ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະ​ທ້ວງ​​ໃນ​ຢູ​ເຄຣນ​ ​ສືບຕໍ່ ຮຸນແຮງຂຶ້ນ (ສະໄລດ໌)


ພວກພະນັກງານກະຊວງພາຍໃນ ທີ່ກຸງ Kyiv ຕັນຖະໜົນໄວ້ ບໍ່ໃຫ້ພວກປະທ້ວງ ເຂົ້າໄປໃກ້, ວັນທີ 9 ທັນວາ 2013.
ພວກພະນັກງານກະຊວງພາຍໃນ ທີ່ກຸງ Kyiv ຕັນຖະໜົນໄວ້ ບໍ່ໃຫ້ພວກປະທ້ວງ ເຂົ້າໄປໃກ້, ວັນທີ 9 ທັນວາ 2013.
ພວກ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ຢູ​ເຄຣນ​ໄດ້​ໂຄ່ນ​ລົ້ມ​
ຮູບ​ປັ້ນຂອງ Vladimir Lenin ອະດີດ​ຜູ້​ກໍ່​ຕັ້ງອະດີດ​ລັດ​ໂຊ​ວຽດ
​ໃນ​ໃຈ​ກາງ​ນະຄອນຫຼວງ Kyiv ​ໃນ​ລະຫວ່າງ​ການ​ຊຸມ​ນຸມ​ປະ​
ທ້ວງຄັ້ງ​ຫຼ້າ​ສຸດຂອງ​ມະຫາຊົນ ທີ່​ມີ​ຂຶ້ນຕິດ​ຕໍ່​ກັນ​ມາ​ຫຼາຍ​ຄັ້ງ​ເພື່ອ​
ຕໍ່ຕ້ານ​ລັດຖະບານ​ຂອງ​ປະທານາທິບໍດີ Viktor Yanukovych ນັ້ນ.

ປະຊາຊົນ​ຫຼາຍ​ແສນ​ຄົນ​ພາກັນ​ໂບກ​ທຸງ​ສະຫະພາບ​ຢູ​ໂຣບ ​
ແລະ​ທຸງ​ຂອງ​ຢູ​ເຄຣນ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ເຂົາ
​ເຈົ້າ​ໂຮມ​ຊຸມນຸມ​ປະ​ທ້ວງການ​ຕັດສິນ​ໃຈ​ຂອງ​ລັດຖະບານ​ທີ່ຖອນ
​ໂຕ​ອອກ​ຈາກ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ຢູ​ໂຣບ ​ແລະ​
ເລືອກ​ທີ່​ຈະ​ເຊັນຂໍ້​ຕົກລົງ​ກັບ​ກຸງ​ມົສກູ ​ແທນ​ນັ້ນ.

ພວກປະທ້ວງ ພາກັນໂຄ່ນ ຮູບປັ້ນຂອງ Vladimir Lenin ລົງ ຢູ່ໃຈກາງນະຄອນຫລວງ Kyiv, ວັນທີ 8 ທັນວາ 2013.
ພວກປະທ້ວງ ພາກັນໂຄ່ນ ຮູບປັ້ນຂອງ Vladimir Lenin ລົງ ຢູ່ໃຈກາງນະຄອນຫລວງ Kyiv, ວັນທີ 8 ທັນວາ 2013.

​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ທ່ານ Arseniy Yatsenyuk ຜູ້
ນຳຝ່າຍ​ຄ້ານກ່າວ​ວ່າ ທ່ານ​ຈະທຳ​ການ​ເຈລະຈາ​ກັບ​ປະທານາ
ທິບໍດີ Yanukovych ກໍ​ຕໍ່​ເມື່ອທ່ານແຕ່ງ​ຕັ້ງລັດຖະບານ​ໃໝ່​ຂຶ້ນ
​ມາ​ເທົ່ານັ້ນ ​ແລະ​ຕ້ອງ​ເປັນ​ລັດຖະບານທີ່​ຈະ​ຜູກ​ສາຍ​ພົວພັນ​ທີ່
ແໜ້ນ​ແຟ້ນຂຶ້ນກ່ວາເກົ່າ ​ກັບ​ສະຫະພາບ​ຢູໂຣບ.

​ໃນ​ວັນ​ອາທິດ​ວານ​ນີ້​ເຊັ່ນ​ກັນ ພະ​ແນ​ກຄວາມ​ໝັ້ນຄົງ​ແຫ່ງ​ລັດ
​ປະກາດ​ໃຫ້​ຮູ້​ວ່າ ຕົນ​ໄດ້​ໄຂ​ການ​ສອບສວນ​ສືບສວນກ່ຽວ​ກັບຜູ້ນຳ​
ຝ່າຍ​ຄ້ານຫຼາຍຄົນ ໃນ​ຖານ​ສົງ​ໄສວ່າພະຍາຍາມ​ຈະຍຶດອຳນາດ​.



XS
SM
MD
LG