ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງ Tymoshenko ​ຮຽກຮ້ອງ​ ໃຫ້ຢູ​ໂຣບ ​ເອົາ​ບາດກ້າວ​ ຢ່າງແຂງຂັນ (ວີດີໂອ)


ທ່ານນາງ Yulia Tymoshenko ອະດີດນາຍົກລັດຖະມົນຕີ ຢູເຄຣນ.
ທ່ານນາງ Yulia Tymoshenko ອະດີດນາຍົກລັດຖະມົນຕີ ຢູເຄຣນ.
ຜູ້​ນຳຝ່າຍຄ້ານຄົນສຳຄັນທີ່ສະໜັບສະໜູນປະເທດຕາ​ເວັນຕົກ
ຂອງ​ຢູ​ເຄນ ທ່ານ​ນາງ Yulia Tymoshenko ​ໄດ້​ຮຽກຮ້ອງ​ ໃຫ້
ຢູ​ໂຣບ​ເອົາ​ບາດກ້າວ ​ອັນເຂັ້ມແຂງ ​ເພື່ອ​ປ້ອງກັນ ບໍ່ໃຫ້ແຫລມ
Crimea ຂອງຢູ​ເຄຣນ ​ເຂົ້າ​ໄປຮ່ວມ ກັບຣັດ​ເຊຍ ​ໂດຍ​ກ່າວວ່າ
ການ​ເຄື່ອນໄຫວ​ດັ່ງກ່າວ​ ຈະ​ເຮັດ​ໃຫ້ໝົດທັງ​ທະວີບບໍ່ມີ​ສະຖຽນ
ລະພາບ.

ທ່ານ​ນາງ Tymoshenko ​ທີ່ເຄີຍເປັນ​ ນາ​ຍົກ​ລັດຖະມົນຕີຢູ
​ເຄຣນສອງ​ເທື່ອນັ້ນ ກ່າວ​ຕໍ່ບັນດາ​ນັກ​ການ​ເມືອງ ຢູ​ໂຣບ ​ໃນ
​ວັນ​ພະຫັດ​ວານ​ນີ້ ​ທີ່ນະ​ຄອນ Dublin ​ປະເທດໄອແລນພຽງ​ບໍ່​
ເທົ່າ​ໃດ​ຊົ່ວ​ໂມງຫລັງ​ຈາກ​ບັນດາ​ສະມາຊິກສະພາທີ່ສະໜັບ
ສະໜູນຣັດເຊຍ ​ໃນແຫຼມ Crimea ລົງ​ຄະ​ແນນ​ສຽງ ເພື່ອເຂົ້າ​ຮ່ວມເປັນປະເທດດຽວກັນ
​ກັບຣັດ​ເຊຍ.

Crimean Referendum Stirs Passions
please wait

No media source currently available

0:00 0:01:16 0:00


ການ​ລົງ​ຄະ​ແນ​ນສຽງ ​ໃນ​ສະພາດັ່ງກ່າວນີ້ ແມ່ນແຜ້ວທາງກະກຽມ ສຳລັບການລົງປະຊາ
ມະຕິສຳລັບເຂດ Crimea ​ໃນວັນ​ທີ 16 ມີນານີ້ທີ່ບັນດາ​ຜູ້​ນໍາ ສະຫະລັດ​ແລະຢູ​ໂຣບຮ້ອງ​
ວ່າ​ ຜິດ​ກົດໝາຍນັ້ນ.

ທ່ານ​ນາງ Tymoshenko ​ໄດ້​ກ່າວ​ຕໍ່ກອງ​ປະ​ຊຸ​ມພັກ ​ປະຊາຊົນ​ຢູ​ໂຣບ ຊຶ່ງ​ເປັນກຸ່​ມ​ໃຫຍ່​
ສຸດ​ຢູ່ໃນສະພາ​ຢູ​ໂຣບວ່າ ປະຊາທິປະ​ໄຕ ຈະ​ໄດ້​ຮັບ​ຄວາມເສຍຫາຍ“​ຖ້າ​ພວກ​ເຮົາຫາກ
ປ່ອຍ​ໃຫ້ຣັດ​ເຊຍ ຈັດການລົງປະຊາມະຕິດ​ດ້ວຍ​ປາຍປືນ.”ບັນດາ​ຜູ້​ເຫັນ​ເຫດການ ແລະ
ນັກວິ​ເຄາະ​ຕາ​ເວັນ​ຕົກກ່າວ​ວ່າ ທະຫານຣັດ​ເຊຍ ຫລາຍ​ພັນ​ຄົນ ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​
ໄປໃນເຂດ Crimea ຕັ້ງ​ແຕ່​ອາທິດແລ້ວ​ນີ້ ຊຶ່ງໄດ້ພາໃຫ້ມີການ​ປະນາມ​ ຈາກປະເທດຕາ​
ເວັນ​ຕົກ ຕໍ່ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ແລະ​ເຕືອນວ່າ ຈະລົງໂທດ
ຢ່າງ​ຮ້າຍ​ແຮງ ຖ້າ​ຫາກ​ວ່າກຸງ​ມົສກູ ບໍ່ຍອມ​ຖອນ​ທະຫານອອກໄປ. ​

Ukraine
please wait
Embed

No media source currently available

0:00 0:00:50 0:00


XS
SM
MD
LG