ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມຮ່າງ ສົນທິສັນຍາ ວ່າດ້ວຍການຂາຍອາວຸດ ໃນທົ່ວໂລກ ໄຂຂຶ້ນຢູ່ນິວຢອກ (ວີດີໂອ)


ການຄ້າຂາຍອາວຸດປະເພດທໍາມະດາຢູ່ໃນໂລກ
ການຄ້າຂາຍອາວຸດປະເພດທໍາມະດາຢູ່ໃນໂລກ

ອັງກິດ, ຝຣ່ັງ, ເຢຍລະມັນ ແລະສະວີເດັນ ກໍາລັງຊຸກຍູ້ໃຫ້ບັນດາສະມາຊິກຂອງ​ອົງການ
ສະຫະປະຊາຊາດ ສະໜັບສະໜຸນການດໍາເນີນ “ຄວາມພະຍາຍາມທີ່ເດັດຂາດ” ໃນການ
ຄວບ​ຄຸມການຄ້າຂາຍອາວຸດປະ​ເພດທໍາມະດາ.

ໃນວັນຈັນມື້ນີ້ ຄະນະຜູ້ແທນຈາກຫລາຍກວ່າ 150 ປະເທດ ໄດ້​ໄປເຕົ້າໂຮມກັນທີ່
ນະຄອນນີວຢອກ ເພື່ອເລີ້ມທໍາການປະຊຸມທີ່ຈະດໍາເນີນໄປເປັນເວລາ 1 ເດືອນ ເພື່ອ
ຈະຮ່າງສົນທິສັນຍາວ່າ​ດ້ວຍການຂາຍອາວຸດຢູ່ໃນທົ່ວໂລກ.

ກ່ອນເປີດກອງປະຊຸມນັ້ນ ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague, ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Laurent Fabius ແລະລັດຖະມົນຕີການຕ່າງ
ປະເທດເຢຍລະມັນ ທ່ານ Guido Westerwelle ໄດ້ພິມ​ເຜີຍ​ແຜ່ຖະແຫລງການຮ່ວມ
ທີ່ລະບຸວ່າ ການຄ້າຂາຍອາວຸດທີ່ຜິດກົດໝາຍ ແມ່ນເປັນ “ໄພຂົ່ມຂູ່ທີ່ນັບມື້ເພີ້ມທະວີຂຶ້ນ
ຕໍ່ມະນຸດຊາດ.”

ພວກທ່ານ​ເຫລົ່າ​ນີ້ເວົ້າວ່າ ໃນແຕ່ລະປີ ມີຄົນເປັນລ້ານໆຄົນໃນທົ່ວໂລກ ໄດ້ຮັບເຄາະຮ້າຍ ຈາກຜົນກະທົບຈາກການຄ້າຂາຍອາວຸດ ທີ່ບໍ່ມີ​ການ​ຄວບ​ຄຸມ​ຢ່າງ​ເຄ່ງ​ຄັດນັ້ນ.

ຄໍາຖະແຫລງດັ່ງກ່າວ ທີ່​ມີລັດຖະມົນຕີການຄ້າຂອງສະວີເດັນຮ່ວມ​ລົງ​ນາມ​ນໍາ​ນັ້ນ ຍັງ
ຮຽກຮ້ອງໃຫ້ມີກາ​ຈັດ​ຕັ້ງ “ໂຄງສ້າງທີ່ແຂງແກ່ນແລະຮອບດ້ານຂອງມາດຕະຖານສາກົນ
ທີ່​ເປັນອັນ​ດຽວ​ກັນ” ເພື່ອປ້ອງກັນບໍ່​ໃຫ້ການຂາຍອາວຸດ ທີ່ບໍ່​ຜິດກົດໝາຍນັ້ນ ຖືກຫັນເຫ
ໄປຫາເຄືອຂ່າຍຂອງ​ພວກ​ຄ້າ​ອາວຸດຄ້າທີ່ຜິດກົດໝາຍ.

ພວກນັກການທູດດັ່ງກ່າວ​ໃຫ້​ຂໍ້​ສັງ​ເກດວ່າ ປະເທດຂອງພວກເຂົາເຈົ້າກໍເປັນປະເທດສົ່ງ ອອກອາວຸດລາຍໃຫຍ່ຈໍານວນນຶ່ງໃນຢູໂຣບ ແລະເວົ້າວ່າ ນັ້ນກໍໝາຍຄວາມວ່າ ພວກເຂົາເຈົ້າ ມີໜ້າທີ່ຮັບຜິດຊອບພິເສດ ເພື່ອຮັບປະກັນບໍ່ໃຫ້ ອາວຸດ​ເຫລົ່າ​ນັ້ນຖືກນໍາໃຊ້ ໃນທາງທີ່ ລະເມີດຕໍ່ຈຸດປະສົງດ້ານມະນຸດສະທໍາ ຫລື ກົດໝາຍສາກົນ.

ຄວາມຮຸນແຮງໃນຊີເຣຍ ຊຸກຍູ້ໃຫ້ພວກເຄື່ອນໄຫວ ຮຽກຮ້ອງໃຫ້ມີການເຮັດ
ສົນທິສັນຍາຄວບຄຸມການຂາຍອາວຸດໃໝ່:

XS
SM
MD
LG