ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ​ ​ຢູ​ເຄຣນ ພິຈາລະນາ​ ໃຫ້ອະໄພໂທດ ພວກ​ປະ​ທ້ວງ (ສະໄລດ໌/ວີ​ດີ​ໂອ)


ບັນດາ​ສະມາຊິກ​ສະພາ ຢືນ​ຕົບມື ຫຼັງ​ຈາກລົງຄະແນນສຽງ ​​ໃນ​ລັດຖະສະພາ​ແລ້ວ.
ບັນດາ​ສະມາຊິກ​ສະພາ ຢືນ​ຕົບມື ຫຼັງ​ຈາກລົງຄະແນນສຽງ ​​ໃນ​ລັດຖະສະພາ​ແລ້ວ.
ວັນ​ພຸດ​ມື້​ນີ້ ສະພາ​ແຫ່ງ​ຊາດ​ຢູ​ເຄຣນ ພິຈາລະນາ​ ການ​ໃຫ້​ນິ
ລະໂທດ​ກໍາ ​ແກ່ພວກ​ປະ​ທ້ວງຈໍານວນຫຼາຍສິບ​ຄົນ ​ທີ່​ຖືກຈັບ
ໃນ​ໄລຍະ 2 ​ເດືອນ​ຜ່ານ​ມາ ທີ່​ມີການປະ​ທ້ວງ​ທາງ​ການ​ເມືອງ​
ໃນນະຄອນຫລວງ Kyiv ນັ້ນ.

ປະທານາທິບໍດີ Viktor Yanukovych ​ທີ່​ປະສົບກັບ​ບັນຫາ
​ໜັກນັ້ນ ​ໄດ້​ກ່າວ​ວ່າ ການ​ນິລະ​ໂທດ​ກໍາ ​ຈະ​ເປັນ​ໄປ​ໄດ້​ ກໍຕໍ່
​ເມື່ອ​ວ່າ ພວກປະທ້ວງພາກັນ​ອອກ​ຈາກ​ໂຮງການລັດຖະບານ
ຫຼາຍໆ​ຫລັງ ທີ່​ພວກ​ເຂົາ​ເຈົ້າໄດ້ເຂົ້າ​ຍຶດຄອງ ​ແລະຖອນສິ່ງ​
ກີດຂວາງ​ຕ່າງໆອອກ​ໄປ​ຈາກ​ຖະໜົນ​ຫົນທາງ ​ແຕ່​ວ່າຄວາມ
​ຄິດ​ທີ່​ວ່າ​ນັ້ນ ມີ​ທາງວ່າ​ຈະປະ​ເຊີນ​ກັບ​ການ​ຄັດ​ຄ້ານຈາກ​ພວກ​
ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດຖະບານ ຫລາຍໆ​ຄົນ.



​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Yanukovych ​ໄດ້​ຮັບ​ເອົາ​ການລາ​ອອກ​ຂອງນາຍົກລັດຖະ
ມົນຕີ Mykola Azarov ອັນ​ເປັນຂໍ້​ຮຽກຮ້ອງຫລັກອັນ​ນຶ່ງ​ຂອງ​ພວກ​ປະ​ທ້ວງ ທີ່​ໄດ້ເຂົ້າ
ຄອບ​ຄອງ​ໃຈກາງຂອງ​ນະຄອນຫລວງ Kyiv ມາ​ເປັນ​ເວລາ​ຫລາຍ​ອາທິດ​ນັ້ນ.

​ໃນການ​ປະກາດ​ການ​ລາ​ອອກ​ຂອງນາຍົກລັດຖະມົນຕີນັ້ນ ​ເວັບໄຊ້ຂອງປະທານາທິບໍດີ
​ເວົ້າ​ວ່າ ພາຍ​ໃຕ້​ກົດໝາຍຂອງຢູ​ເຄຣນນັ້ນ ຄະນະ​ລັດຖະບານທັງ​ໝົດ​ຈະ​ຕ້ອງ​ລາ​ອອກ​ນໍາ
​ແຕ່ເວັບໄຊ້​ເວົ້າ​ວ່າ ບັນດາ​ລັດຖະມົນຕີໄດ້​ຖືກຊີ້​ນໍາ​ໃຫ້​ດໍາລົງ​ຕໍາ​ແໜ່​ງຕໍ່​ໄປ​ ຈົນ​ກວ່າ​ຈະ​ມີ
​ການ​ປະກອບ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ​ມາ​ກ່ອນ. ນອກ​ນັ້ນ​ແລ້ວ ທ່ານ Yanukovych ຍັງ​ໄດ້
​ລົງ​ນາມ​ໃນຮ່າງ​ກົດໝ​າຍ ​ລົບ​ລ້າງ​ມາດ​ຕະການຕໍ່ຕ້ານການປະທ້ວງ ທີ່ສະພາ​ໄດ້​ອອກ
ໃນຕົ້ນ​ເດືອນ​ນີ້ ​ເພື່ອ​ທັບ​ມ້າງ​ພວກ​ປະ​ທ້ວງ​ນັ້ນ.

​ເຖິງ​ແມ່ນໄດ້​ມີ​ການ​ຍິນ​ຍອມເຫລົ່າ​ນັ້ນ​ກໍ​ຕາມ​ ພວກຜູ້​ນໍາຝ່າຍ​ຄ້ານກໍຍັງ​ຕ້ອງການ​ຕື່ມ​ອີກຢູ່
ຊຶ່ງ​ຮວມທັງ ​ການນິລະ​ໂທດ​ກໍາ​ພວກ​ປະ​ທ້ວງ ​ແລະ​ໃຫ້​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີໃໝ່.
ຜູ້​ນໍາ​ຝ່າຍ​ຄ້ານແລະ​ອະດີດ​ແຊມ​ປ່ຽນ​ມວຍ​ໂລກ ທ່ານVitaly Klitschko ​ໄດ້​ເອີ້ນເຫດ ການ
ທີ່​ຈະ​ຫຍາ​ຍອອກ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ເປັນ “ບໍ່​ແມ່ນ​ໄຊຊະນະ, ​ແຕ່ເປັນບາດກ້າວ​
ໄປ​ສູ່​ໄຊຊະນະ.”


Ukraine
please wait
Embed

No media source currently available

0:00 0:01:40 0:00
XS
SM
MD
LG