ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ກ່າວຫາ ຣັດເຊຍ ຍິງປືນໃຫຍ່ ຂ້າມຊາຍແດນ ໂຈມຕີ ຢູເຄຣນ (ສະໄລດ໌/ວີດີໂອ)


ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດ
ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດ

ສະຫະລັດ ກ່າວຫາຣັດເຊຍວ່າ ຍິງປືນໃຫຍ່ໂຈມຕີ ທີ່ຕັ້ງທາງທະ
ຫານຢູເຄຣນ ໃນເຂດພາກຕາເວັນອອກຂ ອງປະເທດດັ່ງກ່າວ ຂ້າມຊາຍແດນມາຈາກຣັດເຊຍ.

ໂຄສົກຄົນນຶ່ງ ຂອງກະຊວງປ້ອງກັນປະເທດສະຫະລັດກ່າວໃນ
ວັນພະຫັດວານນີ້ວ່າ ການຍິງໂຈມຕີຂອງຣັດເຊຍແມ່ນຈະແຈ້ງ
ເຮັດໃຫ້ການສູ້ລົບກັນເພີ້ມທະວີຂຶ້ນລະຫວ່າງກຳລັງທະຫານລັດ ຖະບານຢູເຄຣນແລະພວກແບ່ງແຍກດິນແດນນິຍົມຣັດເຊຍ ທີ່
ໄດ້ປະກາດເອກກະລາດ ຢູ່ໃນຫລາຍໆເຂດ ທາງພາກຕາເວັນ
ອອກຂອງຢູເຄຣນນັ້ນ.

ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວວ່າ ວໍຊິງຕັນຍັງ
ມີຫລັກຖານໃໝ່ ຈາກອັນທີ່ທ່ານນາງເອີ້ນວ່າການສືບລັບຂອງບັນດາປະເທດເພື່ອນມິດ
ທີ່ວ່າ ເຮືອບິນຣັດເຊຍໄດ້ຂົນສົ່ງເຄື່ອງຍິງຈະຫຼວດ ຂະໜາດໜັກ ແລະມີກຳລັງແຮງກວ່າ ເກົ່າໄປໃຫ້ພວກແບ່ງແຍກດິນແດນ.

ທ່ານນາງບໍ່ຍອມເປີດເຜີຍໃຫ້ຊາບ ກ່ຽວກັບແຫຼ່ງຂ່າວແລະວິທີໃນການເກັບກຳຄວາມລັບ ດັ່ງກ່າວນີ້.

ນອກນັ້ນແລ້ວໃນວັນພະຫັດວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຍັງ ໄດ້ໂອ້ລົມ ກັບນາຍົກລັດຖະມົນຕີເນເທີແລນທ່ານ Mark Rutte. ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ພວກຜູ້ນຳທັງສອງໄດ້ຕົກລົງກັນໃນລະຫວ່າງການໂອ້ລົມໃນຕອນຄ່ຳຂອງມື້ວານ ນີ້ວ່າ ຈຳເປັນຕ້ອງໄດ້ມີການລົງໂທດເພີ້ມຕື່ມ ຕໍ່ຣັດເຊຍທີ່ພວກທ່ານເວົ້າວ່າ ຍັງສືບຕໍ່ຕິດ ອາວຸດ ໃຫ້ແກ່ພວກແບ່ງແຍກດິນແດນ ນິຍົມຣັດເຊຍ ທີ່ສົງໄສວ່າເປັນຜູ້ຍິງເຮືອບິນອາຍ
ພົ່ນໂດຍສານ ຂອງສາຍການບິນມາເລເຊຍຕົກ ດ້ວຍລູກສອນໄຟ ໃນສັບປະດາແລ້ວ ທີ່ ເຮັດໃຫ້ຜູ້ໂດຍສານແລະ ພະນັກງານເຮືອບິນທັງໝົດ 298 ຄົນຢູ່ເທິງເຮືອບິນລຳດັ່ງກ່າວ ເສຍຊີວິດນັ້ນ.

ພວກເຄາະຮ້າຍສ່ວນໃຫຍ່ ເປັນຊາວເນເທີແລນ. ໃນວັນພະຫັດວານນີ້ ສົບຂອງພວກທີ່
ເສຍຊີວິດອີກຈຳນວນນຶ່ງ ໄດ້ຖືກສົ່ງໄປເຖິງເນເທີແລນແລ້ວ.

UKRAINE SOTVO
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG