ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ກ່າວວ່າ ຜູ້ລີ້ໄພ 4 ລ້ານຄົນ ໄດ້ໜີອອກຈາກ ຊີເຣຍ


ຜູ້ລີ້ໄພຊາວຊີເຣຍ ຫຼົບໜີຈາກການຕໍ່ສູ້ທີ່ດຸເດືອດ ໃນພາກ ເໜືອຂອງປະເທດ ລະຫວ່າງກຳລັງຊາວເຄີດ ແລະ ພວກຫົວຮຸນແຮງລັດອິສລາມ ໄປສູ່ຫົວເມືອງຊາຍແດນ Akcakale ໃນພາກຕາເວັນອອກສຽງໃຕ້ຂອງ ປະເທດເທີກີ. 15 ມິຖຸນາ 2015.
ຜູ້ລີ້ໄພຊາວຊີເຣຍ ຫຼົບໜີຈາກການຕໍ່ສູ້ທີ່ດຸເດືອດ ໃນພາກ ເໜືອຂອງປະເທດ ລະຫວ່າງກຳລັງຊາວເຄີດ ແລະ ພວກຫົວຮຸນແຮງລັດອິສລາມ ໄປສູ່ຫົວເມືອງຊາຍແດນ Akcakale ໃນພາກຕາເວັນອອກສຽງໃຕ້ຂອງ ປະເທດເທີກີ. 15 ມິຖຸນາ 2015.

ອົງການ​ອົບພະຍົບ ສະຫະ​ປະຊາ​ຊາດ ຫຼື UNHCR ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້ນີ້​ວ່າ​ ຊາວ ຊີ​ເຣຍ ສີ່​ລ້ານ​ຄົນ ປະ​ຈຸ​ບັນ​ນີ້​ໄດ້​ຫຼົບໜີ​ຈາກ​ການ​ຕໍ່ສູ້​ໃນ​ປະ​ເທດ​ຂອງ​ພວກ​ເຂົາ ​ແລະ ກາຍ​ເປັນ​ອົບພະຍົບ.

ອົງການ UNHCR ​ໄດ້​ສະ​ແດງ​ຂໍ້​ມູນ​ໃຫ້​ເຫັນ​ການ​ເພີ່ມ​ຂຶ້ນ​ຂອງ​ອົບພະຍົບລ້ານ​ຄົນພາຍ​ໃນ​ເວລາ​ພຽງ 10 ​ເດືອນ, ​ແລະຈຳນວນ
2 ລ້ານ​ 4 ແສນຄົນ​ໃນ​ສອງ​ປີ​ທີ່​ຜ່ານ​ມາ, ​ໃນຂະນະທີ່ຄວາມ​ບໍ່​ສະຫງົບ​ຢູ່ ຊີ​ເຣຍ​ ​ໄດ້​ສະ​ແດງ​ວ່າ ​ບໍ່​ມີ​ສັນຍານໃດໆ​ທີ່ຈະໄດ້ຮັບ​ການ​ແກ້​ໄຂ​.

ການ​ປະທ້ວງ​ຢ່າງສັນຕິ ທີ່ເລີ້ມຂຶ້ນ​ໃນ​ເດືອນມີນາປີ 2011 ເພື່ອຕໍ່ຕ້ານ​ລັດຖະບານ ປະທານາທິບໍດີ Bashar al-Assad ​ໄດ້​ຜັນຂະຫຍາຍ ກາຍເປັນ​ສົງຄາມ​ກາງເມືອງ, ​ເຊິ່ງຕອນ​ນີ້ ​ລວມມີ​ກຸ່ມ​ກະບົດ​ຫຼາຍ​ກຸ່ມ ແລະ ກຸ່ມ​ລັດອິສລາມ ຕໍ່ສູ້​ກັນ​ເອງ ​ແລະຕໍ່ສູ້ກັບກຳລັງ ​ສະໜັບສະໜູນ ລັດຖະບານ ຊີ​ເຣຍ.

​ເຖິງ​ແມ່ນ​ວ່າ ຄວາມ​ພະຍາຍາມ​ຂອງສາກົນ ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ, ​ແລະ ໄດ້ເປີດ​ການ​ປະຊຸມສັນຕິພາບສອງ​ຄັ້ງ​ໃນ​ປີ​ກາຍ​ນີ້, ​ແຕ່​ຄວາມ​ຮຸນ​ແຮງ​ກໍ​ຍັງ​ດຳເນີນຢູ່ຕໍ່ມາເຮັດໃຫ້​ປະ​ຊາຊົນ​ຊາວ ​ຊີ​ເຣຍ ​ເສຍ​ຊີວິດ​ເພີ່ມ​ຂຶ້ນ ​ແລະບັງ​ຄັບ​ໃຫ້​ຄົນ​ອື່ນໆ​ຕ້ອງ​ຫຼົບໜີ​ອອກຈາກ​ບ້ານເຮືອນ ​ຂອງ​ພວກ​ເຂົາ.

ຂ້າ​ຫຼວງ​ໃຫຍ່​ດ້ານອົບພະຍົບ ສະຫະ​ປະຊາ​ຊາດ ທ່ານ Antonio Guterres ໄດ້ກ່າວວ່າ “ນີ້​ແມ່ນ​ປະ​ຊາກ​ອນອົບພະຍົບທີ່ໃຫຍ່​ທີ່​ສຸດ ຈາກ​ບັນຫາຂັດແຍ້ງ​ຄັ້ງ​ໜຶ່ງ​ໃນ​ຊົ່ວ​ຄົນ​ດຽວ. ມັນແມ່ນປະຊາກອນທີ່ ຄວນຈະໄດ້ຮັບການສະໜັບສະໜູນຈາກໂລກ ແຕ່ວ່າແທນທີ່ ພວກ ເຂົາຊ້ຳພັດອາໄສຢູ່ໃນສະຖານະພາບທີ່ຂີ້ຮ້້າຍຫຼາຍ ແລະຈົມຍິ່ງເລິິກລົງໃນ ຄວາມທຸກຍາກທີ່ໜ້າສັງເວດ.”

ບັນດາປະເທດອ້ອມຂ້າງຂອງ ຊີເຣຍ ໄດ້ຮັບເອົາສ່ວນໃຫຍ່ຂອງພວກ ອົບພະຍົບ, ເຊິ່ງປະເທດ ເທີກີ ໄດ້ຮັບເອົາ 1 ລ້ານ 8 ແສນຄົນ, ເລບານອນ 1 ລ້ານ 1 ແສນຄົນ, ຈໍແດນ 630.000 ຄົນ ແລະ ອິີຣັກ 250.000​ ຄົນ. ແລະ ອົບພະຍົບອີກ 130.000 ຄົນ ແມ່ນຢູ່ ໃນປະເທດ ເອຢິບ.

ເພີ່ມເຕີມໃສ່ປະຊົນທີ່ໄດ້ຫລົບໜີອອກປະເທດໄປ, ອົງການສະຫະປະ ຊາຊາດກ່າວວ່າ ຍັງມີຜູ້ລີ້ໄພພາຍໃນຊີເຣຍອີກ 7 ລ້ານ 6 ແສນຄົນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG