ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ເຈົ້າ​ໜ້າທີ່ຂັ້ນ​ອາ​ວຸໂສ 2 ທ່ານ ໃນ​ຄະນະລັດຖະບານ​ຢູ​ເຄຣນ ຖືກ​ຈັບ ​ໃນ​ຂໍ້​ຫາ​ ​ສໍ້​ລາດ​ບັງ​ຫຼວງ


Ukraine
please wait
Embed

No media source currently available

0:00 0:00:51 0:00

ການ​ຊັບຊ້ອນ​ໃນ​ຄະນະລັດຖະບານ​ຂອງຢູ​ເຄຣນ ​ໄດ້​ຍັງ​ຜົນ​ໃຫ້​
ມີ​ການ​ຈັບ​ກຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ 2 ທ່ານ ​ໃນ​ຂໍ້ຫາ
ສໍ້​ລາດ​ບັງ​ຫຼວງ.

ຕຳ​ຫຼວດ ​ໄດ້​ຈັບ​ກຸມຫົວໜ້າຂອງອົງການຄຸ້ມຄອງ​ສະຖານະ
ການສຸກ​ເສີນຂອງຢູເຄຣນ ​ແລະ​ຮອງ​ຂອງ​ທ່ານ ​ໃນ​ຂະນະ​ທີ່
ພວກ​ເຂົາ​ເຈົ້າກຳລັງ​ເຂົ້າຮ່ວມ​ກອງ​ປະຊຸມຄະນະລັດຖະບານ​ທີ່​ທຳ​ການຖ່າຍ​ທອດ​ອອກ​ອາກາດ​ ໃນ​ວັນ​ພຸດ​ວານ​ນີ້ ໂດຍ​ກ່າວ​ຫາ​ພວກ​ທ່ານ​ວ່າ ທຳການສໍ້​ລາດ​ບັງ​ຫຼວງ​ໃນລະດັບ
ສູງ ແລະ​ຈັບຕົວໄປໂດຍໃສ່ກັບມື​.

ນາຍົກລັດຖະມົນຕີ Arseniy Yatsenyuk ​ໄດ້​ກ່າວ​ຫາ​ພວກ​ທ່ານ​ທັງ​ສອງ​ວ່າ “ລັກຂະ​ໂມ​ຍຈາກ​ປະຊາຊົນ” ໃນລະຫວ່າງທີ່ເກີດ​ສົງຄາມ ​ແລະໄດ້ກ່າວ​ວ່າ “ຊະ​ຕາ​ກຳ​ທີ່ຄ້າຍຄືກັນນີ້​ແມ່ນພວມ​ລໍຄອຍ​ຢູ່​ຂ້າງ​ໜ້າ ຕໍ່ພວກທີ່ເຮັດຜິດກົດໝາຍແລະທຳລາຍປະເທດຊາດ.”

ການ​ຈັບ​ກຸມ​ໃນວັນ​ພຸດ​ວານ​ນີ້ ມີ​ຂຶ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ທີ່​ປະທາ​ນາ​ທິບໍດີຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ປົ​ດ​ຜູ້ປົກຄອງເຂດຄົນນຶ່ງ ທີ່​ໄດ້ສົ່ງ​ຊາຍສະກັນ​ທີ່​ຕິ​ດ​ອາວຸດ ເຂົ້າໄປໃນ​ຂົງ​ເຂດ​ທີ່​ມີ​ການ​ໂຕ້​ແຍ້​ງກັນ​ເພື່ອຄວບ​ຄຸມບ່ອນ​ຜະລິດ​ນ້ຳມັນ​ ທີ່ໃຫຍ່ ທີ່ສຸດຂອງປະເທດ.


Police detained (Serhiy Bochkovksy), the head of Ukraine's state emergency situations service, and his deputy ((Vasyl Stoyetsky)) while they were participating in a televised Cabinet meeting Wednesday, accusing them of high-level corruption and leading them away in handcuffs.

Prime Minister Arseniy Yatsenyuk accused them of "stealing from people" during a time of war, and said a similar fate awaited "everyone who breaks the law and mocks the Ukrainian state."

Wednesday's arrest came hours after President Petro Poroshenko removed a regional governor who had deployed armed men in a dispute over control of the country's largest oil producer

XS
SM
MD
LG