ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຢູເຄຣນ ກ່າວວ່າ ພວກຫົວນິຍົມຣັດເຊຍ 3 ຄົນ ເສຍຊີວິດ ໃນການປະທະກັນ (ສະໄລດ໌/ວີດີໂອ)


ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຢູ​ເຄຣນ ກ່າວ​ວ່າ ​ພວກ​ຫົວ​ແບ່ງ
​ແຍກທີ່​ນິຍົມຣັດ​ເຊຍ ຢ່າງ​ໜ້ອຍ 3 ຄົນ​ເສຍ​ຊີວິດ ແລະ 13
ຄົນ​ ໄດ້​ຮັບ​ບາດ​ເຈັ​ບ ​ໃນ​ການ​ປະ​ທະ​ກັນ​ບັ້ນ​ນຶ່ງ​ ກັບ​ໜ່ວຍ​
ທະຫານ​ຍາມ​ແຫ່ງ​ຊາດ ​ທີ່ຖານ​ທັບ​ແຫ່ງ​ນຶ່ງ​ໃນ ເມືອງ
Mariupol ຂອງ​ຢູ​ເຄຣນ.

ທ່ານ Arsen Avakov ກ່າວ​ວ່າ ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ
​ໄດ້​ທຳ​ການ​ໂຈມ​ຕີ​ຖານ​ທັບ​ດັ່ງກ່າວ ​ດ້ວຍ​ລະ​ເບີດ​ມື ແລະລະ​
ເບີດນ້ຳ​ມັນ​ເຊື້ອ​ໄຟ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກ​ທະຫານ​ໄດ້​ປົດ
​ອາວຸດ​ພວກ​ໂຈມ​ຕີ​ສ່ວນ​ຫຼາຍ ​ແລະ​ຈັບ​ກຸມ 63 ຄົນ.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງຣັດເຊຍ​
ແລະ​ຢູ​ເຄຣນ ຕຽມທີ່​ຈະ​ໄປຮ່ວມ​ການ​ເຈລະຈາ​ສຸກ​ເສີນ ​ທີ່​ນະຄອນ​ເຈ​ນີວາ ກັບ​ລັດ
ຖະມົນຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ​ທ່ານ​ນາງ Catherine
Ashton ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ ​ຂອງ​ສະຫະພາບ​ຢູ​ໂຣບ.
Ukraine Crisis
please wait
Embed

No media source currently available

0:00 0:02:11 0:00

ໂຄສົກ​ປະຈຳ​ທຳນຽບຂາວ​ກ່າວ​ວ່າ ທ່ານ Kerry ຈະ​ຊອກ​ຫາ​ຮ່ອງຮອຍ​ ​ທີ່ສະແດງວ່າ
ຣັດ​ເຊຍ​ມີ​ຄວາມ​ຈິງ​ຈັງ​ກ່ຽວ​ກັບ​ການ​ລົດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ ໃນຢູເຄຣນນັ້ນ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ຢູ່​ໃນລາຍ​ການ​ໂທ​ເຂົ້າ​ຫາ​
ໂທລະພາບ ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ທີ່​ນະຄອນ Geneva ​
ແມ່ນ​ສຳຄັນ​ແທ້ໆ​ ​ເພື່ອ​ຊອກ​ຫາ​ການ​ປະນີປະນອມ​ກັນ​ ໃນ​ຢູ​ເຄຣນນັ້ນ.

ທ່ານ​ Putin ກ່າວ​ວ່າ ການ​ດຳ​ເນີນ​ຂັ້ນ​ຕອນ​ປະຊາທິປະ​ໄຕແມ່ນເປັນ​ຊ່ອງ​ທາງ​
ດຽວ​ເທົ່າ​ນັ້ນ ​ທີ່ນຳ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄືນມາສູ່ປະ​ເທດ. ​ແລະ​ທ່ານ​
ເວົ້າ​ວ່າ ການຄຶດ​ວ່າ ​ມີ​ໜ່ວຍ​ທະຫານ​ຂອງຣັດ​ເຊຍ​ຢູ່​ໃນ​ຢູ​ເຄຣນນັ້ນ ​ເປັນ​ເລື້ອງ
“​ໄຮ້​ສາລະ” ​ແລະ​ວ່າ ການ​ເຄື່ອນ​ໄຫວ​ຕ່າງໆທັງ​ໝົດ​ຂອງ​ພວກ​ຫົວ​ແບ່ງ​ແຍກ​
​ແມ່ນການ​ກະທຳ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.

ທ່ານ​ນາງ Samantha Power ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ສະຫະ
​ປະຊາ​ຊາດ ​ໄດ້ກ່າວຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ໃນ​
ວັນພຸດ​ວານ​ນີ້​ວ່າ ມີ​ຫຼັກ​ຖານ​ຢ່າງ​ຫຼວງ​ຫຼາຍ​ຂອງ​ການ​ພົວພັນ​ຂອງຣັດ​ເຊຍ​ໃນ​
ຄວາມ​ວຸ້ນວາຍຢູ່ໃນ​ພາກ​ຕາ​ເວັນອອກ​ຂອງຢູ​ເຄຣນນັ້ນ ຊຶ່ງທ່ານນາງ​ເອີ້ນ​ວ່າ ​
ເປັນການປຸກລະດົມ​ແບບມື​ອາຊີບ ​ທີ່​ພ້ອມພຽງ​ກັນ ​ເພື່ອ​ຍຸຍົງແລະກໍ່​ວິນ​າດສະກຳ.

ມົສກູ ກ່າວ​ວ່າ ຕົນ​ມີ​ສິດທີ່​ຈະປົກປ້ອງ​ພວກ​ປະຊາຊົນ ​ທີ່​ປາກ​ພາສາຣັດ​ເຊຍ​ໃນ​
ຢູ​ເຄຣນ ​ແລະ​ກ່າວ​ຫາ​ຄະນະ​ນຳພາ​ໃໝ່​ຂອງ​ຢູ​ເຄຣນ ວ່າຕໍ່ຕ້ານຣັດ​ເຊຍ​ແລະ​ຕໍ່
ຕ້ານ​ຊາວ​ຢີວ ​ແລະ​ຂົ່ມຂູ່​ສິດທິ​ຂອງ​ພວກປະຊາຊົນ ​ທີ່ນິຍົມຣັດ​ເຊຍ.
Diplomatic Solution Sought to Deepening Ukraine Crisis
please wait

No media source currently available

0:00 0:03:38 0:00
XS
SM
MD
LG