ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ຈັດສົ່ງການຊ່ອຍເຫຼືອ ດ້ານມະນຸດສະທຳ ຈາກອີຣັກ ໄປໃຫ້ອົບພະຍົບຊີເຣຍ (ສະໄລ໌/ວີດີໂອ)


Early Storms Foretell Another Hard Winter for Syria Refugees
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ

ເບິ່ງວີດີໂອກ່ຽວກັບ ອົບພະຍົບຊີເຣຍ ທີ່ປະເຊີນກັບ ອາກາດໜາວຈັດ ຢູ່ພາກເໜືອຂອງປະເທດ.

ສະຫະ​ປະຊາ​ຊາດ​ກຳລັງຈັດ​ສົ່ງ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ
​ທາງ​ເຮືອບິນ​ຈາກ​ອີຣັກ​ ໄປ​ຍັງ​ພາກ​ເໜືອ​ຂອງ​ຊີ​ເຣຍ ບ່ອນ​ທີ່​ປະ
ຊາຊົນ​ທີ່ໄດ້​ຮັບ​ຜົນ​ກະທົບ ຈາ​ກການ​ສູ້​ລົບ​ກັນ​ມາ​ດົນ​ກວ່າ 2 ປີ​
ເຄິ່ງ​ແລ້ວນັ້ນ​ ​ກໍາລັງ​ດິ້ນຮົນ​ເພື່ອຮັບ​ມື​ກັບ​ສະພາບ​ດິນ​ຟ້າ​ອາກາດ
ລະດູ​ໜາວ ທີ່​ຮ້າຍ​ກາດ​.

ຖ້ຽວ​ບິນ​ນໍາ​ສົ່ງ​ສະບຽງ​ບັນ​ເທົາ​ທຸກ​ ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ອາທິດ​ວານ
​ນີ້ ແລະ​ກຳນົດ​ຈະ​ດຳ​ເນີນ​ຕໍ່ໄປ​ເປັນ​ເວລາ 10 ມື້ ​ເພື່ອ​ນຳ​ເຂົ້າ​ປາ
ອາຫານ ຜ້າ​ຫົ່ມ​ຜ້າຟາ​ແລະ​ຢຸກຢາ​ປົວ​ພະຍາດ​ເປັນ​ຈຳນວນ​ຫຼາຍ
ໂຕນ ໄປ​ຍັງ​ເຂດ​ດັ່ງກ່າວ.

ອົງການ​ຊ່ອຍ​ເຫຼືອ​ອົບ​ພະຍົບສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ຊ່ອຍ​ເຫຼືອ​ທີ່​ວ່ານີ້​ແມ່ນ
ສໍາລັບປະຊາຊົນ​ຊີ​ເຣຍຈຳນວນ 6 ໝື່ນ​ຄົນ​ ທີ່​ໄດ້ຖືກ​ບີບ​ບັງຄັບໃຫ້​ອົບ​ພະຍົບຈາກ​ບ້ານ​
ເຮືອນ​ຂອງເຂົາ​ເຈົ້າ ຍ້ອນການ​ສູ້​ລົບ​ກັນ​ ທີ່​ໄດ້​ຈຳກັດ​ຮັດ​ແຄບ​ການ​ເຂົ້າຫາ​ປະຊາຊົນ​ໃນ​
ຫຼາຍເຂດຂອງຊີ​ເຣຍ ​ແລະທາງ​ອົງການເວົ້າ​ວ່າ ບໍ່​ໄດ້​ມີ​ສະບຽງບັນ​ເທົາ​ທຸກ​ທີ່ຫຼວງ​ຫຼາຍ​
ໄປ​ຮອດ​ໄປ​ເຖິງ​ປະຊາຊົນ​ໃນ​ແຂວງ Al Hassakeh ຕັ້ງ​ແຕ່ເດືອນ​ພຶດສະພາ​ເປັນ​ຕົ້ນ​ມາ​ແລ້ວ.


ການ​ສົ່ງ​ສະບຽງ​ບັນ​ເທົາ​ທຸກ​ທາງ​ອາກາດ​ນີ້​ໄດ້​ຊັກ​ຊາ​ມາ​ຈາກ​ອາທິດ​ແລ້ວ​ນີ້ ​ເນື່ອງ​ຈາກ​
ພາຍຸ​ລະດູ​ໜາວ ປົກ​ຄຸມ​ໃນ​ຂົງ​ເຂດ​ດັ່ງກ່າວ. ລັດຖະບານຊີ​ເຣຍ​ແລະ​ອີຣັກ ​ໄດ້ອະນຸມັດ
ຖ້ຽວ​ບິນ​ເຫຼົ່າ​ນີ້.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ​ໄດ້​ບັງຄັບໃຫ້ມີອົບພະຍົບຈຳນວນ
ຫຼາຍກວ່າ 2 ລ້ານ 2 ​ແສນ​ຄົນ​ ໜີ​ອອກ​ຈາກ​ປະ​ເທດ​ໄປ ​ແລະ​ອີກ 6 ລ້ານຄົນກາຍ​ເປັນອົບ
​ພະຍົບຢູ່​ພາຍ​ໃນ​ຊີ​ເຣຍ​ເອງ ຊຶ່ງໂຕ​ເລກນີ້ແມ່ນ​ເກືອ​ບ​ເທົ່າ​ກັບ 40 ​ເປີ​ເຊັນ​ຂອງຈຳນວນ​
ພົນລະ​ເມືອງທັງ​ໝົດ​ຂອງ​ປະ​ເທດ.
XS
SM
MD
LG