ບັນດານັກເສດຖະສາດຂອງອົງການສະຫະປະຊາຊາດຮຽກຮ້ອງເສດຖະສາດຂອງເອເຊຍປາຊິຟິກ ໃຫ້ກ້າວໄປຂ້າງໜ້າ ດ້ວຍການປະຕິຮູບໃໝ່ ໂດຍສະເພາະການມີເປົ້າໝາຍທີ່ຈະຂະຫຍາຍລາຍຮັບ ແລະຄວາມອຸດົມຮັ່ງມີ ເຖິງແມ່ນຈະມີການເຕີບໂຕຂອງການເສດຖະກິດກໍ່ຕາມ.
ບັນດານັກເສດຖະສາດທີ່ພົວພັນກັບຄະນະກຳມະການດ້ານເສດຖະກິດແລະສັງຄົມສຳຫຼັບເອເຊຍແລະປສຊິຟິກ UNESCAP ໄດ້ກ່າວວ່າ ລັດຖະບານຂອງຂົງເຂດ ຈຳເປັນທີ່ຈະເພັ່ງເລັ່ງໃສ່ລາຍຮັບທີ່ບໍ່ເທົ່າທຽມກັນ ທີ່ໄດ້ເຫັນວ່າເປັນຂີດໝາຍຂອງການເພີ່ມຂຶ້ນ
ນັບຕັ້ງແຕ່ປີ ຊຸ່ມປີ 1990 ເປັນຕົ້ນມາ.
ທ່ານ Hamza Ali Malik ນັກເສດຖະສາດດ້ານນະໂຍບາຍມາຫາພາກ ຈາກ UNESCAP ໄດ້ກ່າວວ່າ ລາຍຮັບທີ່ບໍ່ເທົ່າທຽມກັນ ນັ້ນແມ່ນໄດ້ເພີ່ມຂຶ້ນ 30 ເປີເຊັນ
ໃນຮອບ 3 ທົດສະວັດທີ່ຜ່ານມາ.
ທ່ານ Ali Malik ໄດ້ກ່າວໄວ້ “ນີ້ແມ່ນການເພີ່ມຂຶ້ນທີ່ສຳຄັນ ຊຶ່ງກໍປຽບເໝືອນການບົງຊີ້
ຂອງຄວາມອຸດົມຮັ່ງມີ. ໃນຈຳນວນ 1 ເປີເຊັນ ສ່ວນບົນ ທີ່ມີຫຼາຍກວ່າ ເຄິ່ງນຶ່ງຂອງຈຳນວນຄອບຄົວຮັ່ງມີ ໃນດ້ານເສດຖະກິດຂອງໝູ່ປະເທດ ເຊັ່ນ ອິນເດຍ ອິນໂດເນ
ເຊຍຣັດເຊຍ ແລະໄທ. ນັ້ນຈແມ່ນຖືກວ່າສູງ ຊຶ່ີງມັນຖືກວ່າ ເປັນແບບຢ່າງທີ່ເຂັ້ມແຂງ
ຂອງນະໂຍບາຍ ໃນສົກນີ້ ເພື່ີອເປັນການກະຈາຍຈຸດປະສົງດັ່ງກ່າວ”
ທ່ານໄດ້ກ່າວວ່າຈຸດສຳຄັນໃນການປະຕິຮູບດ້ານນະໂຍບາຍ ເຊັ່ນການເກັບພາສີອາກອນ ໂດຍສະເພາະ ການເພີ່ມຂຶ້ນຂອງລະດັບລາຍຮັບທີ່ຕ່ຳ ໂດຍຜ່ານ “ການກະຈາຍລາຍຮັບ
ທີ່ມີບົດບາດ ໃນການບໍ່ສະໝ່ຳສະເໝີນີ້.”