ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການບາດເຈັບລົ້ມຕາຍ ຂອງພວກເດັກນ້ອຍ ເພີ້ມສູງຂຶ້ນ 24 ເປີເຊັນ ໃນອັຟການິສຖານ


ພະນັກງານ ກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ພວມຊອມເບິ່ງຢູ່ໃກ້ ດ່ານກວດກາ ໃນເມືອງ Parun, ເມືອງຫລວງຂອງແຂວງ Nuristan, ຂອງອັຟການິສຖານ.
ພະນັກງານ ກຳລັງຮັກສາຄວາມປອດໄພ ຂອງອັຟການິສຖານ ພວມຊອມເບິ່ງຢູ່ໃກ້ ດ່ານກວດກາ ໃນເມືອງ Parun, ເມືອງຫລວງຂອງແຂວງ Nuristan, ຂອງອັຟການິສຖານ.

ອົງການສະຫະປະຊາຊາດ ໄດ້ບັນທຶກ ການບາດເຈັບລົ້ມຕາຍ ຂອງພວກເດັກນ້ອຍ
ທີ່ເພີ້ມສູງຂຶ້ນຢ່າງໜ້າຕື່ນຕົກໃຈ ເຖິງ 24 ເປີເຊັນ ທີ່ກ່ຽວພັນກັບບັນຫາຂັດແຍ້ງ ຢູ່ໃນ
ອັຟການິສຖານ ແລະ ຈຳນວນພົນລະເຮືອນທີ່ບາດເຈັບລົ້ມຕາຍທັງໝົດ ກໍສູງຂຶ້ນ 3
ເປີເຊັນ ໃນປີ 2016 ເມື່ອທຽບໃສ່ກັບປີກ່ອນ.

ຄວາມຮຸນແຮງໄດ້ກໍ່ໃຫ້ເກີດມີພົນລະເຮືອນບາດເຈັບລົ້ມຕາຍ ຫຼາຍກວ່າ 11,400 ຄົນ
ລວມທັງ ປະມານ 3,500 ຄົນທີ່ຖືກຂ້າຕາຍໃນປີກາຍນີ້ ອີງຕາມບົດລາຍງານປະຈຳປີ
ໂດຍ ຄະນະທູດຊ່ວຍເຫຼືອ ຂອງອົງການສະຫະປະຊາຊາດ ໃນອັຟການິສຖານ ຫຼື
UNAMA ທີ່ໄດ້ເປີດເຜີຍ ໃນນະຄອນຫຼວງ ກາບູລ ເມື່ອວັນຈັນມື້ນີ້.

ບົດລາຍງານ ໄດ້ໃຫ້ເຫດຜົນວ່າ 61 ເປີເຊັນຂອງພົນລະເຮືອນທີ່ໄດ້ຮັບບາດເຈັບລົ້ມ
ຕາຍ ແມ່ນເປັນຍ້ອນກຸ່ມຕໍ່ຕ້ານລັດຖະບານ ໂດຍສະເພາະ ແມ່ນກຸ່ມ ຕາລີບານ.
ອົງການ UNAMA ໄດ້ຖິ້ມໂທດໃສ່ ກຳລັງສະໜັບສະໜູນລັດຖະບານ ທີ່ກໍ່ໃຫ້ເກີດ
ການບາດເຈັບລົ້ມຕາຍ ເຖິງ 24 ເປີເຊັນ ໂດຍກ່າວວ່າ ມັນໄດ້ສະທ້ອນໃຫ້ເຫັນ
ຈຳນວນທີ່ເພີ້ມຂຶ້ນ 46 ເປີເຊັນ ເມື່ອທຽບໃສ່ປີ 2015.

ບົດລາຍງານນີ້ ບໍ່ສາມາດສືບຫາໄດ້ວ່າ ການບາດເຈັບລົ້ມຕາຍ ໃນຈຳນວນ 10
ເປີເຊັນ ນັ້ນ ແມ່ນເປັນຄວາມຮັບຜິດຊອບ ຂອງການຕໍ່ສູ້ກັນຫຼືບໍ່ ໃນຂະນະດຽວກັນ
ອີກ 5 ເປີເຊັນ ຂອງການບາດເຈັບລົ້ມຕາຍທີ່ຍັງເຫຼືອ ສ່ວນໃຫຍ່ແລ້ວ ແມ່ນເປັນຍ້ອນ
ລະເບີດທີ່ຫລົງເຫຼືອໃນສົງຄາມ.

ບົດລາຍງານໄດ້ກ່າວອີກວ່າ “ອົງການ UNAMA ໄດ້ບັນທຶກ ການບາດເຈັບລົ້ມຕາຍ
ຂອງພວກເດັກນ້ອຍ 3,512 ຄົນ ໂດຍມີ 923 ຄົນເສຍຊີວິດ ແລະ 2,589 ຄົນບາດ
ເຈັບ ເຊິ່ງເປັນການເພີ້ມຂຶ້ນ 24 ເປີເຊັນ ຈາກປີ 2015 ແລະ ເປັນຈຳນວນບາດເຈັບ
ລົ້ມຕາຍ ຂອງພວກເດັກນ້ອຍ ທີ່ສູງທີ່ສຸດ ທີ່ໄດ້ຖືກບັນທຶກ ໂດຍ ອົງການ UNAMA
ໃນປີດຽວເທົ່ານັ້ນ.”

ຄວາມບໍ່ສົມດຸນທີ່ເພີ້ມຂຶ້ນ ໃນການບາດເຈັບລົ້ມຕາຍຂອງພວກເດັກນ້ອຍ ທົ່ວ
ອັຟການິສຖານ ເມື່ອປີກາຍນີ້ ສ່ວຍໃຫຍ່ແລ້ວແມ່ນມາຈາກການບາດເຈັບລົ້ມຕາຍ
ທີ່ເພີ້ມຂຶ້ນຂອງພົນລະເຮືອນ ເຖິງ 66 ເປີເຊັນ ທີ່ເປັນຍ້ອນລະເບີດ ທີ່ຍັງຫລົງເຫຼືອ
ຈາກສົງຄາມ ແລະ ພວກພົນລະເຮືອນສ່ວນຫຼາຍ ແມ່ນເປັນພວກເດັກນ້ອຍ ອີງຕາມ
ການອະທິບາຍຂອງອົງການ UNAMA.

Afghanistan Civilians
please wait
Embed

No media source currently available

0:00 0:01:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG