ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢູເຄຣນ ກ່າວວ່າ ການລົງປະຊາມະຕິ ເປັນເລື້ອງຕະຫຼົກ ໂຄສະນາຊວນເຊື່ອ (ວີດີໂອ/ສະໄລດ໌)


ukraine12may14
please wait
Embed

No media source currently available

0:00 0:00:51 0:00

Refugees wave as they arrive at the main train station in Munich, Germany, Sept. 5, 2015.

ມົສກູ ກ່າວ​ວ່າ ຕົນ​ນັບຖື​ການ​ລົງ​ຄະ​ແນນ​ສຽງ ​ເຫັນ​ດີ​ນຳ​
ການ​ປົກຄອງ​ຕົນ​ເອງ​ ຢູ່ໃນ​ສອງ​ຂົງ​ເຂດ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນນັ້ນ ​ແລະ​ຮຽກຮ້ອງ​ໃຫ້ມີ​ການຈັດ​ຕັ້ງ​ປະຕິບັດ
ຜົນ​ຂອງ​ການ​ປ່ອນ​ບັດ ​ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ກັນ
​ ລະຫວ່າງ​ລັດຖະບານ Kiev ​ແລະ​ບັນດາ ຜູ້ນຳ​ຂອງ​ພວກ
​ຫົວ​ແບ່ງ​ແຍກ.

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei
Lavrov ກ່າວ​ໃນວັນ​ຈັນ​ມື້​ນີ້​ວ່າ ການ​ລົດ​ຜ່ອນ​ວິ​ກິດ​ການ
​ລົງ​ໃນ​ຢູ​ເຄຣນ ຈະ​ເປັນ​ໄປ​ໄດ້ ຖ້າ​ຫາກ​ລັດຖະບານ Kiev
​ແລະ​ພວກ​ຫົວ​ແບ່ງ​ແຍກ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ
ຊຶ່ງ​ເປັນ​ຄຳ​ເວົ້າ​ທີ່​ປະຕິ​ເສດ​ຕໍ່​ຄວາມຈຳ​ເປັນ​ສຳ​ຫລັບການ​ພົບ​ປະກັນ​ຂອງ​ນາໆ​ຊາດ​
ນັ້ນ.

ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ​ໄດ້ກ່າວ​ໂຈມ​ຕີ​ການ​ລົງ​ປະຊາ​ມະ
ຕິທີ່​ພວກ​ກະບົດຈັດ​ຂຶ້ນ​ນັ້ນ​ວ່າ “​ເປັນ​ເລື້ອງ​ຕະຫຼົກ​ໂຄສະນາ​ຊວນ​ເຊື່ອ​ໂດຍ​ບໍ່​
ມີ​ມູນ​ຖານ​ທາງດ້ານ​ກົດໝາຍ​ໃດໆ.”


ທ່ານ Oleksandr Turchynov ກ່າວ​ຕໍ່​ສະພາ​ຂອງ​ຢູ​ເຄຣນ ​ໃນ​ວັນ​ຈັນ​ມື້​ນີ້​ວ່າການ​ລົງ​
ປະຊາ​ມະຕິ​ດັ່ງກ່າວ “ບໍ່​ມີ​ຄວາມ​ໝາຍ​ໃດໆ​ ນອກ ຈາກ​ເປັນການ​ໂຄສະນາ​ຊວນ​ເຊື່ອ ​ເພື່ອ​ປົກ​ປິດການ​ຄາດ​ຕະກຳ ການ​ລັກພາ​ໂຕ​ຜູ້​ຄົນການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ອື່ນໆ​ເທົ່າ​ນັ້ນ.”

​ເຖິງ​ຢ່າງ​ໃດ​ກໍ​ດີ ປະທານາທິບໍດີ Turchynov ກ່າວ​ວ່າ ທ່ານ​ຢາກ “ສືບ​ຕໍ່​ທຳ​ການ​
ໂອ້​ລົມ​ສົນທະນາ​ກັນ​ກັບ​ພວກ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ພວກທີ່
ມື​ບໍ່ເປື້ອນ​ເລືອດ​ ​ແລະ​ກັບ​ພວກ​ທີ່​ຕຽມ​ພ້ອມທີ່​ຈະ ປ້ອງ​ກັນ​ເປົ້າໝາຍ​ຕ່າງໆ​
ຂອງ​ພວກ​ເຂົາ​ເຈົ້າ​ ໃນ​ວິທີ​ທາງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ.”


ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ​ພົບ​ປະຫາລືກັນ
​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ຕັດສິນ​ໃຈ​ກ່ຽວ​ກັບ​ວ່າ ຈະທຳການ​ລົງ​ໂທດແນວ​ໃດ​ຕື່ມ​ອີກ
​ຕໍ່ຣັດ​ເຊຍ ທີ່ໄດ້​ຍຶດ​ເອົາ​ແຫຼມ​ໄຄຣ​ເມຍ ຊຶ່ງ​ເປັນ​ແຂວງ​ນຶ່ງ​ຂອງ​ຢູ​ເຄຣນ ​ໃນ​ແຄມ
​ທະ​ເລ​ດຳນັ້ນ ​ແລະບົດບາດ​ທີ່​ແລເຫັນ​ໄດ້​ຂອງຣັດ​ເຊຍ ໃນ​ການ​ກໍ່​ຄວາມ​ວຸ້ນວາຍ
​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ພວກ​ທີ່​ຈັດການ​ລົງ​ປະຊາ​ມະຕິ​ ກ່ຽວ​ກັບ​ການ​ແຍກ​ໂຕ​ອອກ​ເປັນ​ເອກະລາດ ຢູ່​ໃນ
​ເຂດ Donetsk ​ແລະ Luhansk ຂອງ​ຢູ​ເຄຣນ ກ່າວໃນ​ວັນ​ຈັນ​ມື້​ນີ້ວ່າ ປະມານ
90 ສ່ວນ​ຮ້ອຍຂອງ​ພວກ​ທີ່​ໄປ​ລົງ​ຄະ​ແນ​ນສຽງ ແມ່ນ​ສະໜັບ​ສະ​ໜຸນຄຳ​ຮຽກຮ້ອງ
​ເອົາ​ອະທິປະ​ໄຕ​ຂອງ​ພວກ​ຕົນ.
XS
SM
MD
LG