ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

3 ປະເທດ ຂັດຂວາງ ການຮັບຜ່ານ ສົນທິສັນຍາ ຄວບຄຸມ ການຄ້າອາວຸດ ສປຊ


ແຜນທີ່ອີຣ່ານ ຊຶ່ງເປັນນຶ່ງໃນສາມປະເທດ ທີ່ວີໂຕ້ ສົນທິສັນຍາ ຄວບຄຸມອາວຸດ ສະຫະປະຊາຊາດ
ແຜນທີ່ອີຣ່ານ ຊຶ່ງເປັນນຶ່ງໃນສາມປະເທດ ທີ່ວີໂຕ້ ສົນທິສັນຍາ ຄວບຄຸມອາວຸດ ສະຫະປະຊາຊາດ
ອີຣ່ານ ຊີເຣຍ ແລະເກົາຫຼີເໜືອ ໄດ້ຂັດຂວາງ ຕໍ່ການຮັບຮອງເອົາ ສົນທິສັນຍາສະບັບນຶ່ງຂອງອົງການສະຫະປະຊາຊາດ ເພື່ອຄວບ
ຄຸມການຄ້າອາວຸດຂອງໂລກ ທີ່ມີມູນຄ່າ 70 ພັນລ້ານໂດລາ.

ການສະໜັບສະໜຸນດ້ວຍຄະແນນສຽງຢ່າງເປັນເອກກະສັນແມ່ນ
ມີຄວາມຈຳເປັນ ເພື່ອຮັບຮອງເອົາສົນທິສັນຍາດັ່ງກ່າວ ລະຫວ່າງ
ການເຈລະຈາ ທີ່ສຳນັກງານໃຫຍ່ຂອງອົງການສະຫະປະຊາຊາດ
ໃນວັນພະຫັດວານນີ້. ແຕ່ກຸ່ມແນວໂຮມບັນດາປະເທດຕ່າງໆເວົ້າ
ວ່າ ຕົນຈະນຳສະເໜີຮ່າງຍັດຕິ ຕໍ່ກອງປະຊຸມສະມັດຊາໃຫຍ່ສະ
ຫະ ປະຊາຊາດໃນໄວໆນີ້ ຊຶ່ງຄາດວ່າ ຈະມີການຮັບຮອງເອົາຢູ່ທີ່
ນັ້ນ.

ສົນທິສັນຍາສະບັບນີ້ຈະກຳນົດມາດຕະຖານຂອງນາໆຊາດກ່ຽວກັບການນຳເຂົ້າ ສົ່ງອອກ ແລະໂອນອາວຸດທຳມະດາຊະນິດຕ່າງໆ. ນອກນັ້ນແລ້ວ ສົນທິສັນຍາສະບັບນີ້ ຍັງຈະເສີມ ຄວາມເຂັ້ມແຂງໃຫ້ແກ່ມາດຕະການຕ່າງໆ ທີ່ຄ້ຳປະກັນວ່າອາວຸດເຫຼົ່ານີ້ຈະບໍ່ຖືກນຳໄປໃຊ້ ໃນການລ່ວງລະເມີດສິດທິມະນຸດແລະກໍ່ການຮ້າຍ.

ອີຣ່ານ ຊີເຣຍແລະເກົາຫຼີເໜືອຕ່າງກໍມີຄວາມເຫັນວ່າ ຮ່າງສົນທິສັນຍາສະບັບນີ້ບໍ່ມີຄວາມ ກໍ້າເກິ່ງສົມດຸນ ມີຈຸດປະສົງທາງດ້ານການເມືອງ ແລະບໍ່ພຽງພໍສຳລັບຄວາມຕ້ອງການຂອງ ປະເທດເຂົາເຈົ້າ.

ສະຫະລັດ ຊຶ່ງເປັນປະເທດສົ່ງອອກອາວຸດລາຍໃຫຍ່ທີ່ສຸດຂອງໂລກນັ້ນ ຜ່ານມາເຄີຍຄັດ ຄ້ານຕໍ່ບາງພາກສ່ວນ ຂອງສົນທິສັນຍາດັ່ງກ່າວ ແຕ່ໃນມື້ວັນອັງຄານແລ້ວ ພວກນັກການ ທູດສະຫະລັດ ເວົ້າວ່າ ຮ່າງສົນທິສັນຍາດັງກ່າວນີ້ ແມ່ນມີຄວາມຍຸຕິທຳ ແລະ ກຸງວໍຊິງຕັນ ຫວັງວ່າຈະມີການຮັບຮອງເອົາໂດຍໄວ.

ສຳນັກງານຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວ ວ່າ ຕົນເຊື່ອໝັ້ນວ່າສົນທິສັນຍາດັ່ງກ່າວ ຈະມີການຮັບຮອງເອົາໃນໄວໆນີ້. ພວກນັກການ ທູດ ເວົ້າວ່າການລົງຄະແນນສຽງອາດຈະມີຂຶ້ນຢູ່ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາ ຊາດ ພາຍໃນວັນອັງຄານອາທິດໜ້ານີ້.
XS
SM
MD
LG