ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ຢູເຄຣນ ສັ່ງໃຫ້ ສ້າງທາງຫຼົບໜີ ຈາກພາກຕາເວັນອອກ ຂອງປະ​ເທດ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ສັ່ງ​
ໃຫ້ ​ບັນດາເຈົ້າ​ໜ້າ​ທີ່ສ້າງ​ຕັ້ງ​ ເສັ້ນທາງ​ເພື່ອ​ໃຫ້​ປະຊາ​ຊົນ
ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູເຄຣນ ສາມາດ ຫລົບໜີ​ຈາກ​
ເຂດ​ທີ່ມີ​ການ​ສູ້​ລົບ​ກັນ ມາ​ເປັນ​ເວລາ​ຫລາຍ​ເດືອນແລ້ວນັ້ນ
​ແລະ​ຍົກຍ້າຍ​ໄປ​ຢູ່ ​ບ່ອນ​ທີ່​ປອດ​ໄພ​ແຫ່ງ​ອື່ນໃນ​ປະ​ເທດໄດ້.

ປະທານາ​ທິບໍດີ ​Poroshenko ໄດ້​ປະກາດ​ກ່ຽວກັບການ
ເຄື່ອນໄຫວດັ່ງກ່າວ ​ຢູ່​ໃນຖະ​ແຫລ​ງການສະບັບນຶ່ງ ​ໃນ​ວັນ​
ອັງຄານ​ມື້​ນີ້ ໂດຍ​ກ່າວ​ວ່າ ທ່ານ​ຕ້ອງການ “ຢາກຫລີກ​ລ້ຽງບໍ່
ໃຫ້ມີ​ຜູ້​ເຄາະ​ຮ້າຍ​ຈຸ​ໃໝ່” ​ໃນ​ຂະນະ​ທີ່​ກຳລັງ​ຢູ​ເຄຣນສືບ​ຕໍ່​
ການ​ສູ້​ລົບ​ເພື່ອ​ເຂົ້າຄວບຄຸມ​ບັນດາໂຮງການທີ່ສຳຄັນໆ
ຂອງລັດຖະບານ ຈາກ​ພວກ​ ແບ່ງ​ແຍກ​ດິນ​ແດນ ທີ່ນິຍົມຣັດ​ເຊຍ.
US UKRAINE SOTVO
please wait
Embed

No media source currently available

0:00 0:00:51 0:00


ກະຊວງ​ການ​ຕ່າງປະ​ເທດຂອງ ຢູ​ເຄຣນ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ໄດ້​ບັນລຸ “ຄວາມ
​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ” ກັບຣັດ​ເຊຍ ​ກ່ຽວກັບຂັ້ນຕອນທີ່ສຳຄັນ​ໆຂອງແຜນ​ການສັນຕິ
ພາບ ​ເພື່ອ​ຍຸດຕິ​ການ​ສູ້​ລົບ ໃນ​ເຂດ​ເມືອງ Luhansk ​ແລະ Donetsk ຂອງ ຢູ​ເຄຣນ ​ໃກ້​
ກັບ​ຊາຍ​ແດນຣັດ​ເຊຍນັ້ນ.

ຖະ​ແຫລ​ງການ​ຂອງກະຊວງຕ່າງປະເທດຢູເຄຣນ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ການ​ຕົກລົງດັ່ງກ່າວ ຊຶ່ງມີ​ຂື້ນ​ຫຼັງ​ຈາກການ​ເຈລະຈາເປັນເວລາສອງມື້ ທີ່​ໄກ່​ເກ່ຍ​ໂດຍອົງການ
ວ່າດ້ວຍ​ຄວາມ​ໜັ້ນຄົງ ​ແລະ​ການ​ຮ່ວມມືໃນຢູ​ໂຣບ.
Ukraine's Poroshenko Negotiates With Russia
please wait

No media source currently available

0:00 0:02:36 0:00
XS
SM
MD
LG