ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເມືອງ Aleppo ​ແມ່ນວິ​ກິດ​ການ ​ດ້ານ​ມະນຸດສະທຳ​ ທີ່​ໃຫຍ່​ສຸດ ​ແບບບໍ່ເຄີຍ​ເຫັນ​ ມາ​ກ່ອນ​


ພວກຜູ້ຊາຍພາກັນຂີ່ລົດ ຜ່ານຕຶກທີ່ຖືກທຳລາຍ ຢູ່ບ່ອນພວກ ຕໍ່ຕ້ານລັດຖະບານຍຶດຄອງ ທີ່ເມືອງ Bab al-Hadid.
ພວກຜູ້ຊາຍພາກັນຂີ່ລົດ ຜ່ານຕຶກທີ່ຖືກທຳລາຍ ຢູ່ບ່ອນພວກ ຕໍ່ຕ້ານລັດຖະບານຍຶດຄອງ ທີ່ເມືອງ Bab al-Hadid.

ຫົວໜ້າ​ຊ່ວຍ​ເຫລືອ​ສະຫະ​ປະຊາ​ດ ​ໄດ້​ເຕືອນ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຊີ​ເຣຍ​ແມ່ນວິ​ກິດ​ການ​ດ້ານ​ມະນຸດສະທຳ​ທີ່​ໃຫຍ່​ສຸດ​ໃນ​ຍຸກ​ສະ​ໄໝຂອງ​ພວກ​ເຮົາ​ແລະ “ກຳລັງ​ແຂ່ງກັບ​ເວລາ” ​ເພື່ອ​ຊ່ວ​ຍເຫລືອພົນລະ​ເຮືອນຫລາຍ​ຮ້ອຍ​ພັນ​ຄົນ ທີ່​ຖື​ກປິດ​ລ້ອມ​ດ້ວຍອາຫານ ນໍ້າ​ກິນ​ນ້ຳໃຊ້​ ​ແລະ​ອຸບປະກອນ​ການ​ແພດ.

ທ່ານ Stephen O’Brien ກ່າວ​ຕໍ່​ສະພາ​ຄວາ​ມໝັ້ນຄົງ​ສະຫະ​ປະຊາ​ຊາດ ຢູ່​ໃນ​ລາຍ​ງານ​ປະຈຳ​ເດືອນ ກ່ຽວ​ກັບ​ສະພາບ​ການ​ວ່າ “ຢູ່​ໃນ​ເມືອງ Aleppo ພວກ​ເຮົາ​ສ່ຽງ​ຕໍ່​ການ​ເຫັນ​ໄພພິບັດ​ທາງ​ດ້ານ​ມະນຸດ​ສະ​ທຳ​ເກີດ​ຂຶ້ນ ​ແບບທີ່​ບໍ່​ເຫັນ​ມາ​ກ່ອນ​ ໃນ​ໄລຍະ​ຫ້າ​ປີ​ທີ່​ຜ່ານ​ມາ​ຂອງ​ການ​ນອງ​ເລືອດ ​ແລະ ບັນຫາ​ຂັດແຍ້​ງທີ່​ ໂຫດ​ຮ້າຍໃນ​ຊີ​ເຣຍ. ອີກ​ເທຶ່ອນຶ່ງ ຂ້າພະ​ເຈົ້າ​ບໍ່ສາມາດ​ເນັ້ນ​ໜັກ​ໄດ້​ຢ່າງ​ພຽງພໍ​ໃນ​ຄວາມ​ຈຳ​ເປັນ ​ເພື່ອ​ໃຫ້​ມີ​ການຢຸດ​ຍິງ​ ເປັນ​ເວລາ 48 ຊົ່ວ​ໂມງ ທີ່​ເຫັນ​ດີ​ຈາກທຸກ​ພັກ​ຝ່າຍ ​ແລະ​ເລີ້ມມີ​ຜົນ​ບັງຄັບ​ໃຊ້​ ດັ່ງນັ້ນ ​ເພື່ອ​ໃຫ້​ມີ​ຄວາ​ມປອດ​ໄພ ​ແລະ​ກາ​ນ​ເຂົ້າ​ເຖິງ​ການ​ຊ່ວຍ​ເຫລືອ​ທາງດ້ານ​ມະ​ນຸດ​ສະ​ ​ແມ່ນເປິດ​ກວ້າງ​ໃຫ້​ແກ່ ທຸກເຂດ​ ໃນ​ເມືອງ Aleppo.”

ນັບແຕ່​ເດືອນ​ແລ້ວ​ນີ້ມາ ສະຫະ​ປະ​ຊາຊາດ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ 48 ຊົ່ວ​ໂມງ ທຸກໆ​ອາທິດ ຢູ່​ໃນ​ເມືອງ Aleppo ​ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫລື​ອ​ເຂົາ​ໄປ ​ແລະ​ນຳ​ເອົາ​ຄົນ​ບໍ່​ສະບາຍ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອອກ​ມາ.

ທ່ານ O’Brien ກ່າ​ວວ່າ ສະຫະ​ປະຊາ​ຊາດ​ຕຽ​ມພ້ອມ​ແລ້ວ ​ທີ່​ຈະເຄື່ອນ​ຍ້າຍ​ລົດບັນທຸກ 70 ຄັນ​ ພ້ອມດ້ວຍ​ການ​ຊ່ວຍ​ເຫລືອ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ຂອງ ​ເມືອງ Aleppo ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ໃນເວລາ​ທີ່​ໄດ້​ຮັບ​ການ​ຄໍ້າ​ປະ​ກັນດ້ານ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ. ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ ໄດ້​ຖືກ​ຍຶດ​ໂດຍ​ກຳລັງ​ຕໍ່ຕ້ານ ​ແຕ່່​ໄດ້​ຖືກ​ປິດລ້ອມ ໂດຍ​ກຳລັງ​ລັດຖະບານ​ເປັນ​ເວລາ​ຫຼາຍ​ອາທິດ​ແລ້ວ ທີ່​ເຮັດ​ໃຫ້​ຄົນ​ຕົກ​ຄ້າງ​ຢູ່ໃນ​ນັ້ນຈຳນວນ 250,000 ຄົນ. ລັດຖະບານ​ໄດ້​ຄວບ​ຄຸມ ​ພາກ​ຕາ​ເວັນ​ຕົກຂອງ​ເມືອງດັ່ງກ່າວ ບ່ອນ​ທີ່​ມີ​ຫລາຍ​ກວ່າ​ນຶ່ງ​ລ້ານ​ຄົນ​ຍັງ​ຢູ່​ອາ​ໄສຢູ່ທີ່​ນັ້ນ. ​ເມືອງ Aleppo ​ເປັນ​ເມືອງ​ໃຫຍ່ສຸດ​ຂອງ​ຊີ​ເຣຍ​ແລະ​ກ່ອນ​ສົງຄາມ​ກາງ​ ເມືອງ​ໄດ້​ເກີດ​ຂຶ້ນນັ້ນ ​ໄດ້​ເປັນ​ສູນ​ກາງການ​ຄ້າ​ຂອງ​ປະ​ເທດ ນຳ​ດ້ວຍ.

ທ່ານ O’Brian ກ່າວ​ວ່າ ວິ​ກິດ​ການມະນຸດສະທຳ ​ແມ່ນ​ກວມ​ລວມ​ເກີນ​ໄປ​ກວ່າ​ເມືອງ Aleppo. ​ເຖິງ​ແມ່ນ​ວ່າ ​ໄດ້ມີ​ການ​ຮ້ອງ​ຂໍ​ໃຫ້​ລັດຖະບາ​ນຊີ​ເຣຍ ໃຫ້ອະນຸ ຍາດສົ່ງ​ການ​ຊ່ວຍ​ເຫລືອ​ໄປ​ຍັງ 32 ​ແຫ່ງ ຝຍທົ່ວ​ປະ​ເທດ ເມື່ອ​ເດືອນ​ສິງຫານີ້ ກໍ​ຕາມ ​ແຕ່ທ່ານ​ກ່າວ​ວ່າ ລັດຖະບານ​ໄດ້​ປະ​ຕິ​ເສດ ​ບໍ່​ໃຫ້ສະຫະ​ປະຊາ​ຊາດ​ເຂົ້າ​ໄປ ​ຫລາຍ​ກວ່າ 50 ​ເປີ​ເຊັນຕາມ​ທີ່​ໄດ້ຮ້ອງ​ຂໍ​ໄປ​ນັ້ນ. ​ຍິ່ງ​ກວ່າ​ນັ້ນ ການ​ສູ້​ລົບ ​ແລະ​ການ​ຊັກ​ຊ້າ​ດ້ານ​ການ​ປົກຄອງ ໄດ້ເຮັດ​ໃຫ້ບໍ່​ມີຂະ​ບວນລົດ​ແມ່ນ​ແຕ່​ຂະ​ບວນ ດຽວ​ສາມາດ​ເຄື່ອນ​ຍ້າຍໃນ​ເດືອນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

UN Syria Aleppo
please wait
Embed

No media source currently available

0:00 0:01:53 0:00

XS
SM
MD
LG