ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ຢູເຄຣນ ປະກາດວ່າ ຈະປ້ອງກັນ ເມືອງທ່າ ຍຸດທະສາດ Mariupol (ສະໄລດ໌/ວີດີໂອ)


Ukraine's Poroshenko Vows to Defend Mariupol from Separatists
please wait

No media source currently available

0:00 0:02:41 0:00

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໃຫ້ຄຳໝັ້ນ
ສັນຍາວ່າ ຈະທັບມ້າງພວກກະບົດ ທີ່ໄດ້ຮັບການໜຸນຫລັງ ຈາກ
ຣັດເຊຍ ໃຫ້ມຸ່ນທະລາຍ ຖ້າພວກເຂົາຫາກລະເມີດ ການຢຸດຍິງ
ແລະໂຈມຕີ ເມືອງທ່າຍຸດທະສາດ Mariupol. ປະທານາທິບໍດີ
Poroshenko ກ່າວວ່າ ທະຫານ ແລະປະຊາຊົນຢູເຄຣນ ຢູ່ໃນ
ເມືອງ Mariupol ພວມກະກຽມການປ້ອງກັນເມືອງດັ່ງກ່າວ ແຕ່
ບໍ່ແມ່ນທຸກໆຄົນເຫັນພ້ອມນຳ. Daniel Schearf ຜູ້ສື່ຂ່າວວີໂອ
ເອມີລາຍງານກ່ຽວກັບເລື່ອງນີ້ ດັ່ງ ໄພສານ ຈະນຳເອົາລາຍລະ
ອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນເວ
ລາທ່ານເດີນທາງໄປເຖິງເມືອງທ່າ Mariupol ໃນຂະນະທີ່ ການຢຸດຍິງ ທີ່ບອບບາງແຕກ ຫັກງ່າຍກັບພວກກະບົດນິຍົມຣັດເຊຍປາກົດວ່າໄດ້ຍຸດຕິການບຸກຄືບໜ້າຂອງພວກເຂົາ.

ແຕ່ທ່ານ Poroshenko ຮັບຮູ້ວ່າ ໄດ້ເກີດການປະທະກັນເປັນບາງຄັ້ງບາງຄາວຂຶ້ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ກຳລັງຂອງຢູເຄຣນ ຈະທຳລາຍພວກກະບົດແບ່ງແຍກດິນແດນໃຫ້ ມຸ່ນທະລາຍ ຖ້າພວກເຂົາຫາກພະຍາຍາມ ທີ່ຈະບຸກເຂົ້າໄປໃນເມືອງດັ່ງກ່າວ.

ປະທານາທິບໍດີ Poroshenko ເວົ້າວ່າ “ພວກເຮົາ ໄດ້ຕຽມອຸບປະກອນ ໃຫ້ພ້ອມ. ພວກເຮົາໄດ້ເສີມກຳລັງ ຮັກສາຄວາມໝັ້ນຄົງ ແຫ່ງຊາດ. ແຕ່ສິ່ງສຳຄັນສຸດ ທີ່ ພວກເຮົາມີກໍຄືຈິດໃຈຂອງກຳລັງສູ້ລົບທີ່ຮັກຊາດຢ່າງແຮງກ້າຂອງຊາວຢູເຄຣນ ແລະປະຊາຊົນໃນເມືອງ Mariupol.”

ເມືອງ Mariupol ແລະເມືອງ Donetsk ຂອງຢູເຄຣນ
ເມືອງ Mariupol ແລະເມືອງ Donetsk ຂອງຢູເຄຣນ

ແຕ່ບໍ່ແມ່ນທຸກໆຄົນເຫັນພ້ອມນຳວ່າ ເຂົາເຈົ້າພ້ອມແລ້ວທີ່ຈະ
ທຳການສູ້ລົບກັບພວກກະບົດ ທີ່ເຊື່ອວ່າໄດ້ຮັບການໜຸນຫລັງ
ໂດຍລົດຖັງແລະປືນໃຫຍ່ຂອງຣັດເຊຍນັ້ນ.

ດ່ານກວດທີ່ຕັ້ງຢູ່ທາງກ້ຳຕາເວັນອອກ ຂອງເມືອງ Mariupol
ໄດ້ມີການຍິງປືນໃຫຍ່ໂຈມຕີ ບໍ່ເທົ່າໃດຊົ່ວໂມງຫຼັງຈາກມີການ
ຢຸດຍິງແລະພັນໂທ Sergei ທີ່ເປັນຜູ້ບັງຄັບບັນຊາຢູ່ທີ່ນັ້ນກ່າວ
ວ່າ ການຍິງປືນໃຫຍ່ໂຈມຕີຍັງດຳເນີນຕໍ່ມາທຸກໆມື້.

ທ່ານໄດ້ຮ້ອງຂໍ ໃຫ້ສະຫະລັດຊ່ອຍ ໂດຍເວົ້າວ່າ ກຳລັງຂອງທ່ານ ມີລົດຖັງແລະປືນໃຫຍ່ ໃນຈຳນວນທີ່ບໍ່ເທົ່າໃດແລະກໍບໍ່ໄດ້ຮັບການສະໜັບສະໜຸນຈາກປະຊາຊົນຢູ່ໃນເຂດທ້ອງ ຖິ່ນ.

ພັນໂທ Sergei ເວົ້າວ່າ “ຖ້າພວກເຮົາເວົ້າເຖິງເປີເຊັນແລ້ວ ມີພຽງແຕ່ 40 ເປີເຊັນ ເທົ່ານັ້ນສະໜັບສະໜຸນພວກເຮົາ. ຈາກຈຳນວນ 40 ເປີເຊັນນັ້ນບາງຄົນສະໜັບ ສະໜຸນຢູເຄຣນ ແຕ່ບໍ່ແມ່ນ ຢ່າງເປັນການເປີດເຜີຍ. ສ່ວນທີ່ເຫລືອ 30 ເປີເຊັນ ແມ່ນສະໜັບສະໜຸນຣັດເຊຍຢ່າງອອກໜ້າອອກຕາ. ສິ່ງທີ່ໜ້າຢ້ານທີ່ສຸດກໍຄື 30 ເປີເຊັນທີ່ຍັງເຫລືອນັ້ນບໍ່ສົນໃຈເລີຍວ່າພວກເຂົາເຈົ້າຢູ່ພາຍໃຕ້ຮົ່ມທຸງຂອງໃຜ.”

ທັງໆທີ່ໄດ້ມີການໂຈມຕີເກີດຂຶ້ນ ແຕ່ປະທານາທິບໍດີ Poroshenko ຢືນຢັນວ່າ ການຢຸດ ຍິງແມ່ນໄດ້ຮັບການເຄົາລົບ ແລະປະກາດວ່າ ພວກກະບົດໄດ້ປ່ອຍທະຫານຢູເຄຣນ ທີ່ ຖືກຈັບ 1200 ຄົນ.

Ukraine’s Coast Guard Admiral: Mariupol's Port Won’t Be Taken
please wait

No media source currently available

0:00 0:02:44 0:00

ທ່ານເວົ້າວ່າ ພວກເຂົາເຈົ້າຍັງສືບຕໍ່ເສີມກຳລັງປ້ອງກັນຢູ່ອ້ອມແອ້ມເມືອງ Mariupol ໃນ ຂະນະທີ່ຫາທາງແກ້ໄຂດ້ວຍການເຈລະຈາ ຕໍ່ບັນຫາຂັດແຍ້ງ ທີ່ພົວພັນກັບຄະນະສັງເກດ ການນາໆຊາດ.

ທ່ານ Poroshenko ເວົ້າວ່າ “ພວກເຮົາຍິ່ງເພີ້ມຄວາມກົດດັນເທົ່າໃດ ທະຫານຣັດ ເຊຍກໍຍິ່ງຈະເຂົ້າມາໃນດິນແດນຂອງພວກເຮົາຫຼາຍຂຶ້ນເທົ່ານັ້ນ. ຖ້າທ່ານຢາກ ໄດ້ຈາກຂ້າພະເຈົ້າ ໃນຊ່ອງທາງທີ່ໄວທີ່ສຸດ ເພື່ອໃຫ້ມີສະຖຽນລະພາບ ແລະສັນ ຕິພາບຢູ່ນີ້ ງ່າຍທີ່ສຸດ ຖອນກຳລັງທະຫານຕ່າງປະເທດ ອອກໄປ ແລະອັດຊາຍ ແດນ ແລະພາຍໃນນຶ່ງອາທິດພວກເຮົາກໍຈະສາມາດຫາທາງຜ່ອນສັ້ນຜ່ອນຍາວ ໄດ້.”

ປະຊາຊົນໃນເມືອງ Mariupol ຢາກໃຫ້ອະດີດ ລາຊາຂະໜົມໂຊໂກແລັດ ທີ່ໄດ້ກາຍມາ ເປັນປະທານາທິບໍດີ ຊອກຫາທາງແກ້ໄຂແບບສັນຕິວິທີ.

ນາງ Yula ຕົວແທນບໍລິສັດອະສັງຫາຣິມມະຊັບ ໃນເມືອງ Mariupol ເວົ້າວ່າ ນາງແມ່ນ ສະໜັບສະນຸນປະເທດຢູເຄຣນ ທີ່ເປັນເອກກະພາບ ແຕ່ກໍມີຄຳເວົ້າຢາກເຕືອນປະທາທິ
ບໍດີດ້ວຍ.

ນາງ Yula ເວົ້າວ່າ “ບາງທີທ່ານຄວນຈະເອົາໃຈໃສ່ເພີ້ມຕື່ມກ່ຽວກັບປະຊາຊົນ ຈົ່ງ ເຮັດໃນສິ່ງທີ່ເຂົາເຈົ້າຢາກໃຫ້ທ່ານເຮັດ ຍ້ອນປະຊາຊົນພວມພາກັນຕໍ່ສູ້ແລະມັນ ໄຮ້ຄວາມໝາຍ.”

ພະສົງອົງນຶ່ງໄດ້ອວຍພອນໃຫ້ແກ່ທະຫານຢູເຄຣນທີ່ດ່ານກວດທາງກ້ຳຕາເວັນອອກຂອງ ເມືອງ Mariupol.

ຜູ້ບັນຊາການກ່າວວ່າ ພວກກະບົດທີ່ໄດ້ຮັບການໜຸນຫລັງຈາກຣັດເຊຍ ຕ້ອງການເມືອງ ທ່າຍຸດທະສາດດັ່ງກ່າວແລະໂຮງງານໂລຫະ ດັ່ງນັ້ນຈຶ່ງຄາດວ່າຈະມີການບຸກໂຈມຕີເກີດ
ຂຶ້ນ.

ຖ້າຫາກມັນເກີດຂຶ້ນແທ້ ທ່ານເວົ້າວ່າ ທ່ານເອງແລະພວກລູກນ້ອງຂອງທ່ານກໍພ້ອມແລ້ວ ທີ່ຈະສະຫຼະຊີວິດ ເພື່ອປະເທດຊາດ.

Ukraine's President Petro Poroshenko has vowed to crush Russia-backed rebels if they break a shaky cease-fire and attack the strategic port city of Mariupol. Mr. Poroshenko says Ukrainian forces and people in Mariupol are prepared to defend the city, but not everyone agrees. VOA's Daniel Schearf reports from Mariupol.

The Ukrainian president arrived to a warm welcome in Mariupol as a shaky cease-fire with pro-Russia rebels appeared to halt their advance.

But Mr. Poroshenko acknowledged there were occasional clashes and promised Ukrainian forces would crush the separatists if they tried to invade the city.

"We refreshed the equipment. We have beefed up the national guard. But the main thing that we have is the powerful patriotic fighting spirit of Ukraine and the citizens of Mariupol. [clapping] "

But not everyone agrees they are ready to take on a rebel force believed to be backed by Russian tanks and artillery.

Mariupol's eastern checkpoint was shelled just hours after the cease-fire, and the lieutenant-colonel in command, Sergei, says they continue to be fired on every day.

He asks for America's help, saying they have only a few tanks and cannons and little support from the locals.

"If we are talking percentages, only 40 percent support us. Of that 40 percent, some support Ukraine but not openly. Of the rest, 30 percent are actively pro-Russian. The scariest thing is that the 30 percent remaining do not care under which flag they live."

Despite the attacks, President Poroshenko insists the cease-fire is working and announced rebels released 1,200 Ukrainian captives.

He says they continue to build up defense forces around Mariupol while working on a negotiated solution to the conflict involving international monitors.

"The more we increase the pressure, the more Russian troops are on our territory. If you want to have from me the most quickest way to make a stability and peace here, very simple: Withdraw foreign troops and close the border. And within a week, we find out a compromise."

People in Mariupol want the former "Roshen" chocolate-king-turned-president to find a peaceful solution.

Yula, a Mariupol real estate agent, says she is for a united Ukraine but has a message for the president.

"Maybe you should pay more attention to the people. Do what people ask you to do, because people keep fighting and it is senseless."

A priest blesses Ukrainian soldiers at Mariupol's east checkpoint.

The commander says the Russia-backed rebels need the strategic port and its metal factory, so he expects an invasion.

If it happens, he says, he and his men will be ready to give their lives for their country.

XS
SM
MD
LG