າຂາຍ​ຢາ​ເສບ​ຕິດແລະ
​ຄ້າມະນຸດ ອາ​ຊະ​ຍາ​ກຳ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ​ການ​ຄວບ​ຄຸມ​ຊາຍແດນ. ​ໂຄງການ​ນີ້ ຍັງ​ຮວມທັງ​ການ​ເອົາ​ມາດ​ຕະການ​ຕ່າງໆ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ການ​ປະຕິ​ຮູບ​ຕ່າງໆ​ໃນ​ລະບົບ​ຍຸຕິ​ທຳ​ດ້ານ​ອາຍາ​ແລະ​ຄຸກ​ນັ້ນ. ທ່ານ Douglas ກ່າວ​ວ່າ ​ເປົ້າ​ໝາຍ​ສຳຄັນ​ອັນ​ນຶ່ງ ແມ່ນ​ການ​ພັດທະນາພວກ​ພືດ​ທົດ​ແທນ​ຂອງ​ພວກ​ກະສິກອນ​ປູກ​ຝິ່ນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດນັ້ນ.

ມຽນມາ​ເປັນ​ປະ​ເທດ​ທີ່​ຜະລິດ​ຢາ​ເສບ​ຕິດ​ທຽມ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ເຂດ​ເອ ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ແລະ​ເປັນ​ປະ​ເທດ​ທີ່​ຜະລິດ​ຝິ່ນ​ລາຍ​ໃຫຍ່​ທີ່​ສຸດ ​ອັນ​ດັບ​ສອງ​ຂອງ​ໂລກ ຮອງຈາກ​ອັຟກາ​ນິສຖານ.

ບັນດານັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ການຄ້າຝ່າຍຝິ່ນ​ແລະ​ ​ຢາ​ເສບ​ຕິດ​ໄດ້​ພາໃຫ້ເກີດ​ພວກ​ບຸກຄົນ​ທີ່​ມີ​ອຳນາດອິດທິພົນຂຶ້ນ​ມາ​ຢ່າງ​ຫລວງຫລາຍ ໂດຍ​ຜ່ານ​ຖັນ​ແຖວ​ດ້ານ​ການ​ເມືອງ ຮວມທັງ​ຢູ່​ໃນ​ລັດຖະສະພາ. ນາງ Debbie Stothard ນັກ​ເ​ຄື່ອນ​ໄຫວ
ດ້ານ​ສິດທິ​ມະນຸດ​ໃນ​ມຽນມາ ກ່າວ​ວ່າ ການ​ມີ​ອິດ​ທິພົນ​ເພີ້​ມຂຶ້ນ​ຂອງ​ພວກ​ບຸກຄົນ​ເຫຼົ່າ​ນີ້ ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ປະ​ເທດ​ກຳລັງ​ເຕີບ​ໂຕ​ຂຶ້ນ​ ຊຶ່ງ​
ນາງ Debbie ກ່າວ​ວ່າ….

ນາງ Debbie Stothard ກ່າວ​ວ່າ “ພວກ​ບຸກຄົນ​ທີ່​ສະ​ໜິດສະໜົມທີ່ຢູ່​ໃນ​ບັນຊີ​ດຳ​ຫຼາຍ​ຄົນ ​ທີ່​ກຳລັງ​ພາກັນກິນ​ລ້ຽງ​ ສະ​ເຫຼີ​ມສະຫຼອງ​ກັນໂດຍ​ພວກ​ນັກທຸລະກິດ​
ນາໆ​ຊາດ ​ໄດ້​ຮັ່ງມີ​ຂຶ້ນ ຍ້ອນ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ການ​ຕິດ​ຕໍ່​ພົວພັນ​ອື່ນໆ
ຕໍ່​ກິດຈະກຳ​ທາງອາຊາຕ່າງໆ. ອັນ​ທີ່​ພວກ ເຮົາ​ກຳລັງ​ເຫັນຢູ່​ໃນ​ປັດຈຸບັນ​ນີ້ ກໍ​
ແມ່ນ​ສະຖານະ​ການ ​ບ່ອນ​ທີ່​ພວກ​ອາ​ຊະ​ຍາກ​ອນ​ໃນ​ຍຸກ​ຜ່ານ​ມາ ອາ​ຊະ​ຍາ​ກຳ​
ທີ່​ມີ​ການຈັດ​ຕັ້ງ ​ແລະ​ໃນ​ຫຼາຍ​ກໍລະນີໄດ້​ກາຍ​ມາ​ເປັນ​ບຸກຄົນ​ທີ່​ໜ້າ​ນັບຖື​ພາຍ​ໃຕ້​ອຳນາດການ​ປົກຄອງ ​ທີ່​ມີ​ການ​ປະຕິ​ຮູບ​ໃນ​ປັດຈຸບັນ.”

ນາງ Stothard ກ່າວ​ວ່າ ບຸກຄົນ​ທີ່​ໃກ້ຊິດ​ກັບ​ເຄືອ​ຂ່າຍ​ລັກລອບ​ຄ້າ​ຢາ ເສບ​ຕິດ​ຂອງ​ມຽນ
ມາ​ໄດ້​ຖືກ​ເລືອກ​ເຂົ້າ​ເປັນ​ສະມາຊິກ​ຂອງ​ລັດຖະສະພາ​ ໃນ​ການ​ເລືອກ​ຕັ້ງເມື່ອ​ປີ 2010 ທີ່ຜ່ານ​ມາ ຊຶ່ງ​ນາງ​ກ່າວ​ວ່າ ມີ​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ພວກ​ບຸກຄົນ​ທີ່​ຖືກ​ເລືອກ​ຕັ້ງເຫຼົ່າ​ນີ້ ​ແລະ​ອັດຕາ​ສູງ​ຂຶ້ນ​ຂອງ​ການ​ປູກ​ຝິ່ນ​ນັ້ນ. ອົງການ UNODC ແຈ້ງ​ໃຫ້​ຊາບ​ວ່າ ການ​ປູກ​ຝິ່ນ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ 26 ​ເປີ​ເຊັນ​ຢູ່ໃນ​ມຽນມາ ໃນ​ປີ 2013 ​ເປັນ 870 ​ໂຕນ ອີງ​ຕາມການ​ປູກ​ຝິ່ນ​ທີ່​ເພີ້​ມຂຶ້ນ​ນັ້ນ.

ນາງ Stothard ກ່າວ​ວ່າ ຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ສິດທິ​ມະນຸດ ​ແລະ​ການ​ຂາດ​ສິດເສລີ
ພາບ ​ແລະການປົກຄອງດ້ວຍ​ໂຕ​ບົດ​ກົດໝາຍ ​ເຫັນ​ວ່າ​ເຊື່ອມ​ໂຍງ​ກັນ​ກັບ​ອາ​ຊະ​ຍາ​ກຳ​ທີ່​
ເພີ້​ມຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້. ຄວາມ​ຮຽກຮ້ອງ​ຕ້ອງ​ການ​ທີ່​ດິນທີ່​ພວມ​ເພີ້​ມຂຶ້ນ ສຳລັບການພັດ ທະນາ ກໍໄດ້ພາໃຫ້ເກີດ​ບັນຫາ​ຂັດ​ແຍ້​ງເພີ້​ມຂຶ້ນ​ລະຫວ່າງ​ບັນດາບໍລິສັດ​ພັດທະນາ​ທີ່​ດິນ ​ແລະ​ພວກ​ປະຊາຊົນ ​ໃນເຂດ​ທ້ອງ​ຖິ່ນ.

XS
SM
MD
LG